ບໍລິສັດວຽງຈັນເຊັນເຕີມະຫາຊົນ ເລີ່ມຕົ້ນເປີດຂາຍຫຸ້ນໃຫ້ມະຫາຊົນ

(ຂປລ) ບໍລິສັດວຽງຈັນເຊັນເຕີມະຫາຊົນ ໄດ້ເລີ່ມເປີດຂາຍຫຸ້ນໃຫ້ກັບຜູ້ທີ່ສົນໃຈທັງພາຍໃນ ແລະ ຕ່າງປະເທດ.

ພິທີເປີດໂຕການຊື້ຂາຍຫຸ້ນດັ່ງກ່າວໄດ້ມີຂຶ້ນໃນວັນພຸດຜ່ານມານີ້ ພາຍໃຕ້ການເປັນສັກຂີພະຍານຂອງທ່ານ ສາຍສະໝອນ ຈັນທະຈັກ ເລຂາທິການຕະຫຼາດຫຼັກຊັບລາວ ແລະ ຕາງໜ້າຈາກໜ່ວຍທຸລະກິດຕ່າງໆ.

ບໍລິສັດດັ່ງກ່າວຈະຂາຍຫຸ້ນປະມານ 63.9 ລ້ານຫຸ້ນ ໃນລາຄາ 1,050 ກີບຕໍ່ຫຸ້ນ ເພື່ອສ້າງທຶນໃຫ້ໄດ້ຢ່າງໜ້ອຍ 67 ຕື້ກີບ, ຕາມທ່ານ ອຸລາໄທ ສັນຕິຄົງຄາ ຮອງປະທານບໍລິສັດ ວຽງຈັນເຊັນເຕີລາວຈຳກັດມະຫາຊົນ.

ອ່ານຕໍ່…

ຂປລ