Skip to content

ແຜນພັດທະນາຂະແໜງການສຶກສາ ແລະ ກິລາ (2016-2020)

ຈັດພິມໂດຍ: Open Development Laos

ແຜນພັດທະນາຂະແໜງການສຶກສາປີ 2016-2020 ແມ່ນສັງລວມຜົນສຳເລັດ, ສິ່ງທ້າທາຍ ແລະ ບົດຮຽນທີ່ໄດ້ຈາກແຜນພັດທະນາຂະແໜງການສຶກສາປີ 2011-2015. ຈາກຫຼັກຖານທີ່ໄດ້ຈາກການທົບທວນເຄິ່ງໄລຍະຂອງການຈັດຕັ້ງປະຕິບັດ, ການທົບທວນນະໂຍບາຍການສຶກສາແຫ່ງຊາດສຳລັບທຸກຄົນ 2015 ແລະ ການປະເມີນຜົນສຸດທ້າຍ ແລະ ຄວາມຄືບໜ້າໃນການປະຕິບັດເປົ້າໝາຍການພັດທະນາແຫ່ງສະຫະສະວັດສຳລັບການສຶກສາ, ແຜນສະບັບນີ້ໄດ້ກຳນົດວິທີການ ທີ່ຂະແໜງການສຶກສາຈະສາມາດສະໜັບສະໜູນການປະຕິບັດເປົ້າໝາຍລວມ ແລະ ວິໄສທັດຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຫ້າປີ ຄັ້ງທີ 8 (2016-2020). ນອກຈາກນັ້ນ. ການສ້າງແຜນ ESDP 2016-2020 ນີ້ ຍັງຄົ້ນຄວ້າວິທີການ ເພື່ອບັນລຸວິໄສທັດປີ 2030 ແລະ ຍຸດທະສາດການພັດທະນາເຖິງປີ 2025. ການກຳນົດນະໂຍບາຍ, ຍຸດທະສາດ, ແລະ ເປົ້າໝາຍໃນແຜນພັດທະນາສະບັບນີ້ ຕົ້ນຕໍແມ່ນອີງໃສ່ວາລະການພັດທະນາການສຶກສາຫຼັງປີ 2015 ທີ່ມີການຮັບຮອງຈາກສາກົນ.

ແຫຼ່ງຂໍ້ມູນ (1)

ເບິ່ງຕົວຢ່າງຂໍ້ມູນ - Education and Sports Sector Development Plan (2016-2020) [Lao PDR]

Additional Info

Field Value
ປະເພດເອກະສານ Issue and policy briefs
ພາສາຂອງເອກະສານ
  • ອັງກິດ
ຫົວຂໍ້
  • Education policy and administration
  • SDG4 Quality Education
ພື້ນທີ່ພູມສັນຖານ (ຂອບເຂດພື້ນທີ່)
  • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ລິຂະສິດ Yes
ສະບັບທີ / ຄັ້ງທີ 2015
ສັນຍາລິຂະສິດ unspecified
ຜູ້ຂຽນ (ອົງການຈັດຕັ້ງ) Ministry of Education and Sports
ຜູ້ຈັດພິມ Ministry of Education and Sports
ປີຈັດພິມ 2015
ຈຳນວນໜ້າ 90
ວັນທີອັບໂຫຼດ ກັນຍາ 30, 2018, 02:51 (UTC)
ວັນທີດັດແປງ ກັນຍາ 11, 2019, 06:32 (UTC)