ອົງການສາກົນມີແຜນສະໜັບສະໜູນການພັດທະນາກະສິກຳຄັ້ງໃຫຍ່ໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການກອງທຶນສາກົນເພື່ອການພັດທະນາກະສິກຳ (IFAD) ມີແຜນອະນຸມັດການຊ່ວຍເຫຼືອດ້ານການເງິນຊຸດໃໝ່ ໃນການຈັດຕັ້ງປະຕິບັດໂຄງການໃນຊົນນະບົດ ແນໃສ່ສົ່ງເສີມການຜະລິດເປັນສິນຄ້າ.

ໂຄງການດັ່ງກ່າວ ຊຶ່ງເປັນສ່ວນໜຶ່ງຂອງສືບຕໍ່ການຊ່ວຍເຫຼືອໃນປະຈຸບັນ ຈະດຳເນີນແຕ່ປີ 2020-2026 ໃນມູນຄ່າລວມ US$30 ລ້ານໂດລາ ເຊິ່ງຄາດວ່າຈະໄດ້ຮັບການອະນຸມັດໃນປີນີ້.

ເຈົ້າໜ້າທີ່ໄດ້ເປີດເຜີຍຂໍ້ມູນດັ່ງກ່າວຕໍ່ສື່ມວນຊົນໃນໂອກາດທີ່ທ່ານ ກິວເບີດ ຟ. ຮຸງໂບ ປະທານ IFAD ພ້ອນດ້ວຍຄະນະ ເດີນທາງຢ້ຽມຢາມແຂວງຊຽງຂວາງເພື່ອກວດສອບຄວາມຄືບໜ້າຂອງໂຄງການໃນອາທິດນີ້.

ອ່ານຕໍ່…

ແກ້ວວຽງຄອນ ບຸນວິເສດ
http://annx.asianews.network/content/major-int%E2%80%99l-boost-planned-agricultural-development-laos-100822