ລັດຖະບານ, ທະນາຄານໂລກຮ່ວມມືກັນໃນການປັບປຸງດ້ານໂພຊະນາການໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານ ແລະ ທະນາຄານໂລກໄດ້ອະນຸມັດສອງໂຄງການໃໝ່ ເຊິ່ງມີມູນຄ່າກວ່າ 451 ຕື້ກີບ (US$52 ລ້ານໂດລາ) ເຊິ່ງເປັນການຮ່ວມມືເພື່ອແກ້ໄຂບັນຫາເດັກເຕ້ຍໃນອັດຕາທີ່ສູງໃນແຂວງພາກເໜືອຂອງລາວ.

ໂຄງການທີ່ມີຊື່ວ່າ ການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດສານອາຫານໃນຊົນນະບົດ ຈະສ້າງພື້ນຖານໃຫ້ແກ່ລະບົບການຄຸ້ມຄອງສັງຄົມແຫ່ງຊາດ ແລະ ສະໜັບສະໜູນຜົນຂອງໂຄງການໂອນເງິນແບບມີເງື່ອນໄຂເພື່ອການປັບປຸງດ້ານໂພຊະນາການ.

ອ່ານຕໍ່…

ທີມຂ່າວວຽງຈັນທາມສ໌