ອິນໂດເນເຊຍແຈ້ງວັນທີ່ເລີ່ມຕົ້ນໂຄງການກໍ່ສ້າງເສັ້ນທາງລົດໄຟຫວຽດ-ລາວ ມູນຄ່າ $1.9 ຕື້ໂດລາ

ສະມາຄົມກໍ່ສ້າງທາງລົດໄຟອິນໂດເນເຊຍ ໄດ້ຖະແຫຼງແຜນການກໍ່ສ້າງເສັ້ນທາງລົດໄຟເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ລາວ ທີ່ຈະເລີ່ມໃນປີ 2021 ໃນມູນຄ່າ $1.9 ຕື້ໂດລາ.

ສະມາຄົມດັ່ງກ່າວແມ່ນປະກອບດ້ວຍບໍລິສັດ INKA, ເຊິ່ງເປັນບໍລິສັດທາງລົດໄຟແຫ່ງລັດຂອງອິນໂດເນເຊຍ, ແລະ ບໍລິສັດທາງລົດໄຟອິນໂດເນເຊຍ ເຊິ່ງເປັນຜູ້ດຳເນີນການຫຼັກ. ນອກຈາກນີ້ ຍັງປະກອບໄປດ້ວຍ ບໍລິສັດໄຟຟ້າ Len Industri ແລະ ບໍລິສັດຜູ້ຮັບເໝົາ Waskita Karya.

ທາງສະມາຄົມໄດ້ລົງນາມໃນຂໍ້ຕົກລົງການຮ່ວມມືກັບບໍລິສັດ HT ກໍ່ສ້າງຂອງຫວຽດນາມ ແລະ ບໍລິສັດ ປີໂຕຼເທຼດຂອງລາວ.

ອ່ານຕໍ່…

 

GCR Staff