ການໃຫ້ເຊົ່າ ແລະ ສໍາປະທານທີ່ດິນຂອງລັດ

ການເຊົ່າ ແລະ ສໍາປະທານທີ່ດິນຂອງລັດໃນລາວ ແມ່ນການຈັດການທາງດ້ານເສດຖະກິດແບບໜຶ່ງ ເຊິ່ງລັດຖະບານອະນຸຍາດໃຫ້ນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ເຊົ່າທີ່ດິນຂອງລັດໂດຍຈ່າຍຄ່າເຊົ່າແບບເປັນປີ ເພື່ອຮັບໃຊ້ເຂົ້າໃນກິດຈະກໍາຕ່າງໆທາງດ້ານເສດຖະກິດ ເຊິ່ງລວມມີ: ການປູກຕົ້ນໄມ້ ແລະ ພືດຜົນທາງດ້ານກະສິກໍາ, ບໍ່ແຮ່, ພະລັງງານທາງນໍ້າ, ໂຄງລ່າງພື້ນຖານ, ອຸດສາຫະກໍາ ແລະ ພາກອະສັງຫາລິມະຊັບ ເປັນຕົ້ນ. ໃນທາງກົດໝາຍແລ້ວ, ການໃຫ້ເຊົ່າ ແລະ ສໍາປະທານ ແມ່ນຄ້າຍຄືກັນ ສິ່ງທີ່ແຕກຕ່າງກັນແມ່ນ ມີການກໍານົດໄລຍະ 5 ປີຂື້ນໄປເທົ່ານັ້ນ ສໍາລັບການໃຫ້ສໍາປະທານ ໃນຂະນະທີ່ບໍ່ໄດ້ກໍານົດໄລຍະເວລາຕໍ່າສຸດ ສໍາລັບການເຊົ່າ.1 ໃນທາງຈັດຕັ້ງປະຕິບັດຕົວຈິງ, ການໃຫ້ເຊົ່າສ່ວນຫຼາຍແມ່ນຢູ່ໃນລັກສະນະເປັນແປງທີ່ດິນຂະໜາດນ້ອຍ ແລະ ໃນໄລຍະເວລາເຊົ່າທີ່ສັ້ນກວ່າຮູບແບບການໃຫ້ສໍາປະທານ. ນອກຈາກນັ້ນ, ການເຊົ່າແມ່ນຍັງແມ່ນຮູບແບບການຈັດສັນທີ່ດິນທີ່ຖືກພັດທະນາແລ້ວ.2 ສໍາລັບຂະໜາດຂອງເນື້ອດິນ ແລະ ໄລຍະເວລາສໍາປະທານສູງສຸດ ແມ່ນແຕກຕ່າງກັນໄປຕາມກິດຈະກໍາຂອງການລົງທຶນ ແລະ ປະເພດຂອງດິນ, ແຕ່ວ່າບໍ່ເກີນ 50,000 ເຮັກຕາ ແລະ ໃນໄລຍະເວລາບໍ່ເກີນ 50 ປີ.3, 4

A coffee farmer in Pak Xong, southern Laos, at his coffee plantation near his house. Photo by Asian Development Bank on Flickr. Licensed under CC BY-NC-ND 2.0.

ຜູ້ປູກກາເຟໃນເມືອງປາກຊ່ອງ, ພາກໃຕ້ຂອງປະເທດລາວ, ທີ່ສວນກາເຟໃກ້ບ້ານຂອງລາວ. ພາບໂດຍ ທະນາຄານພັດທະນາອາຊີ ໃນ Flickr. ພາຍໃຕ້ລິຂະສິດ CC BY-NC-ND 2.0.

ດິນສ່ວນໃຫຍ່ ແມ່ນໄດ້ຖືກຈັດສັນສໍາລັບໂຄງການດ້ານບໍ່ແຮ່ (ບໍ່ລວມການສໍາຫຼວດບໍ່ແຮ່) (50 ເປີເຊັນ), ໃນຂະນະດຽວກັນຍັງມີຂະແໜງການອື່ນທີ່ເປັນບູລິມະສິດ ເຊິ່ງປະກອບດ້ວຍ ການປູກຕົ້ນໄມ້ (28 ເປີເຊັນ) ແລະ ກະສິກໍາ (13 ເປີເຊັນ).5 ນັກລົງທຶນຈາກຫວຽດນາມ ໄດ້ຮັບການຈັດສັນທີ່ດິນເປັນເນື້ອທີ່ກວ້າງທີ່ສຸດເຖິງ (28 ເປີເຊັນ), ຖັດມາແມ່ນນັກລົງທຶນຈາກຈີນ (18 ເປີເຊັນ), ລາວ (17 ເປີເຊັນ) ແລະ ໄທ (7 ເປີເຊັນ). 6 ເຖິງແມ່ນວ່າຈະມີຜົນປະໂຫຍດທີ່ອາດໄດ້ຮັບ, ແຕ່ກໍ່ຍັງມີບັນດາບົດລາຍງານ ແລະ ສຶ່ງພິມຕ່າງໆທີ່ຖືກເຜີຍແຜ່ ໂດຍອົງການຈັດຕັ້ງລັດຖະບານ, ອົງການການພັດທະນາ ແລະ ສະຖາບັນການສຶກສາ ທີ່ໄດ້ສະແດງໃຫ້ເຫັນວ່າ ການໃຫ້ເຊົ່າ ແລະ ສໍາປະທານ ສາມາດກໍ່ໃຫ້ເກີດຜົນກະທົບທາງລົບຕໍ່ສັງຄົມ ແລະ ສິ່ງແວດລ້ອມໃນເຂດຊົນນະບົດ.

ສະຖານະໃນປະຈຸບັນ

ໃນລະຫວ່າງປີ 2000 ຫາ 2009, ລັດຖະບານລາວໄດ້ຈັດສັນດິນ 1.1 ລ້ານເຮັກຕາ ໃນຮູບແບບຂອງການໃຫ້ເຊົ່າ ແລະ ສໍາປະທານດິນລັດ ແກ່ນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າໃນວຽກງານກະສິກໍາ, ປ່າໄມ້, ບໍ່ແຮ່, ໂຄງລ່າງພື້ນຖານ ແລະ ໂຄງການດ້ານອຸດສາຫະກໍາ, ທຽບເທົ່າກັບ 5 ເປີເຊັນຂອງຈໍານວນທີ່ດິນ ທົ່ວປະເທດ.7 ໃນຈໍານວນ 2,642 ໂຄງການທີ່ໄດ້ຮັບອະນຸມັດ, ສ່ວນໃຫຍ່ແມ່ນທີ່ດິນຂະໜາດນ້ອຍກວ່າ 5 ເຮັກຕາ, ໃນຂະນະທີ່ຈໍານວນໜຶ່ງ ມີເນື້ອທີ່ຫຼາຍກວ່າ 50,000 ເຮັກຕາ.8 ລັດຖະບານໄດ້ສົ່ງເສີມໂຄງການເຊົ່າ ແລະ ສໍາປະທານທີ່ດິນ ເພື່ອອໍານວຍຄວາມສະດວກໃນການຈະເລີນເຕີບໂຕທາງດ້ານເສດຖະກິດ, ພັດທະນາໂຄງລ່າງພື້ນຖານໃນເຂດຊົນນະບົດ, ສ້າງອຸດສາຫະກໍາ ແລະ ສິນຄ້າໃໝ່ເພື່ອການສົ່ງອອກ, ສ້າງວຽກເຮັດງານທໍາ ແລະ ຫຼຸດຜ່ອນຄວາມທຸກຍາກ.9 ເຖິງແມ່ນວ່າ ມີຜົນປະໂຫຍດທີ່ອາດຈະໄດ້ຮັບ, ແຕ່ກໍ່ຍັງມີບັນດາບົດລາຍງານ ແລະ ສິ່ງພິມຕ່າງໆ ທີ່ຖືກເປີດເຜີຍໂດຍອົງການຈັດຕັ້ງລັດຖະບານ, ອົງການດ້ານການພັດທະນາ ແລະ ສະຖາບັນການສຶກສາ ທີ່ໄດ້ສະແດງໃຫ້ເຫັນວ່າ ການໃຫ້ເຊົ່າ ແລະ ສໍາປະທານສາມາດກໍ່ໃຫ້ເກີດຜົນກະທົບທາງລົບຕໍ່ສັງຄົມ ແລະ ສິ່ງແວດລ້ອມໃນຂົງເຂດຊົນນະບົດ.10, 111213 ເນື່ອງຈາກບັນຫາເຫຼົ່ານີ້ ແລະ ຫາງສຽງທີ່ເພີ່ມຂື້ນຂອງສັງຄົມ ກ່ຽວກັບ ຂໍ້ຂັດແຍ່ງທາງດ້ານທີ່ດິນ ທີ່ກ່ຽວຂ້ອງກັບການໃຫ້ສໍາປະທານ,14 ລັດຖະບານ ສປປ ລາວ ໄດ້ອອກແຈ້ງການຫຼາຍສະບັບ ກ່ຽວກັບການເລື່ອນການສໍາປະທານ, ສະບັບລ່າສຸດໄດ້ຖືກຮັບຮອງໃນເດືອນ ມິຖຸນາ 2012 ແລະ ຍັງຖືກນໍາໃຊ້ຢູ່, ຫຼີກລ່ຽງການອອກອະນຸມັດການສໍາປະທານໂຄງການໃໝ່ ສໍາລັບສະເພາະໂຄງການບໍ່ແຮ່ ແລະ ການປູກພືດບາງຊະນິດ (ຢາງພາລາ ແລະ ໄມ້ວິກ, ເຊິ່ງຮວມກັນຄິດເປັນ 73 ເປີເຊັນ ຂອງເນື້ອທີ່ສໍາປະທານໃນຂະແໜງປູກຝັງ) 1516

ດ້ານນະໂຍບາຍ

ການໃຫ້ເຊົ່າ ແລະ ສໍາປະທານທີ່ດິນ ໄດ້ກາຍມາເປັນອົງປະກອບໜຶ່ງທີ່ສໍາຄັນ ໃນຍຸດທະສາດຂອງລັດຖະບານ ສປປ ລາວ ເພື່ອຫັນເປັນເສດຖະກິດຕະຫຼາດ, ປະກອບສ່ວນເຂົ້າໃນອັດຕາການຈະເລີນເຕີບໂຕທາງດ້ານເສດຖະກິດທີ່ໄວວາ ແລະ ສ້າງເງື່ອນໄຂໃຫ້ປະເທດ ກ້າວອອກຈາກສະຖານະພາບ ການເປັນປະເທດດ້ອຍພັດທະນາ ພາຍໃນປີ 2020. ດໍາລັດຂອງນາຍົກລົດຖະມົນຕີ ປີ 1992 ວ່າດ້ວຍທີ່ດິນ ແມ່ນນິຕິກໍາສະບັບທໍາອິດ ທີ່ອະນຸຍາດໃຫ້ມີການລົງທຶນຈາກຕ່າງປະເທດມີສິດໃນທີ່ດິນ. ເຖິງແນວໃດກໍ່ຕາມ, ການໃຫ້ເຊົ່າ ແລະ ສໍາປະທານທີ່ດິນ ເລີ່ມໄດ້ຮັບຄວາມຮ່ວມມືໄປຄຽງຄູ່ກັບການສົ່ງເສີມ ຈາກພາກລັດຖະບານຜ່ານນະໂຍບາຍຫັນທີ່ດິນໃຫ້ເປັນທຶນ. ເຖິງວ່າຈະບໍ່ເປັນທາງການ ຫຼື ເຈາະຈົງໃນນິຕິກໍາໃດໜຶ່ງກໍ່ຕາມ, ແຕ່ຫຼັກໆແລ້ວ ນະໂຍບາຍດັ່ງກ່າວແມ່ນສົ່ງເສີມບັນດາກິດຈະກໍາ ເຊັ່ນ: ການເຊົ່າ ແລະ ການສໍາປະທານ ທີ່ດິນເພື່ອສ້າງມູນຄ່າດ້ານເສດຖະກິດ, ການພັດທະນາ ແລະ ສ້າງລາຍຮັບ. ສໍາລັບກິດຈະກໍາອື່ນທີ່ກ່ຽວພັນກັບນະໂຍບາຍຫັນທີ່ດິນເປັນທຶນ ປະກອບມີ ການພັດທະນາການຕະຫຼາດຂອງທີ່ດິນ ຜ່ານໂຄງການໃບຕາດິນ ແລະ ການແລກປ່ຽນທີ່ດິນທີ່ມີມູນຄ່າສູງຂອງລັດຖະບານ ເພື່ອສ້າງໂຄງລ່າງພື້ນຖານ ໂດຍບໍລິສັດເອກະຊົນ. ໃນຂະນະທີ່ການໃຫ້ເຊົ່າ ແລະ ສໍາປະທານທີ່ດິນ ຖືວ່າເປັນອົງປະກອບໜຶ່ງທີ່ສໍາຄັນ ຕໍ່ການຈະເລີນເຕີບໂຕ ທາງດ້ານເສດຖະກິດທີ່ໄວວາຂອງ ສປປ ລາວ ໃນທົດສະວັດຜ່ານມາ, ແຕ່ປະສິດທິພາບທາງດ້ານເສດຖະກິດໃນຮູບແບບດັ່ງກ່າວ ຍັງຄົງເປັນຄໍາຖາມ ເນື່ອງຈາກໄດ້ມີບົດລາຍງານສະແດງໃຫ້ເຫັນວ່າ ບັນດາໂຄງການສໍາປະທານບໍ່ສາມາດຜະລິດພືດຜົນທາງກະສິກໍາ ຫຼື ນໍາໃຊ້ທີ່ດິນຈັດສັນໄດ້ຢ່າງມີປະສິດທິພາບ.17 ບັນຫາຜູ້ສໍາປະທານ ປະໃຫ້ທີ່ດິນເປົ່າວ່າງເປັນເວລາຍາວນານ ຫຼື ໂດຍສະເພາະແມ່ນ ບັນຫາການບໍ່ນໍາໃຊ້ທີ່ດິນທັງໝົດທີ່ຖືກຈັດສັນໃຫ້ ໄດ້ສົ່ງຜົນໃຫ້ພາກລັດຖະບານປະເມີນຄືນນະໂຍບາຍຫັນທີ່ດິນເປັນທຶນ.18ສິ່ງທີ່ສຳຄັນເຊັ່ນກັນ ແມ່ນການທີ່ລັດຖະບານບໍ່ສາມາດສ້າງລາຍຮັບທີ່ຫຼວງຫຼາຍ ຈາກການໃຫ້ສໍາປະທານ ຫຼື ແຜນງານອື່ນໆຂອງນະໂຍບາຍດັ່ງກ່າວ ເຊັ່ນ ທີ່ດິນເພື່ອການຈັດສັນດ້ານໂຄງລ່າງພື້ນຖານ.19

A rubber plantation in northern Laos. Photo by Prince Roy on Flickr. Licensed under CC-BY-SA-2.0.

ສວນປູກຢາງພາລາໃນພາກເໜືອຂອງລາວ. ຮູບພາບໂດຍ Prince Roy ໃນ Flickr. ພາຍໃຕ້ລິຂະສິດ CC-BY-SA-2.0.

ຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ

ການລາຍງານ ກ່ຽວກັບ ຜົນກະທົບດ້ານລົບ ຕໍ່ກັບສັງຄົມ ແລະ ສິ່ງແວດລ້ອມ ຈາກການໃຫ້ສໍາປະທານທີ່ດິນໃນເຂດຊົນນະບົດ ຖືວ່າມີຄວາມສໍາຄັນໃນການຜັກດັນໃຫ້ມີການພິຈາລະນາຄືນ ກ່ຽວກັບນະໂຍບາຍທີ່ດິນ. ເຖິງແມ່ນວ່າ ການສໍາປະທານທີ່ດິນອະນຸຍາດໃຫ້ຜູ້ລົງທຶນ ສາມາດນໍາໃຊ້ທີ່ດິນຂອງລັດໄດ້ຢ່າງຖືກຕ້ອງຕາມກົດໝາຍກໍ່ຕາມ, ແຕ່ວ່າທີ່ດິນທີ່ຖືກໂອນກໍາມະສິດໃຫ້ສໍາປະທານນັ້ນ ທົ່ວໄປແລ້ວ ແມ່ນທີ່ດິນທີ່ຖືກນໍາໃຊ້ ແລະ ຄຸ້ມຄອງໂດຍຊຸມຊົນໃນທ້ອງຖິ່ນ ແລະ ໃນເຂດຫ່າງໄກສອກຫຼີກ ເພື່ອຜະລິດກະສິກໍາ, ເກັບເຄື່ອງປ່າຂອງດົງ ແລະ ລະບົບນິເວດ,20212223ການສູນເສຍທີ່ດິນທາງກະສິກໍາ ແລະ ປ່າໄມ້ ສ່ວນໃຫຍ່ແລ້ວຈະນໍາໄປສູ່ການສູນເສຍຄວາມສາມາດໃນການຜະລິດສະບຽງອາຫານ, ຊັບພະຍາກອນເພື່ອການບໍລິໂພກ ແລະ ແຫຼ່ງລາຍຮັບ. ການສູນເສຍການເຂົ້າເຖິງປ່າໄມ້ຊຸມຊົນ ມີຜົນກະທົບດ້ານລົບ ໂດຍສະເພາະຕໍ່ກັບແມ່ຍິງ ໃນຖານະເປັນຜູ້ຫາເກັບເຄື່ອງປ່າຂອງດົງໃນເຂດພື້ນທີ່ນັ້ນ ເຊິ່ງເຂົາເຈົ້າຕ້ອງໄດ້ໃຊ້ເວລາທີ່ດົນກວ່າ ແລະ ຫາເກັບເຄື່ອງປ່າຂອງດົງໄດ້ຍາກກວ່າ ເກົ່າທຽບປະລິມານຊໍ່າເກົ່າໃນເມື່ອກ່ອນ.24 ສ່ວນໃຫຍ່ແລ້ວ ແມ່ນຊົນເຜົ່າກຸ່ມນ້ອຍ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກການໃຫ້ສໍາປະທານ ເນື່ອງຈາກເຂົາເຈົ້າເປັນຜູ້ນໍາໃຊ້ທີ່ດິນ ແລະ ຄຸ້ມຄອງພື້ນທີ່ກະສິກໍາເທິງພູສູງແບບເລື່ອນລອຍ ເຊິ່ງສ່ວນໃຫຍ່ແມ່ນເປັນເປົ້າໝາຍຫຼັກຂອງການສຳປະທານ.2526 ເຖິງວ່າຊາວບ້ານຈະໄດ້ຮັບເງິນທົດແທນຈາກທີ່ດິນທີ່ຖືກສູນເສຍໄປ ແລະ ເຂົ້າເຖິງໂຄງລ່າງພື້ນຖານ ດ້ານຖະໜົນຫົນທາງ ແລະ ໄຟຟ້າ ໄດ້ສະດວກກວ່າເກົ່າ, ແລະ ຍັງສາມາດສ້າງລາຍຮັບຈາກຄ່າຈ້າງແຮງງານ (ໂດຍສະເພາະແມ່ນບັນດາໂຄງການປູກຝັງ) ກໍ່ຕາມ, ແຕ່ບາງບົດສຶກສາໄດ້ສະແດງໃຫ້ເຫັນວ່າ ຜົນປະໂຫຍດທີ່ໄດ້ຮັບດ້ານເສດຖະກິດ ບໍ່ສາມາດທົດແທນທີ່່ດິນ, ຊັບພະຍາກອນ, ການບໍລິໂພກ, ແລະ ລາຍຮັບ ທີ່ສູນເສຍໄປໄດ້.27, 2829 ຕໍ່ກັບດ້ານສິ່ງແວດລ້ອມ, ການໃຫ້ສໍາປະທານທີ່ດິນ ນໍາໄປສູ່ບັນຫາການຕັດໄມ້ທໍາລາຍປ່າ ໂດຍຜ່ານຮູບແບບການຫັນພື້ນທີ່ປ່າ ແລະ ການຂະຫຍາຍເຄືອຂ່າຍການຄ້າໄມ້ແບບຜິດກົດໝາຍ, ສານເຄມີທີ່ເປັນມົນລະພິດຕໍ່ດິນ ແລະ ນໍ້າ, ແລະ ບັນຫາແຫຼ່ງນໍ້າແຫ້ງ ແລະ ສິ່ງກີດຂວາງທາງນໍ້າໃນທ້ອງຖິ່ນ.30, [/ref]Molina, ແຄັ້ມ, ເດັກນ້ອຍ, ເຄມີ. ເຂົ້າເບິ່ງຂໍ້ມູນທີ່ນີ້[/ref], 31

ການຮັບມືຂອງພາກລັດຖະບານ

ເນື່ອງຈາກບັນຫາການໃຫ້ສໍາປະທານທີ່ຍັງມີຫຼາຍສິ່ງທ້າທາຍ ໃນຫຼາຍດ້ານ, ໃນປີ 2012 ລັດຖະບານລາວໄດ້ເລື່ອນໂຄງການສໍາປະທານໃໝ່ໃນຂົງເຂດ ບໍ່ແຮ່, ຢາງພາລາ ແລະ ໄມ້ວິກ ເພື່ອໃຫ້ລັດຖະບານໄດ້ມີເວລາປະເມີນຜົນກະທົບ ຂອງໂຄງການການສໍາປະທານ ແລະ ຊອກຫາການປັບປ່ຽນດ້ານນະໂຍບາຍທີ່ຈໍາເປັນ. ເຖິງແມ່ນວ່າ ການເລື່ອນການສຳປະທານຈະໝົດກໍານົດລົງໃນທ້າຍປີ 2015, ແຕ່ເນື່ອງຈາກມີສິ່ງທ້າທາຍຫຼາຍຢ່າງທີ່ກໍາລັງເກີດຂຶ້ນໃນປັດຈຸບັນ, ລັດຖະບານຈຶ່ງຍັງຄົງເລື່ອນການສຳປະທານມາຈົນເຖິງປະຈຸບັນນີ້. ນອກຈາກນັ້ນ, ນາຍົກລັດຖະມົນຕີຜູ້ໃໝ່ປີ 2016, ທ່ານ ທອງລຸນ ສີສຸລິດ, ແມ່ນຢູ່ໃນຂັ້ນຕອນຊອກຫາວິທີທາງເພື່ອຈັດການກັບບັນຫາສິ່ງທ້າທາຍຕໍ່ການພັດທະນາ ເຊິ່ງລວມມີ ບັນຫາການຄ້າໄມ້ເຖື່ອນ ແລະ ການສໍ້ລາດບັງຫຼວງ. ການຫຼຸດຜ່ອນຂໍ້ຂັດແຍ່ງຂອງສາທາລະນະ ກ່ຽວກັບບັນຫາທີ່ດິນ ຖືວ່າເປັນໜຶ່ງໃນຈຸດສຸມທີ່ສໍາຄັນ ໃນການນໍາພາຄັ້ງໃໝ່ນີ້ ເຊິ່ງລວມມີການພິຈາລະນາຄືນຕໍ່ກັບນະໂຍບາຍການຫັນທີ່ດິນເປັນທຶນ. ນອກຈາກນັ້ນ ລັດຖະບານຍັງໄດ້ທົບທວນຄືນກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍປ່າໄມ້, ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ເພື່ອດັບປັບທິດທາງວຽກງານການໃຫ້ສໍາປະທານທີ່ດິນຂອງລາວໃນອານາຄົດ.

References

  • 1. Wellmann, D., ຂອບກົດໝາຍວ່າດ້ວຍ ການເຊົ່າ ແລະ ສໍາປະທານທີ່ດິນ ຂອງລັດໃນ ສປປ ລາວ (ນະຄອນຫຼວງວຽງຈັນ: GIZ, 2012). ເຂົ້າເບິ່ງຂໍ້ມູນທີ່ນີ້
  • 2. Schumann, G., P. Ngaosrivathana, B. Soulivanh, S. Kenpraseuth, K. Onmanivong, K. Vongphansipraseuth, ແລະ C. Bounkhong. ບົດສຶກສາດ້ານການໃຫ້ເຊົ່າ ແລະ ສໍາປະທານທີ່ດິນຂອງລັດຖະບານໃນ ສປປ ລາວ.(ນະຄອນຫຼວງວຽງຈັນ: GTZ, 2006) ເຂົ້າເບິ່ງຂໍ້ມູນທີ່ນີ້
  • 3. ດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 135 (2009). ມາດຕາ 10.
  • 4. “ໄລຍະເວລາສູງສຸດທີ່ສາມາດໃຫ້ສໍາປະທານແມ່ນຖືກຫຼຸດລົງມາເປັນ 50 ປີ ໃນກົດໝາຍສົ່ງເສີມການລົງທຶນ ສະບັບປັບປຸງ”. ໜັງສືພິມວຽງຈັນ ທາມສ໌, 18 ເມສາ 2017. ຄົ້ນຫາ ເດືອນພຶດສະພາ 2017. http://www.vientianetimes.org.la/FreeContent/FreeConten_Maximum.htm
  • 5. ອ້າງອີງແລ້ວ, 23.
  • 6. ອ້າງອີງແລ້ວ, 24.
  • 7. Schönweger, O., Heinimann, A., Epprecht, M., Lu, J., ແລະ Thalongsengchanh, P., ການໃຫ້ເຊົ່າ ແລະ ສໍາປະທານ ໃນ ສປປ ລາວ: ການລົງທຶນໃນທີ່ດິນ (ນະຄອນຫຼວງວຽງຈັນ: CDE ແລະ MONRE, 2012), 20., ເບິ່ງແຫຼ່ງຂໍ້ມູນທີ່ນີ້
  • 8. ອ້າງອີງແລ້ວ, 21.
  • 9. Dwyer, M., ຫັນທີ່ດິນໃຫ້ເປັນທຶນ: ບົດທົບທວນຄືນການຄົ້ນຄວ້າ ກ່ຽວກັບການສໍາປະທານທີ່ດິນເພື່ອການລົງທຶນ ໃນ ສປປ ລາວ (ນະຄອນຫຼວງວຽງຈັນ: LIWG, 2007). ເຂົ້າເບິ່ງແຫຼ່ງຂໍ້ມູນທີ່ນີ້
  • 10. ອ້າງອີງແລ້ວ.
  • 11. Obein, F., ການປະເມີນຜົນກະທົບທາງດ້ານສັງຄົມ ແລະ ສິ່ງແວດລ້ອມ ໂດຍ VLRC ການປູກຢາງພາລາເພື່ອອຸດສາຫະກໍາ ແລະ ແຜນການທາງດ້ານສິ່ງແວດລ້ອມ ແລະ ສັງຄົມທີ່ຖືກສະເໜີ. (ນະຄອນຫຼວງວຽງຈັນ: AFD, 2007). ເບິ່ງແຫຼ່ງຂໍ້ມູນທີ່ນີ້
  • 12. ການປະເມີນບົດຄົ້ນຄວ້າດ້ານຄວາມໝາຍຂອງເສດຖະກິດ, ສັງຄົມ ແລະ ລະບົບນິເວດ ຂອງໂຄງການປູກຕົ້ນໄມ້ເພື່ອການຄ້າ: ກໍລະນີສຶກສາຢາງພາລາ ທີ່ພາກໃຕ້ຂອງ ສປປ ລາວ. (ນະຄອນຫຼວງວຽງຈັນ: NLMA, ມະຫາວິທະຍາໄລຊຽງໃໝ່, ແລະ TERRA, 2009). ເຂົ້າເບິ່ງແຫຼ່ງຂໍ້ມູນທີ່ນີ້
  • 13. Kenney-Lazar, M., “ການປູກຢາງພາລາ, ການຈັດສັນທີ່ດິນ ແລະ ການປະຕິຮູບຊັບສິນ-ສັງຄົມໃນພາກໃຕ້ຂອງລາວ,” ວາລະສານການສຶກສາກ່ຽວກັບຊາວນາ 39 (2012).
  • 14. “ບັນຫາທີ່ດິນທີ່ເປັນຂໍ້ກັງວົນຫຼັກຂອງສັງຄົມ.” ໜັງສືພິມວຽງຈັນ ທາມສ໌, 13 ກໍລະກົດ 2012. http://rightsandresources.org/en/blog/vientiane-times-land-issues-top-public-concerns/#.WWMyuoiGPGg ຄົ້ນຫາ ເດືອນມິຖຸນາ 2017.
  • 15. Schönweger et al. ການໃຫ້ສໍາປະທານ ແລະ ການເຊົ່າ ໃນ ສປປ  ລາວ. ເຂົ້າເບິ່ງແຫຼ່ງຂໍ້ມູນທີ່ນີ້
  • 16. “ລັດຖະບານສືບຕໍ່ຢຸດຊົ່ວຄາວ ໂຄງການໃໝ່ທາງດ້ານບໍ່ແຮ່, ການປູກພືດ.” ໜັງສືພິມວຽງຈັນທາມສ໌, 2 ມິຖຸນາ 2015. ຄົ້ນຫາ ເດືອນພຶດສະພາ 2017. http://rightslinklao.org/?p=6366&lang=en
  • 17. Schönweger, O. and P. Messerli, “ການຄອບຄອງທີ່ດິນ, ການລົງທຶນ ແລະ ການພັດທະນາໃນຂະແໜງກາເຟລາວ: ຄວາມສໍາເລັດ ແລະ ຄວາມລົ້ມເຫຼວ,” ບົດສຶກສາອາຊີ 47 (2015).
  • 18. “ນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ປະເມີນນະໂຍບາຍການຫັນທີ່ດິນເປັນທຶນ”, ໜັງສືພິມ KPL, 6 ກໍລະກົດ 2016. ຄົ້ນຫາ ເດືອນພຶດສະພາ 2017. http://rightslinklao.org/?p=7389&lang=en
  • 19. ອ້າງອີງແລ້ວ.
  • 20. Obein, ບົດປະເມີນຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ. ເບິ່ງແຫຼ່ງຂໍ້ມູນທີ່ນີ້
  • 21. Baird, K., “ທີ່ດິນ, ຢາງພາລາ ແລະ ປະຊາຊົນ: ບັນຫາການປ່ຽນແປງຢ່າງໄວວາ ຂອງທີ່ດິນກະສິກໍາ ແລະ ການຮັບມື ໃນພາກໃຕ້ຂອງລາວ”, ວາລະສານສຶກສາລາວ 1 (2010).
  • 22. Barney, K., ພື້ນຖານເສດຖະກິດປ່າໄມ້ຂອງໂລກ: ການບໍລິຫານຊັບພະຍາກອນຂອງລັດ ແລະ ສິນຄ້າບໍລິໂພກໃນເຂດຊົນນະບົດຂອງລາວ (Toronto: York University, 2011).
  • 23. Kenney-Lazar, “ການປູກຢາງພາລາ”.
  • 24. Daley, E., Osorio, M., ແລະ C.M.Y. Park, “ຄວາມໝາຍຂອງບົດບາດ ແລະ ຄວາມເທົ່າທຽມຍິງ-ຊາຍ ຕໍ່ການລົງທຶນດ້ານການເຂົ້າເຖິງທີ່ດິນ ແລະ ແຮງງານ, ແລະ ໂອກາດໃນການສ້າງລາຍຮັບ: ກໍລະນີສຶກສາການລົງທຶນດ້ານກະສິກໍາແບບເລືອກເຟັ້ນໃນ ສປປ ລາວ ” (Rome: FAO, 2013). ເຂົ້າເບິ່ງແຫຼ່ງຂໍ້ມູນທີ່ນີ້
  • 25. Gervang, S. ແລະ S. Freund, ຜົນກະທົບຂອງທີ່ດິນ ແລະ ນະໂຍບາຍທີ່ດິນ ຕໍ່ກັບການດໍາລົງຊີວິດຂອງບັນດາຊົນເຜົ່າກຸ່ມນ້ອຍ (ນະຄອນຫຼວງວຽງຈັນ: RRDTC). ເຂົ້າເບິ່ງແຫຼ່ງຂໍ້ມູນທີ່ນີ້
  • 26. Dwyer, M. ການສ້າງກົນໄກການເມືອງ: ເຄື່ອງມືສໍາລັບ ‘ແກ້ໄຂ’ ການຈັດສັນທີ່ດິນຂອງໂລກ. ການພັດທະນາ ແລະ ການປ່ຽນແປງ 44 (2013).
  • 27. Baird, “ທີ່ດິນ, ຢາງພາລາ ແລະ ປະຊາຊົນ”.
  • 28. Molina, R., ແຄັ້ມ, ເດັກນ້ອຍ, ເຄມີ, ຜູ້ຮັບເໝົາ & ສິນເຊື່ອ: ສັງເກດການພາກສະໜາມຕົວຈິງ ຂອງການນໍາໃຊ້ແຮງງານເຂົ້າໃນການປູກຝັງ ແລະ ບັນຫາການພັດທະນາດ້ານສັງຄົມອື່ນໆ ໃນແຂວງສະຫວັນນະເຂດ ແລະ ແຂວງຈໍາປາສັກ (ປາກເຊ ແລະ ສະຫວັນນະເຂດ: GAPE ແລະ JVC). ເຂົ້າເບິ່ງແຫຼ່ງຂໍ້ມູນທີ່ນີ້
  • 29. Kenney-Lazar, “ການປູກຢາງພາລາ”.
  • 30. Obein, ບົດປະເມີນຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ.ເຂົ້າເບິ່ງແຫຼ່ງຂໍ້ມູນທີ່ນີ້
  • 31. Kenney-Lazar, “ການປູກຕົ້ນຢາງພາລາ”.
ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

DTpbp
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!