ໂຮງງານຊີມັງຈີນໃນລາວລະເບີດ ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ, ບາດເຈັບອີກ 20 ຄົນ

ການລະເບີດໃນວັນເສົານີ້ ເຊິ່ງເກີດຈາກການລະເບີດຫີນໃນໂຮງງານຊີມັງຂອງຈີນ ຢູ່ແຂວງພາກເໜືອຂອງລາວ ໄດ້ສົ່ງຜົນກະທົບຕໍ່ບ້ານແຫ່ງໜຶ່ງ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍໜຶ່ງຄົນ ແລະ ບາດເຈັບອີກ 20 ກວ່າຄົນ, ຕາມການກ່າວຂອງຊາວບ້ານ.
ການລະເບີດດັ່ງກ່າວຢູ່ບ້ານພອນມະນີ ເມືອງນ້ຳບາກ ແຂວງຫຼວງພະບາງ ເຮັດໃຫ້ເຮືອນຊານ ແລະ ລົດພັງເສຍຫາຍ.
ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/cement-blast-10062019112820.html