ປ່າໄມ້ ແລະ ວຽກງານດ້ານປ່າໄມ້

ຍ້ອນລັກສະນະພູມສັນຖານສ່ວນໃຫຍ່ທີ່ເປັນພູ ແລະ ພູມອາກາດຮ້ອນຊຸ່ມ, ປະເທດລາວຈຶ່ງອຸດົມສົມບູນໄປດ້ວຍປ່າໄມ້. ລາວເປັນປະເທດໜຶ່ງທີ່ມີປ່າຝົນເຂດຮ້ອນທີ່ອຸດົມສົມບູນໃນອາຊີຕາເວັນອອກສຽງໃຕ້. ໃນຊຸມປີຜ່ານມາ ການປະເມີນເນື້ອທີ່ປ່າໄມ້ຂອງລາວເປັນບັນຫາຂັດແຍ່ງ ເນື່ອງຈາກລາວບໍ່ມີຄຳນິຍາມເນື້ອທີ່ປ່າໄມ້ທີ່ເປັນທາງການ ແລະ ເປັນທີ່ຍອມຮັບໃນລະດັບສາກົນ. ດ້ວຍເຫດນີ້ ພື້ນທີ່ປ່າໄມ້ຄາດຄະເນຂອງລາວຈຶ່ງບໍ່ມີຄວາມຊັດເຈນ, ທັງນີ້ແມ່ນຂຶ້ນຢູ່ກັບການກຳນົດນິຍາມປ່າໄມ້ ແລະ ວິທີການທີ່ນຳໃຊ້ໃນການປະເມີນ.1 ເຖິງຢ່າງໃດກໍຕາມ, ອີງຕາມການຈັດສັນປ່າໄມ້ທາງການຫຼ້າສຸດ, ເຊິ່ງກຳນົດນິຍາມປ່າໄມ້ຈາກພື້ນທີ່ທີ່ມີຄວາມໜາແໜ້ນການປົກຄຸມໜ້າດິນຢ່າງໜ້ອຍ 20%, ມີເສັ້ນຜ່າໃຈກາງຕົ້ນໄມ້ໃນລະດັບໜ້າເອິກ (DBH) ບໍ່ຫຼຸດ 10 ຊມ, ແລະ ມີເນື້ອທີ່ 0.5 ເຮັກຕາຂຶ້ນໄປ, ປະເທດລາວມີເນື້ອທີ່ປ່າໄມ້ຄາດຄະເນລວມທັງໝົດ 13.2 ລ້ານເຮັກຕາ, ຫຼື 57.4% ຂອງເນື້ອທີ່ດິນທັງໝົດໃນປີ 2015.2 ໃນນັ້ນປ່າປະສົມປ່ຽນໃບກວມພຶ້ນທີ່ຫຼາຍສຸດ ປະມານ 9.4 ລ້ານເຮັກຕາ. ສ່ວນທີ່ເຫຼືອແມ່ນປະເພດປ່າໂຄກແຫ້ງແລ້ງ, ປ່າດົງດິບແຫ້ງແລ້ງ, ປ່າແປກ, ປ່າປະສົມປ່າແປກ ແລະ ປ່າໄມ້ໃບກວ້າງ. ນອກຈາກນັ້ນ ຍັງມີພື້ນທີ່ປ່າເລົ່າອ່ອນ, ປ່າໄມ້ອຸດສາຫະກຳ ແລະ ປ່າໄຜ່ (ກວມ 27.30% ຂອງພື້ນທີ່ທັງໝົດ).

ຊັບພະຍາກອນປ່າໄມ້ມີຄວາມສໍາຄັນຕໍ່ຫຼາຍພາກສ່ວນ ແລະ ຍັງປະກອບສ່ວນຢ່າງໃຫຍ່ຫຼວງຕໍ່ເສດຖະກິດໃນຊົນນະບົດຂອງລາວ. ເນື່ອງຈາກປ່າໄມ້ສາມາດສ້າງຄຸນຄ່າທາງສິ່ງແວດລ້ອມຢ່າງຫຼວງຫຼາຍ ໂດຍຜ່ານການໃຫ້ບໍລິການທາງດ້ານລະບົບນິເວດ, ເຊັ່ນ ການປົກປ້ອງຊີວະນາໆພັນ ແລະ ແຫຼ່ງນ້ຳ, ກໍຄືການກັກເກັບອາຍກາກໂບນິກ.

ເຖິງແນວໃດກໍ່ຕາມ, ປ່າໄມ້ໃນປະເທດລາວກໍາລັງຖືກຄຸກຄາມຈາກ ແຮງກົດດັນຫຼາຍຢ່າງ ແລະ ໃນຂະນະທີ່ອັດຕາສ່ວນຂອງພື້ນທີ່ປ່າໄມ້ມີລັກສະນະເພີ່ມຂຶ້ນ, ຄຸນະພາບຂອງປ່າໄມ້ພັດສືບຕໍ່ຊຸດໂຊມລົງໃນໄລຍະທົດສະວັດທີ່ຜ່ານມາ.3

Forest_Nam_Ha_NPA_Laos

ປ່າໄມ້ໃນເຂດປ່າສະຫງວນແຫ່ງຊາດນໍ້າຮ້າ, ປະເທດລາວ. ແຫຼ່ງທີ່ມາ: Wikimedia Commons. ລິຂະສິດ: CC BY-SA 4.0.

ການນຳໃຊ້ປ່າໄມ້

ປ່າໄມ້ໃນລາວມີບົດບາດສໍາຄັນຕໍ່ການພັດທະນາທາງດ້ານເສດຖະກິດຂອງປະເທດນັບຕັ້ງແຕ່ປະເທດຊາດໄດ້ຮັບການປົດປ່ອຍຈາກທົດສະວັດແຫ່ງສົງຄາມ ແລະ ການສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໃນປີ 1975. ເຊັ່ນ:

  • ໃນຊ່ວງທີ່ເສດຖະກິດຂອງລາວປິດຮັບການລົງທຶນ ແລະ ການຄ້າຂອງຕ່າງປະເທດ ໃນໄລຍະສັງຄົມນິຍົມແບບລວມສູນກ່ອນປີ 1986, ການຂຸດຄົ້ນໄມ້ໂດຍລັດວິສາຫະກິດປ່າໄມ້ ແມ່ນຂະແໜງການໜຶ່ງທີ່ສໍາຄັນຫຼາຍ ໃນການສະໜອງທຶນຮອນເຂົ້າໃນກິດຈະກໍາຂອງລັດຖະບານ.4
  • ການອະນຸລັກປ່າໄມ້ໃນເຂດຕົ້ນນໍ້າ ມີຄວາມສໍາຄັນໃນການປົກປ້ອງແຫຼ່ງນໍ້າ, ການຮັກສາຄຸນະພາບຂອງນໍ້າ ແລະ ການໄຫຼຂອງນໍ້າ ສຳລັບການນຳໃຊ້ໃນຈຸດປະສົງຕ່າງໆ, ໂດຍສະເພາະແມ່ນໃນລະດູແລ້ງ, ເພື່ອສ້າງຄວາມສົມດູນລະຫວ່າງການຜະລິດພະລັງງານທາງນໍ້າ, ການປະມົງ ແລະ ການກະສະກຳໃຫ້ມີປະສິດທິພາບກວ່າເກົ່າ.5 
  • ບົດຄົ້ນຄວ້າປີ 2007 ສະແດງໃຫ້ເຫັນວ່າ ປ່າໄມ້ທີ່ອຸດົມສົມບູນສ້າງຜົນປະໂຫຍດທາງດ້ານເສດຖະກິດທັງໃນປະຈຸບັນ ແລະ ໃນໄລຍະຍາວ ໃຫ້ກັບຜູ້ທີ່ມີສ່ວນຮ່ວມໃນທ້ອງຖິ່ນຜ່ານຂະແໜງທ່ອງທ່ຽວແບບອະນຸລັກຂອງລາວ, ເມື່ອສົມທຽບກັບປ່າໄມ້ທີ່ຖືກເຮັດໃຫ້ເສື່ອມໂຊມຈາກການປູກຢາງພາລາ.6

ແຜນວາດ: Open Development Laos. ແຫຼ່ງຂໍ້ມູນ: World Bank. 2018. “Data: Lao PDR”. ສືບຄົ້ນ ມິຖຸນາ 2018. 

ນອນນີ້ ປ່າໄມ້ຍັງມີຄຸນປະໂຫຍດໃນການສະໜອງໄມ້ໃຫ້ແກ່ຊຸມຊົນ ເພື່ອນຳໃຊ້ເປັນອຸປະກອນການປຸກສ້າງ ແລະ ສ້ອມແປງ, ລ້ອມຮົ້ວ, ຫັດຖະກຳ, ເຄື່ອງມືກະສິກຳ ແລະ ເຊື້ອເພີງ. ໃນຂະນະດຽວກັນ, ປ່າໄມ້ຍັງສະໜອງເຄື່ອງປ່າຂອງດົງໃນຮູບຂອງແຫຼ່ງອາຫານ, ຢາ ແລະ ສ້າງລາຍຮັບລ້ຽງຊີບໃນເຂດຊົນນະບົດ.  ອາຫານຈາກປ່າແມ່ນໄດ້ມາໂດຍບໍ່ຕ້ອງເສຍເງິນ ທັງອຸດົມໄປດ້ວຍສານອາຫານ ເຊິ່ງຊ່ວຍໃນການຮັບປະກັນດ້ານສະບຽງອາຫານໃນຊຸມຊົນຊົນນະບົດ ໃນຊ່ວງທີ່ອຶດເຂົ້າກິນ ແລະ ຍັງສາມາດນຳໄປຂາຍຕາມທ້ອງຕະຫຼາດເພື່ອສ້າງລາຍຮັບ. ຢາພື້ນເມືອງ ແລະ ສະໝູນໄພຈາກປ່າຍັງເປັນອີກໜຶ່ງທາງເລືອກໃນການປິ່ນປົວສຸຂະພາບ ໂດຍສະເພາະໃນພື້ນທີ່ຫ່າງໄກສອກຫຼີກ. 7 8 ນອກຈາກນັ້ນ ເຄື່ອງປ່າຂອງດົງເຊັ່ນ ໝາກແໜ່ງ9, ຍານ10 ແລະ ຢາງໄມ້ບາງຊະນິດ ຍັງສ້າງລາຍໄດ້ເປັນກອກເປັນກຳໃຫ້ແກ່ຊຸມຊົນ ເປັນສິນຄ້າສົ່ງອອກ.11

ປ່າໄມ້ໃນລາວຍັງເປັນແຫຼ່ງທີ່ຢູ່ອາໄສຂອງສັດປ່າ ແລະ ພືດພັນນາໆຊະນິດ. ຕາມການຄົ້ນຄວ້າພົບວ່າ ພັນພືດໃນລາວມີຫຼາຍກວ່າ 5,000 ຊະນິດ, 1,373 ສາຍພັນ, ແລະ 188 ຕະກຸນ12, ເຊິ່ງໃນນັ້ນມີດອກກ້ວຍໄມ້ປ່າ 485 ສາຍພັນ.13 ມີການຄາດຄະເນວ່າຈຳນວນພັນໄມ້ດອກຂອງລາວ ອາດມີຫຼາຍເຖິງ 8,000-11,000 ສາຍພັນໃນທົ່ວປະເທດ. ນອກຈາກນັ້ນ ຍັງມີການຄົ້ນພົບພັນສັດລ້ຽງລູກດ້ວຍນ້ຳນົມຂະໜາດໃຫຍ່ປະມານ 100 ສາຍພັນ, ສັດເລືອຄານ ແລະ  ສັດເຄິ່ງບົກເຄິ່ງນ້ຳ 200 ສາຍພັນ, ນົກ 700 ສາຍພັນ, ເຈຍ 90 ສາຍພັນ ແລະ ປາ 500 ສາຍພັນ.14

ໃນເຂດພູສູງ, ພື້ນທີ່ປ່າຂັ້ນສອງທີ່ຖືກຊຸດໂຊມຈາກການຂຸດຄົ້ນໄມ້ມີຄ່າ  ພົບວ່າມີຄຸນຄ່າການນຳໃຊ້ທີ່ຫຼາກຫຼາຍສຳລັບຊາວກະສິກອນໃນລາວ ເຊິ່ງນໍາໃຊ້ພື້ນດັ່ງກ່າວໃນການປູກຝັງໃນວົງຈອນການຖາງປ່າເຮັດໄຮ່. ປ່າເຫຼົ່ານີ້ຖືວ່າເປັນພື້ນທີ່ທີ່ຊຸດໂຊມທາງດ້ານສິ່ງແວດລ້ອມ. ເຖິງແນວໃດກໍ່ຕາມ, ເມື່ອມີການຈັດຕັ້ງ ປ່າໄມ້ເຫຼົ່ານີ້ຈະສະໜອງຄຸນປະໂຫຍດແບບຍືນຍົງ ພາຍໃຕ້ລະບົບການຄຸ້ມຄອງທີ່ເໝາະສົມ ເຊັ່ນ: ການເຮັດໄຮ່ແບບໝູນວຽນ. ນອກນັ້ນ, ປ່າຂັ້ນສອງຍັງສາມາດສະໜອງຊັບພະຍາກອນປ່າໄມ້ທີ່ສຳຄັນໃນການລ້ຽງຊີບ ແລະ ການເກັບເຄື່ອງປ່າຂອງດົງແບບພໍພຽງ. ພື້ນທີ່ປ່າເຫຼົ່ານີ້ຍັງສາມາດສະໜອງຄວາມຫຼາກຫຼາຍດ້ານຊີວະນາໆພັນຈຳນວນໜຶ່ງ ແລະ ມີປະໂຫຍດໃນການກັກເກັບທາດອາຍກາກໂບນິກ ເມື່ອທຽບກັບການນຳໃຊ້ປ່າຂັ້ນສອງໃນຮູບແບບອື່ນໆ, ເຊັ່ນ: ການປູກຢາງພາລາ, ເຖິງແມ່ນວ່າຈະຖືກຈັດໃນປະເພດນະໂຍບາຍອັນດຽວກັນກໍ່ຕາມ.15 16

ປ່າໄມ້ລາວແມ່ນຊັບພະຍາກອນອັນລ້ຳຄ່າຂອງຊາດ ແລະ ຂອງໂລກ, ເປັນທີ່ຢູ່ອາໄສຂອງສັດ ແລະ ພືດນາໆຊະນິດ ທັງເປັນບ່ອນກັກເກັບອາຍກາກໂບນິກ ເພື່ອຫຼຸດຜ່ອນການປ່ຽນແປງຂອງສະພາບອາກາດ. ປ່າໄມ້ຍັງມີຄວາມສໍາຄັນຕໍ່ການນໍາໃຊ້ທີ່ບໍ່ແມ່ນດ້ານເສດຖະກິດ ກໍ່ຄືທາງດ້ານສິ່ງແວດລ້ອມ ແລະ ວັດທະນະທໍາ. ປ່າໄມ້ມີຄວາມສໍາຄັນຕໍ່ຄວາມເຊື່ອທາງຈິດໃຈຂອງຫຼາຍໆຊຸມຊົນໃນຊົນນະບົດ ແລະ ຄົນພື້ນເມືອງ. ຫຼາຍໆໝູ່ບ້ານມີການອະນຸລັກປ່າໄມ້ສັກສິດ ເປັນພື້ນທີ່ທີ່ເຊື່ອວ່າມີວິນຍານສິງສະຖິດຢູ່ ເຊັ່ນ: ປ່າຊ້າ ເຊິ່ງເປັນບ່ອນຝັງສົບຂອງບັນພະບູລຸດ. ໃນເຂດຊົນນະບົດ, ປ່າໄມ້ຍັງເປັນບ່ອນຜັກຜ່ອນ ແລະ ບ່ອນສຸນທະລີຂອງໝູ່ບ້ານ.17

ການຕັດໄມ້ທຳລາຍປ່າ ແລະ ການຊຸດໂຊມຂອງປ່າໄມ້

ເຖິງວ່າຈະມີຄຸນຄ່າທີ່ຕິດພັນກັບການຄຸ້ມຄອງ ແລະ ການປົກປັກຮັກສາປ່າໄມ້ແບບຍືນຍົງຂອງປະເທດລາວກໍ່ຕາມ, ໃນໄລຍະຜ່ານມາ, ຄຸນຄ່າທາງດ້ານເສດຖະກິດທີ່ສູງ ໄດ້ສ້າງແຮງກົດດັນຕໍ່ປ່າໄມ້ ເຊິ່ງນໍາໄປສູ່ບັນຫາການຕັດໄມ້ທໍາລາຍປ່າ ແລະ ບັນຫາປ່າໄມ້ຊຸດໂຊມ.

ອີງຕາມການປະເມີນຂອງລັດຖະບານລາວ, ບັນຫາການຕັດໄມ້ທໍາລາຍປ່າ ໄດ້ທຳລາຍພື້ນທີ່ປ່າໄມ້ອັນກວ້າງໃຫຍ່ຂອງປະເທດລາວນັບຕັ້ງແຕ່ຊຸມປີ 1940 ເປັນຕົ້ນມາ, ເຊິ່ງພື້ນທີ່ປ່າໄມ້ຂອງລາວເຄີຍມີຫຼາຍກວ່າ 70% ຂອງເນື້ອທີ່ດິນທັງໝົດ. ໃນຊຸມປີ 1990, ຕົວເລກດັ່ງກ່າວໄດ້ຫຼຸດລົງມາ ເຫຼືອຕໍ່າກວ່າ 40%.18 ບັນຫາການຕັດໄມ້ທໍາລາຍປ່ານີ້ມີສາເຫດມາຈາກຫຼາຍປັດໄຈ, ແຕ່ປັດໃຈທີ່ສຳຄັນລວມມີ: ການຄ້າໄມ້ແບບຜິດກົດໝາຍ, ການບຸກລຸກພື້ນທີ່ປ່າເພື່ອການກະສິກໍາ, ການປູກຕົ້ນໄມ້ອຸດສາຫະກໍາ, ການສ້າງເຂື່ອນພະລັງງານໄຟຟ້ານໍ້າຕົກ, ການຂຸດຄົ້ນບໍ່ແຮ່ ແລະ ການພັດທະນາພື້ນຖານໂຄງລ່າງຕ່າງໆ ເຊັ່ນ: ຖະໜົນຫົນທາງ.19

ໃນຊ່ວງທົດສະວັດຜ່ານມາ ລາວໄດ້ດຳເນີນຄວາມພະຍາຍາມໃນການຟື້ນຟູພື້ນທີ່ປ່າໄມ້ໂດຍລວມ. ແຕ່ປີ 2010-2015, ສະເລ່ຍພື້ນທີ່ປ່າໄມ້ຂອງລາວເພີ່ມຂຶ້ນໃນອັດຕາ 1% ຕໍ່ປີ. ເຖິງຢ່າງໃດກໍຕາມ ພື້ນທີ່ປ່າທຳມະຊາດຍັງຄົງຫຼຸດລົງຢ່າງຕໍ່ເນື່ອງ, ນີ້ແມ່ນລວມໄປເຖິງການຫຼຸດຜ່ອນທາງດ້ານຄຸນນະພາບຂອງລະບົບນິເວດປ່າໄມ້ທັງໝົດ. ຄວາມໜ້າແໜ້ນຂອງການປົກຄຸມໜ້າດິນຂອງປ່າໄມ້ໃນລະດັບ 70% ແມ່ນຫຼຸດລົງຈາກ 29.1% ເຫຼືອພຽງ 8.3% ຂອງພື້ນທີ່ປ່າໄມ້ທັງໝົດ,  ໃນຂະນະດຽວກັນ ປ່າໄມ້ເປີດໂລ້ນ (ເຊິ່ງມີຄວາມໜາແໜ້ນການປົກຄຸມໜ້ອຍກວ່າ 40%) ພັດເພີ່ມຂຶ້ນຈາກ 16.3% ມາເປັນ 28.9%.20

ຄວາມແຕກຕ່າງອາດສາມາດຈຳແນກໄດ້ ລະຫວ່າງຜົນກະທົບທີ່ຮ້າຍແຮງຈາກການທຳລາຍປ່າໄມ້ (ເຊັ່ນ: ໃນກໍລະນີການຄ້າໄມ້ເປັນສາເຫດຫຼັກ) ແລະ ການຊຸດໂຊມຂອງປ່າໄມ້ ທີ່ເກີດຈາກຄຸນະພາບ ແລະ ຄວາມໜາແໜ້ນຂອງພື້ນທີ່ປ່າໄມ້ຫຼຸດຜ່ອນລົງຕາມການເວລາ ແລະ ໃຫ້ຄຸນປະໂຫຍດທີ່ຫຼາກຫຼາຍ (ເຊັ່ນ: ການຖາງປ່າເຮັດໄຮ່). ຕົວຢ່າງ: ຄຸນະພາບຂອງປ່າໄມ້ຫຼຸດລົງຢ່າງໄວວາ ເມື່ອມີການຕັດໄມ້ທີ່ມີມູນຄ່າສູງຈາກພື້ນທີ່ປ່າໄມ້. ເຖິງແນວໃດກໍ່ຕາມ, ຖາງປ່າເຮັດໄຮ່ ສ່ວນໃຫຍ່ແມ່ນປະຕິບັດໃນເຂດປ່າຂັ້ນສອງເທົ່ານັ້ນ, ເຊິ່ງໄດ້ຮັບການຄຸ້ມຄອງຢ່າງຍືນຍົງແບບໝູນວຽນຈາກການຜະລິດກະສິກຳ ໄປສູ່ການຟື້ນຟູປ່າຂັ້ນສອງ ຫຼື ປ່າຟື້ນຟູໃນໄລຍະຍາວ ແລະ ຈະນຳໄປສູ່ການທໍາລາຍປ່າໄມ້ ກໍ່ຕໍ່ເມື່ອມີການບຸກລຸກປ່າທຳມະຊາດເທົ່ານັ້ນ.21

ກຳມະສິດ ແລະ ການຄຸ້ມຄອງປ່າໄມ້

ປະຊາຊົນໃນເຂດຊົນນະບົດເຖິງ 73% ເພິ່ງພາວຽກງານການກະສິກໍາ ແລະ ປ່າໄມ້ຂະໜາດນ້ອຍ ໃນການດໍາລົງຊີວິດ. ໃນບາງຊຸມຊົນ ລາຍໄດ້ຂອງຄອບຄົວເຖິງ 50% ແມ່ນໄດ້ມາຈາກເຄື່ອງປ່າຂອງດົງ. ເຖິງແນວໃດກໍ່ຕາມ, ລັດຖະບານຍັງຄົງສິດໃນການຄອບຄອງພື້ນທີ່ປ່າໄມ້ເຖິງ 99.9% ໂດຍບໍ່ມີການຮັບຮອງສິດໃນການຄອບຄອງຕາມປະເພນີທີ່ພຽງພໍ. ສິ່ງດັ່ງກ່າວເຮັດໃຫ້ຊຸມຊົນທີ່ເພິ່ງພາປ່າໄມ້ ມີຄວາມສ່ຽງສູງຕໍ່ການເວນຄືນທີ່ດິນ.22 

ພາຍຫຼັງການພັດທະນາຫຼັງການປົດປ່ອຍ ຜ່ານການຄຸ້ມຄອງຂອງລັດວິສາຫະກິດປ່າໄມ້, ລັດຖະບານໄດ້ຈັດແບ່ງປະເພດປ່າໄມ້ອອກເປັນ 3 ປະເພດ ເພື່ອການຄຸ້ມຄອງຊັບພະຍາກອນປ່າໄມ້ ຄື: ປ່າຜະລິດ, ປ່າສະຫງວນ ແລະ ປ່າປົກປ້ອງ.23 ປ່າໄມ້ແຕ່ລະປະເພດອາດມີຈັດຕັ້ງປະຕິບັດການຄຸ້ມຄອງໃນລະດັບຊາດ, ລະດັບແຂວງ, ເມືອງ ຫຼື ບ້ານ;  ເຖິງຢ່າງໃດກໍ່ຕາມ, ປ່າໄມ້ທີ່ມີການຄຸ້ມຄອງໃນລະດັບຊາດແມ່ນມີຄວາມສໍາຄັນທີ່ສຸດ. ປ່າສະຫງວນໄດ້ມີການລິເລີ່ມຈັດຕັ້ງໃນປີ 1993 ໃນນາມເຂດອະນຸລັກຊີວະນາໆພັນແຫ່ງຊາດ ເຊິ່ງຈັດສັນເພື່ອການອະນຸລັກຊີວະນາໆພັນ. ເຊິ່ງປະຈຸບັນໄດ້ສ້າງງເປັນເຄືອຂ່າຍ ປ່າສະຫງວນແຫ່ງຊາດ  (NPAs) ເຊິ່ງກວມເອົາ 14% ຂອງເນື້ອທີ່ທົ່ວປະເທດ.24 ປ່າຜະລິດແມ່ນຈັດຕັ້ງຂຶ້ນ ເພື່ອຮອງຮັບອັດຕາການຕັດໄມ້ທໍາລາຍປ່າທີ່ສູງ ເພື່ອເຮັດໃຫ້ການຄຸ້ມຄອງການຂຸດຄົ້ນໄມ້ ມີແບບແຜນ ແລະ ການຄວບຄຸມ ແລະ ເພື່ອສົ່ງເສີມຄວາມຍືນຍົງ, ໂດຍແນໃສ່ການຟື້ນຟູປ່າຂັ້ນສອງ ເພື່ອສະກັດກັ້ນການໝົດສ້ຽງຂອງຊັບພະຍາກອນ. ປ່າປົກປ້ອງໄດ້ຮັບການສ້າງຕັ້ງຂື້ນໃນຊ່ວງການປະກາດໃຊ້ ກົດໝາຍວ່າດ້ວຍປ່າໄມ້ (2007) ແລະ ແນໃສ່ປົກປ້ອງແຫຼ່ງນໍ້າທີ່ສຳຄັນ ແລະ ຄວາມໝັ້ນຄົງຂອງຊາດ. ໃນໄລຍະຜ່ານມາ, ສະພາແຫ່ງຊາດໄດ້ສະເໜີກ່ຽວກັບການທົບທວນການນໍາໃຊ້ປະເພດປ່າໄມ້ເຫຼົ່ານີ້ ເພື່ອໃຫ້ສາມາດສະທ້ອນລັກສະນະຂອງການນໍາໃຊ້ທີ່ຊັດເຈນ ແລະ ສາມາດປັບປຸງການຄຸ້ມຄອງປ່າໄມ້ຂອງຊຸມຊົນ ກໍຄືການມີສ່ວນຮ່ວມຂອງພາກສ່ວນເອກະຊົນໃນການຄຸ້ມຄອງປ່າໄມ້.25

ໃນຂັ້ນບ້ານ, ໄດ້ມີກົນໄກຫຼາຍຢ່າງສໍາລັບການອອກໃບຕາດິນ, ສຳລັບທີ່ດິນລວມໝູ່ (ທີ່ດິນລວມຂອງສະຫະກອນ) ຫຼື ທີ່ດິນຊຸມຊົນ (ທີ່ດິນລວມຂອງຊົນເຜົ່າ). ກົດໝາຍວ່າດ້ວຍຊັບສິນ (1990) ແລະ ກົດໝາຍວ່າດ້ວຍທີ່ດິນ (2003), ລວມທັງທິດຊີ້ນຳອື່ນໆທີ່ກ່ຽວຂ້ອງຂອງລັດຖະບານ ເຮັດໃຫ້ສາມາດຈັດຕັ້ງການຈັດເຂດພື້ນທີ່ກະສິກໍາ ແລະ ປ່າໄມ້ ຕາມຈຸດປະສົງການນຳໃຊ້ສະເພາະ. ການຈັດເຂດເຫຼົ່ານີ້ ແມ່ນອີງໃສ່ການຈັດປະເພດປະເພດປ່າຜະລິດ, ປ່າສະຫງວນ ແລະ ປ່າປົກປ້ອງ ເຊັ່ນດຽວກັບການຈັດປະເພດປ່າໄມ້ແຫ່ງຊາດ.26 ໃນຂະນະທີ່ກົນໄກເຫຼົ່ານີ້ບໍ່ໃຫ້ສິດຊາວບ້ານໃນການຄອບຄອງຊັບພະຍາກອນປ່າໄມ້, ແຕ່ມັນກໍຮັບປະກັນສິດໃນລະດັບໜຶ່ງ ໃນການຈັດສັນປ່າໄມ້ ໃນປະເພດການນຳໃຊ້ທີ່ສະເພາະເຈາະຈົງ ເຊິ່ງເປັນການຈັດຕັ້ງປະຕິບັດທີ່ຍືນຍົງ.27

ນະໂຍບາຍປ່າໄມ້ໃນປະຈຸບັນ

ປະເທດລາວພວມຢູ່ໃນຂັ້ນຕອນການຈັດຕັ້ງປະຕິບັດການປ່ຽນແປງທີ່ສໍາຄັນ ທາງດ້ານນະໂຍບາຍກ່ຽວກັບການນໍາໃຊ້ ແລະ ການຄຸ້ມຄອງປ່າໄມ້. ສິ່ງທີ່ພົ້ນເດັ່ນທີ່ສຸດອາດແມ່ນ ກົດໝາຍວ່າດ້ວມປ່າໄມ້ ທີ່ປະຈຸບັນກຳລັງມີການປັບປຸງ ແລະ ຄາດວ່າຈະສະເໜີຜ່ານສະພາແຫ່ງຊາດໃນປີ 2019.28 ດັ່ງທີ່ໄດ້ລະບຸກ່ອນໜ້ານີ້, ລັດຖະບານໄດ້ພະຍາຍາມປະຕິຮູບການນໍາໃຊ້ປະເພດການຄຸ້ມຄອງປ່າໄມ້ ໃຫ້ສອດຄ່ອງກັບການນໍາໃຊ້ຕົວຈິງໃຫ້ຫຼາຍທີ່ສຸດ. ໃນປີ 2016, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ  ໄດ້ຈັດຕັ້ງປະຕິບັດມາດຕະການທີ່ເຂັ້ມງວດ ເພື່ອສະກັດກັ້ນການຄ້າໄມ້ຜິດກົດໝາຍ ຜ່ານ“ຄໍາສັ່ງວ່າດ້ວຍການເພີ່ມຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ການກວດກາການຂຸດຄົ້ນ, ການເຄື່ອນຍ້າຍ ແລະ ທຸລະກິດໄມ້” ເພື່ອຄຸ້ມຄອງອຸດສາຫະກໍາປຸງແຕ່ງໄມ້. ຕົວຢ່າງ: ມີການຫ້າມການສົ່ງອອກຜະລິດຕະພັນໄມ້ທ່ອນທີ່ບໍ່ຜ່ານການປຸງແຕ່ງ. ຄໍາສັ່ງດັ່ງກ່າວມີຜົນເຮັດໃຫ້ການສົ່ງອອກໄມ້ທ່ອນຫຼຸດຈຳນວນລົງຢ່າງຫຼວງຫຼາຍ.29

ນັບແຕ່ປີ 2012, ລັດຖະບານໄດ້ປະກາດໂຈະການສໍາປະທານທີ່ດິນໃນໄລຍະ 4 ປີ ສໍາລັບການເຮັດໄຮ່ຢາງພາລາ ແລະ ຕົ້ນວິກ, ກໍຄືການໂຈະສ່ວນໜຶ່ງຂອງການສຳປະທານການຂຸດຄົ້ນບໍ່ແຮ່  ເນື່ອງຈາກການລົງທຶນເຫຼົ່ານີ້ສົ່ງຜົນກະທົບໂດຍກົງຕໍ່ການທຳລາຍປ່າໄມ້.30 ເຖິງແມ່ນວ່າ ໄລຍະການໂຈະການສຳປະທານກ່ຽວກັບການປູກຕົ້ນໄມ້ອຸດສາຫະກຳໄດ້ສິ້ນສຸດລົງແລ້ວ, ແຕ່ວ່າການງົດການໃຫ້ສຳປະທານໃນການຂຸດຄົ້ນບໍ່ແຮ່ຍັງຄົງສືບຕໍ່ດຳເນີນມາແຕ່ປີ 2016.31 ການລິເລີ່ມທາງດ້ານນະໂຍບາຍທີ່ສໍາຄັນອີກຢ່າງໜຶ່ງຂອງລັດຖະບານ ແມ່ນຍຸດທະສາດຂະແໜງການປ່າໄມ້ 2020 (FS2020) ເຊິ່ງແນໃສ່ການຄຸ້ມຄອງ ແລະ ພັດທະນາຂະແໜງການປ່າໄມ້ແບບຍືນຍົງ ໂດຍວາງເປົ້າໝາຍການເພີ່ມເນື້ອທີ່ປ່າໄມ້ຂອງລາວໃຫ້ໄດ້ 70% ພາຍໃນປີ 2020.32 ເຖິງວ່າຈະມີຂໍ້ສົງໄສຂອາສາທາລະນະຊົນ ກ່ຽວກັບການຜັນຂະຫຍາຍເປົ້າໝາຍດັ່ງກ່າວ, ແຕ່ມັນກໍ່ສະແດງໃຫ້ເຫັນວ່າວຽກງານການຂະຫຍາຍ ແລະ ການປົກປັກຮັກສາພື້ນທີ່ປ່າໄມ້ ແມ່ນເປົ້າໝາຍຫຼັກຂອງລັດຖະບານລາວ.

ການລິເລີ່ມຂອງລັດຖະບານ ເພື່ອຢຸດຕິການຄ້າໄມ້ເຖື່ອນ, ເພື່ອຫຼຸດຜ່ອນອັດຕາການຕັດໄມ້ທໍາລາຍປ່າ, ແລະ ຟື້ນຟູປ່າໄມ້ໃນປະເທດ ແມ່ນສອດຄ່ອງກັບບັນດາໂຄງການປ່າໄມ້ສາກົນ ທີ່ດໍາເນີນການຢູ່ໃນລາວ ເຊັ່ນ: ໂຄງການຂອງອົງການສະຫະປະຊາຊາດ (UN) ເພື່ອຫຼຸດຜ່ອນການປ່ອຍສານພິດຈາກການຕັດໄມ້ທໍາລາຍປ່າ ແລະ ການເສື່ອມໂຊມຂອງປ່າໄມ້ (REDD+). ໂຄງການນີ້ສ້າງແຮງຈູງໃຈທາງດ້ານເສດຖະກິດ ເພື່ອປຸກລະດົມຜູ້ນໍາໃຊ້ທີ່ດິນ ບໍ່ໃຫ້ເຂົ້າໄປມີສ່ວນຮ່ວມກັບກິດຈະກໍາການຕັັດໄມ້ທໍາລາຍປ່າ. ມາເຖິງປະຈຸບັນນີ້, ໂຄງການ REDD+ ໄດ້ມີການທົດລອງຈັດຕັ້ງປະຕິບັດໃນພື້ນທີ່ເປົ້າໝາຍ ເພື່ອແນໃສ່ການສ້າງຕັ້ງລະບົບໃນລະດັບປະເທດ.33 ແນວໃດກໍ່ຕາມ, ໂຄງການດັ່ງກ່າວຍັງຄົງຜະເຊີນກັບສິ່ງທ້າທາຍຫຼາຍຢ່າງ ເຊັ່ນ:  ການໂອນຍ້າຍກິດຈະກໍາຕັດໄມ້ທໍາລາຍປ່າພາຍໃນພື້ນທີ່ທົດລອງ ໄປພື້ນທີ່ໃໝ່ຂ້າງນອກ ແລະ ຍັງມີຂໍ້ຫຍຸ້ງຍາກຕ່າງໆໃນການແກ້ໄຂບັນຫາການທໍາລາຍປ່າໄມ້ ທີ່ຕິດພັນກັບການສໍາປະທານທີ່ດິນ ສຳລັບໂຄງການກໍ່ສ້າງພື້ນຖານໂຄງລ່າງຂະໜາດໃຫຍ່.34

ອີກໜຶ່ງໂຄງການລິເລີ່ມທີ່ສໍາຄັນກໍ່ຄື ການບັງຄັບໃຊ້ກົດໝາຍວ່າດ້ວຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້  (FLEGT) ຂອງສະຫະພາບເອີຣົບ ທີ່ມີເປົ້າໝາຍໃນການສ້າງລະບົບ ເຊິ່ງວ່າສະເພາະແຕ່ໄມ້ທີ່ຖືກຕັດ ແລະ ແປຮູບທີ່ມີການຢັ້ງຢືນຢ່າງຖືກຕ້ອງຕາມກົດໝາຍເທົ່ານັ້ນ ຈຶ່ງສາມາດສົ່ງອອກໄປຍັງບັນດາປະເທດໃນສະຫະພາບເອີຣົບ. ໃນປີ 2015, ລັດຖະບານ ສປປ ລາວ ໄດ້ເຂົ້າຮ່ວມເວທີເຈລະຈາ ກັບສະຫະພາບເອີຮົບ ກ່ຽວກັບສັນຍາວ່າດ້ວຍການຮ່ວມມືແບບສະໝັກໃຈ (VPA) ສໍາລັບ FLEGT, ເຊິ່ງເປັນບາດກ້າວທໍາອິດທີ່ສໍາຄັນ ໃນການສ້າງຕັ້ງໂຄງການ.35

ກ່ຽວຂ້ອງກັບວຽກງານດ້ານປ່າໄມ້

ປັບປຸງຫຼ້າສຸດ: ຕຸລາ 2018

References

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

fFmZs
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!