ເສັ້ນທາງລົດໄຟລາວ-ຫວຽດນາມ ໄດ້ວາງແຜນເປີດໃຫ້ບໍລິການໃນປີ 2028

ທາງລົດໄຟລາວ-ຫວຽດນາມ ຄາດວ່າຈະສຳເລັດ ແລະ ເປີດໃຫ້ບໍລິການໃນປີ 2028. ບໍລິສັດ ນ້ຳມັນເຊື້ອໄຟລາວ ມະຫາຊົນ (PTL) ຮ່ວມມືກັບ ບໍລິສັດ Yooshin Engineering Corporation & Korea National Railway ຈະສຶກສາການອອກແບບທາງລົດໄຟໃຫ້ລະອຽດກ່ອນການກໍ່ສ້າງ. ຂໍ້ຕົກລົງການຮ່ວມມືກ່ຽວກັບໂຄງການດັ່ງກ່າວ ໄດ້ລົງນາມໃນອາທິດຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ ໂດຍປະທານບໍລິສັດ ການຄ້ານ້ຳມັນເຊື້ອໄຟລາວ ມະຫາຊົນ (PTL) ທ່ານ ຈັນໂທ ສິດທິໄຊ, ປະທານ ບໍລິສັດ Yooshin Engineering Corporation, Chon Kyung-soon, ແລະ ຜູ້ບໍລິຫານ ບໍລິສັດ ລົດໄຟແຫ່ງຊາດເກົາຫຼີ Park. Jin-Hyun.

ອ່ານເພິ່ມເຕີມ…

 

The star