ແຂວງຈໍາປາສັກ, ເມືອງປາກຊ່ອງ ຫ້າມປູກພືດທີ່ເຮັດໃຫ້ດິນເຊື່ອມສະພາບ

ຄຳສັ່ງສະບັບໃໝ່ຂອງອຳນາດການປົກຄອງແຂວງຈຳປາສັກ ໄດ້ຫ້າມການປູກພືດ ແລະ ຕົ້ນໄມ້ທີ່ເຮັດໃຫ້ຄຸນນະພາບຂອງດິນເສື່ອມໂຊມລົງໃນເຂດເມືອງປາກຊ່ອງ ອັນເປັນເຂດທີ່ອຸດົມສົມບູນໄປດ້ວຍກາເຟ ຊຶ່ງເປັນສ່ວນໜຶ່ງຂອງພູພຽງບໍລະເວນ. ພືດທີ່ຫ້າມປູກມີ ມັນຕົ້ນ, ໝາກກ້ວຍພັນໃຫຍ່ (ກ້ຽວຫອມ), ໝາກເຍົາ ແລະ ຢູກາລີບຕັສ. ມະຕິ 12 ໜ້າ ຊຶ່ງລົງນາມໂດຍ ທ່ານ ດຣ ວິໄລວົງ ບຸດດາຄຳ ເຈົ້າແຂວງໆຈໍາປາສັກ ຊີ້ອອກມາດຕະການສະກັດກັ້ນ ບໍ່ໃຫ້ພືດລົ້ມລະລາຍຂອງດິນ ປູກຝັງຢູ່ໃນເມືອງ.
ປາກຊ່ອງ ເປັນສ່ວນໜຶ່ງຂອງພູພຽງບໍລະເວນ ເນື້ອທີ່ 497,199 ເຮັກຕາ ທີ່ໄດ້ເກີດຈາກການລະເບີດຂອງພູເຂົາໄຟເມື່ອຫຼາຍລ້ານປີກ່ອນ. ພູພຽງມີດິນອຸດົມສົມບູນ ແລະ ມີຜົນຜະລິດ ພ້ອມກັບສະພາບອາກາດທີ່ຂ້ອນຂ້າງເຢັນດີ ເໝາະແກ່ການປູກພືດປອດສານພິດ ແລະ ກາເຟທີ່ມີກິ່ນຫອມ. ຕັ້ງແຕ່ລະດັບຄວາມສູງຈາກ 1,000 ຫາ 1,350 ແມັດ, ຊ່ອງສື່ມວນຊົນຂອງສະຫະລັດ (CNN) ໄດ້ພັນລະນາວ່າພູພຽງໂບລາເວນເປັນຫນຶ່ງໃນເຂດທີ່ປູກກາເຟທີ່ດີທີ່ສຸດຂອງໂລກ.

ອ່ານເພິ່ມເຕີມ…

ຜູ້ສື່ຂ່າວທາມສ