BCEL ເປີດຕົວບັດເຄຣດິດ Mastercard ແລະ ບັດ prepaid Mastercard ທີ່ສາມາດນຳໃຊ້ໃນທົ່ວໂລກ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານການຄ້າຕ່າງປະເທດລາວ (BCEL) ມະຫາຊົນ ໄດ້ເປີດຕົວບັດເດບິດແບບຈ່າຍລ່ວງໜ້າ ແລະ ບັດເຄຣດິດຢ່າງເປັນທາງການ ພາຍໃຕ້ຍີ້ຫໍ້ BCEL World Mastercard ເພື່ອຕອບສະໜອງຕໍ່ຄວາມຕ້ອງການໃນການທ່ອງທ່ຽວ ແລະ ຊື້ເຄື່ອງຂອງຄົນລາວ ດ້ວຍທາງເລືອກທີ່ປອດໄພ ແລະ ດີກວ່າການນຳໃຊ້ເງິນສົດ ທັງສະດວກຕໍ່ການເຂົ້າເຖິງຂອງທຸກຄົນ.

ພິທີເປີດຕົວຜະລິດຕະພັນບັດ BCEL World Mastercard Credit Card ແລະ BCEL Prepaid Mastercard ໄດ້ມີຂຶ້ນທີ່ວຽງຈັນ ໃນວັນສຸກຜ່ານມາ ພາຍໃຕ້ການເຂົ້າຮ່ວມຂອງທ່ານ ບຸນເຫຼືອ ສີໄຊວໍລະວົງ ຫົວໜ້າກົມນະໂຍບາຍ ແລະ ນິຕິກຳການເງິນພາຍໃຕ້ກະຊວງການເງິນ ແລະ ປະທານຄະນະອຳນວຍການ BCEL.

ອ່ານຕໍ່…

ໂຕະຂ່າວ