News
ເສັ້ນທາງລົດໄຟລາວ-ຫວຽດນາມ ໄດ້ວາງແຜນເປີດໃຫ້ບໍລິການໃນປີ 2028
ທາງລົດໄຟລາວ-ຫວຽດນາມ ຄາດວ່າຈະສຳເລັດ ແລະ ເປີດໃຫ້ບໍລິການໃນປີ 2028. ບໍລິສັດ ນ້ຳມັນເຊື້ອໄຟລາວ ມະຫາຊົນ (PTL) ຮ່ວມມືກັບ ບໍລິສັດ Yooshin Engineering Corporation & Korea National Railway ຈະສຶກສາການອອກແບບທາງລົດໄຟໃຫ້ລະອຽດກ່ອນການກໍ່ສ້າງ. ຂໍ້ຕົກລົງການຮ່ວມມືກ່ຽວກັບໂຄງການດັ່ງກ່າວ ໄດ້ລົງນາມໃນອາທິດຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ ໂດຍປະທານບໍລິສັດ ການຄ້ານ້ຳມັນເຊື້ອໄຟລາວ ມະຫາຊົນ (PTL) ທ່ານ ຈັນໂທ ສິດທິໄຊ, ປະທານ ບໍລິສັດ Yooshin Engineering Corporation, Chon Kyung-soon, ແລະ ຜູ້ບໍລິຫານ ບໍລິສັດ ລົດໄຟແຫ່ງຊາດເກົາຫຼີ Park. Jin-Hyun.ອ່ານເພິ່ມເຕີມ ...
The star
ອິນໂດເນເຊຍແຈ້ງວັນທີ່ເລີ່ມຕົ້ນໂຄງການກໍ່ສ້າງເສັ້ນທາງລົດໄຟຫວຽດ-ລາວ ມູນຄ່າ $1.9 ຕື້ໂດລາ
ສະມາຄົມກໍ່ສ້າງທາງລົດໄຟອິນໂດເນເຊຍ ໄດ້ຖະແຫຼງແຜນການກໍ່ສ້າງເສັ້ນທາງລົດໄຟເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ລາວ ທີ່ຈະເລີ່ມໃນປີ 2021 ໃນມູນຄ່າ $1.9 ຕື້ໂດລາ.ສະມາຄົມດັ່ງກ່າວແມ່ນປະກອບດ້ວຍບໍລິສັດ INKA, ເຊິ່ງເປັນບໍລິສັດທາງລົດໄຟແຫ່ງລັດຂອງອິນໂດເນເຊຍ, ແລະ ບໍລິສັດທາງລົດໄຟອິນໂດເນເຊຍ ເຊິ່ງເປັນຜູ້ດຳເນີນການຫຼັກ. ນອກຈາກນີ້ ຍັງປະກອບໄປດ້ວຍ ບໍລິສັດໄຟຟ້າ Len Industri ແລະ ບໍລິສັດຜູ້ຮັບເໝົາ Waskita Karya.ທາງສະມາຄົມໄດ້ລົງນາມໃນຂໍ້ຕົກລົງການຮ່ວມມືກັບບໍລິສັດ HT ກໍ່ສ້າງຂອງຫວຽດນາມ ແລະ ບໍລິສັດ ປີໂຕຼເທຼດຂອງລາວ.ອ່ານຕໍ່ ...
GCR Staff