Skip to content

ແຜນແມ່ບົດໃນການພັດທະນາການປົກຄອງດ້ວຍກົດໝາຍໃນ ສປປ ລາວ ເຖິງປີ 2020

ຈັດພິມໂດຍ: Open Development Laos

ແຜນແມ່ບົດໃນການພັດທະນາ ສປປ ລາວ ໃຫ້ເປັນປະເທດມີການປົກຄອງດ້ວຍກົດໝາຍ ເຖິງປີ 2020 ນີ້ ປະກອບດ້ວຍສາມພາກທີ່ກ່ຽວຂ້ອງເຊິ່ງເກັນແລະກັນ ຄື: ພາກທີ 1: ການປະເມີນການຄຸ້ມຄອງລັດຖະທະມະນູນ, ກົດໝາຍ ແລະ ເສດຖະກິດ-ສັງຄົມ ຂອງ ສປປ ລາວຈົນເຖິງປະຈຸບັນ ເຊິ່ງກຳນົດຈຸດດີ, ຈຸດອ່ອນ ແລະ ບົດຮຽນທີ່ໄດ້, ການພັດທະນາຊັບພະຍາກອນມະນຸດໃນເມື່ອກ່ອນ ໃນຂະແໜງກົດໝາຍ ແລະ ຍຸດຕິທຳ, ການພັດທະນາຂໍ້ມູນຂ່າວສານກົດໝາຍ ແລະ ການມີສ່ວນຮ່ວມຂອງປະຊາຊົນໃນການພັດທະນາຂະແໜງກົດໝາຍ ແລະ ຍຸດຕິທຳ. ພາກທີ 2: ຈຸດປະສົງ, ມະໂນພາບຄວາມຕ້ອງການ, ທິດຊີ້ນຳ ແລະ ຍຸດທະສາດໃນການພັດທະນາ ສປປ ລາວ ໃຫ້ເປັນປະເທດທີ່ປົກຄອງດ້ວຍກົດໝາຍ ເຖິງປີ 2020. ພາກນີ້ ມີການກຳນົດແຜນຍຸດທະສາດໃນແຕ່ລະດ້ານດັ່ງນີ້: 1) ການພັດທະນາກົດໝາຍຂອງ ສປປ ລາວ; 2) ການພັດທະນາອົງການຈັດຕັ້ງປະຕິບັດກົດໝາຍຂອງ ສປປ ລາວ; 3) ການພັດທະນາຊັບພະຍາກອນມະນຸດໃນຂະແໜງກົດໝາຍ ແລະ ຍຸດຕິທຳ; 4) ການພັດທະນາຂໍ້ມູນຂ່າວສານດ້ານກົດໝາຍ ແລະ ການມີສ່ວນຮ່ວມຂອງປະຊາຊົນໃນຂະແໜງກົດໝາຍ ແລະ ນິຕິກຳ; 5) ການພັດທະນາພື້ນຖານໂຄງລ່າງ ຂອງອົງການຈັດຕັ້ງປະຕິບັດກົດໝາຍຂອງ ສປປ ລາວ. ພາກທີ 3: ວິທີການ ແລະ ມາດຕະການສຳລັບການຈັດຕັ້ງປະຕິບັດແຜນແມ່ບົດສະບັບນີ້. ເພື່ອຮັບປະກັນປະສິດທິພາບໃນການຈັດຕັ້ງປະຕິບັດແຜນແມ່ບົດນີ້, ພາກນີ້ຈຶ່ງມີການກຳນົດກົດໄກໜ້າທີ່ຮັບຜິດຊອບສະເພາະ ສຳລັບການຈັດຕັ້ງປະຕິບັດ, ເຊິ່ງປະກອບດ້ວຍ ຄະນະຊີ້ນຳແຫ່ງຊາດ (NSC), ຄະນະກຳມະການເຮັດວຽກຮ່ວມລະຫວ່າງອົງກອນ (IWC) ແລະ ເລຂາທິການ.

ແຫຼ່ງຂໍ້ມູນ (1)

ເບິ່ງຕົວຢ່າງຂໍ້ມູນ - Master Plan on Development of the Rule of Law in the Lao PDR toward the year 2020

Additional Info

Field Value
ປະເພດເອກະສານ Reports, journal articles, and research papers (including theses and dissertations)
ພາສາຂອງເອກະສານ
  • ອັງກິດ
ຫົວຂໍ້
  • Law and judiciary
  • Legal framework
ພື້ນທີ່ພູມສັນຖານ (ຂອບເຂດພື້ນທີ່)
  • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ລິຂະສິດ Yes
ສະບັບທີ / ຄັ້ງທີ 1
ສັນຍາລິຂະສິດ Creative Commons Attribution
ຂໍ້ມູນຕິດຕໍ່

The Ministry of Justice, Office of the Supreme People’s Prosecutor, People’s Supreme Court, Ministry of Security

ຜູ້ຂຽນຮ່ວມ (ອົງການຈັດຕັ້ງ) The Ministry of Justice, Office of the Supreme People’s Prosecutor, People’s Supreme Court, Ministry of Security
ສະຖານທີ່ຈັດພິມ Lao PDR
ຜູ້ຈັດພິມ The Ministry of Justice, Office of the Supreme People’s Prosecutor, People’s Supreme Court, Ministry of Security
ປີຈັດພິມ 2009
ຈຳນວນໜ້າ 94
ຄຳສັບຫຼັກ rule of law
ວັນທີອັບໂຫຼດ ສິງຫາ 22, 2017, 14:59 (UTC)
ວັນທີດັດແປງ ທັນວາ 20, 2019, 08:38 (UTC)