ຂປລ-ຂ່າວສານປະເທດລາວ

ການຍົກລະດັບຊົນລະປະທານ ຊ່ວຍສົ່ງເສີມຊາວກະສິກອນເມືອງຫີນບູນ

(ຂປລ) ຊາວກະສິກອນໃນສອງບ້ານຂອງເມືອງຫີນບູນ ແຂວງຄຳມ່ວນ ໄດ້ນຳໃຊ້ລະບົບຊົນລະປະທານໃໝ່ ທີ່ໄດ້ຮັບການກໍ່ສ້າງໂດຍບໍລິສັດໄຟຟ້າ ເທີນ-ຫີນບູນ.ໃນປະຈຸບັນ ບ້ານນາເຕີຍ ແລະ ໜອງດົງ ມີລະບົບຊົນລະປະທານຍົກລະດັບ ໄລຍະ 300 ແມັດ, ເພື່ອສະໜອງນ້ຳໃຫ້ແກ່ພື້ນທີ່ກະສິກຳ ລວມ 60 ເຮັກຕາ.ລະບົບຊົນລະປະທານໃນແຕ່ລະບ້ານລວມມີ 10 ປະຕູນ້ຳ ເພື່ອຄວບຄຸມການໄຫຼຂອງນ້ຳ ຕາມຄວາມຕ້ອງການໃນແຕ່ລະລະດູ, ເຊິ່ງນ້ຳຊົນລະປະທານແມ່ນສູບດ້ວຍໂປມໄຟຟ້າ ມາຈາກແມ່ນ້ຳຫີນບູນ. ອ່ານຕໍ່ ...

ໂຕະຂ່າວ ຂປລ

ຂໍ້ມູນໃໝ່ສະແດງຄວາມຄືບໜ້າກ່ຽວກັບ ສະຖານະດ້ານໂພຊະນາການຂອງເດັກນ້ອຍ

(ຂປລ) ຂໍ້ມູນໃໝ່ກ່ຽວກັບຄວາມຄືບໜ້າ ຂອງສະຖານະດ້ານໂພຊະນາການຂອງເດັກນ້ອຍ ໄດ້ມີການເຜີຍແຜ່ໃນວັນທີ 9 ທັັນວານີ້ ທີ່ວຽງຈັນ ໂດຍນຳໃຊ້ ລະບົບຂໍ້ມູນຂ່າວສານແຫ່ງຊາດ ດ້ານໂພຊະນາການ (NIPN), ເຊິ່ງມີເປົ້າໝາຍແນໃສ່ ເສີມຂະຫຍາຍລະບົບຂໍ້ມູນຂ່າວສານດ້ານໂພຊະນາການ ເພື່ອສະກັດກັ້ນການຂາດສານອາຫານ ແລະ ຜົນເນື່ອງຈາກການຂາດສານອາຫານ, ເພື່ອສະແດງຄວາມກ້າວໜ້າໃນການຈັດຕັ້ງປະຕິບັດຍຸດທະສາດດ້ານໂພຊະນາການແຫ່ງຊາດ.ນີ້ແມ່ນການລິເລີ່ມສາກົນ ຂອງສະຫະພາບຢູໂຣບ ພາຍໃຕ້ການສະໜັບສະໜູນຂອງກະຊວງການພັດທະນາສາກົນ ສະຫະລາດຊະອານາຈັກ ແລະ ມູນນິທິບິລ ແລະ ເມລິນດາເກດ ພາຍໃຕ້ການຈັດຕັ້ງປະຕິບັດໃນ ສປປ ລາວໂດຍອົງການຢູນິເຊັບ.ອ່ານຕໍ່ ...

ໂຕະຂ່າວ ຂປລ

ສະຫະລັດ ມອບອຸປະກອນກວດສອບພະຍາດໄຂ້ປ່າໄລຍະຕົ້ນ,​ ການປິ່ນປົວ 100,000 ຊຸດ

(ຂປລ) ເພື່ອສືບຕໍ່ນຳໜ້າໃນການຊ່ວຍເຫຼືອ ສປປ ລາວ ໃນການດຳເນີນພາລະກິດການລຶບລ້າງພະຍາດໄຂ້ປ່າກ່ອນປີ 2030, ທ່ານນາງ ຣີນາ ພີທເຊີ ເອກອັກຄະລັດຖະທູດສະຫະລັດປະຈຳລາວ ໄດ້ມອບອຸປະກອນກວດສອບພະຍາດໄຂ້ປ່າໄລຍະຕົ້ນ (RDT) 100,000 ຊຸດ ໃຫ້ແກ່ທ່ານ ປອ ພູທອນ ມຸ່ງພັກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ເຊິ່ງໄດ້ມີພິທີມອບຮັບໃນວັນທີ 6 ທັນວາຜ່ານມານີ້.ອຸປະກອນທົດສອບດັ່ງກ່າວ ພາຍໃຕ້ການຊ່ວຍເຫຼືອຂອງອົງການເພື່ອການພັດທະນາສາກົນສະຫະລັດ (USAID) ໂດຍຜ່ານ ການລິເລີ່ມກ່ຽວກັບພະຍາດໄຂ້ປ່າຂອງປະທານປະເທດ (PMI), ຈະນຳໄປແຈກຢາຍໃຫ້ແກ່ສູນບໍລິການສາທາລະນະສຸກທົ່ວປະເທດ, ໂດຍສະເພາະໃນພື້ນທີ່ທີ່ພົບການລະບາດ ຂອງພະຍາດໄຂ້ປ່າໃນອັດຕາທີ່ສູງ.ອ່ານຕໍ່  ...

ໂຕະຂ່າວ ຂປລ

ລາວ, ສ ເກົາຫຼີ ແລກປ່ຽນບົດຮຽນກ່ຽວກັບລະບົບການບໍລິຫານລັດຖະບານດ້ວຍອິເລັກໂທຼນິກ

(ຂປລ) ສູນບໍລິຫານລັດຖະບານດ້ວຍລະບົບອິເລັກໂທຼນິກ, ກະຊວງໄປສະນີ ແລະ ໂທລະຄົມມະນາຄົມຂອງລາວ ຮ່ວມກັບກະຊວງພາຍໃນ ແລະ ຄວາມປອດໄພ ຂອງສາທາລະນະລັດເກົາຫຼີ ໄດ້ຈັດກອງປະຊຸມວິຊາການກ່ຽວກັບການພັດທະນາ ລະບົບການບໍລິຫານລັດຖະບານດ້ວຍອິເລັກໂທຼນິກໃນລາວ ແລະ ສາທາລະນະລັດເກົາຫຼີ ຂຶ້ນທີ່ນະຄອນຫຼວງວຽງຈັນ, ສປປ ລາວ ໃນວັນທີ 5 ທັນວານີ້.ກອງປະຊຸມດັ່ງກ່າວ ມີເປົ້າໝາຍແນໃສ່ເຜີຍແຜ່ຂໍ້ມູນ ແລະ ແລກປ່ຽນບົດຮຽນກ່ຽວກັບສະຖານະ ຂອງການພັດທະນາລະບົບການບໍລິຫານລັດຖະບານດ້ວຍອິເລັກໂທຼນິກ ແລະ ການນຳໃຊ້ລະບົບດັ່ງກ່າວ ເຂົ້າໃນການບໍລິການແບບປະຕູດຽວ ໂດຍນຳໃຊ້ອິນເຕີເນັດ, ການເກັບອາກອນ, ການຄຸ້ມຄອງຊັບພະຍາກອນມະນຸດ, ການຄຸ້ມຄອງປ່າໄມ້, ແລະ ການຄຸ້ມຄອງໄພພິບັດ.ອ່ານຕໍ່ ...

ໂຕະຂ່າວ ຂປລ

ຍີ່ປຸ່ນ ໃຫ້ການຊ່ວຍເຫຼືອເພື່ອຍົກລະດັບການສຶກສາຂັ້ນພື້ນຖານ ສຳລັບເດັກນ້ອຍຊົນເຜົ່າຢູ່ແຂວງອຸດົມໄຊ

(ຂປລ) ລັດຖະບານຍີ່ປຸ່ນ ໄດ້ໃຫ້ທຶນຊ່ວຍເຫຼືອລ້າມູນຄ່າ USD 526,999 ໂດລາ ເພື່ອສະໜັບສະໜູນການສຶກສາຂັ້ນພື້ນຖານ ສຳລັບເດັກນ້ອຍຊົນເຜົ່າ ຢູ່ແຂວງອຸດົມໄຊ ສປປ ລາວ.ຂໍ້ສັນຍາກ່ຽວກັບໂຄງການຊ່ວຍເຫຼືອລ້າດັ່ງກ່າວ ໄດ້ມີການລົງນາມທີ່ສະຖານທູກຍີ່ປຸ່ນ ນະຄອນຫຼວງວຽງຈັນ ໃນວັນທີ 3 ທັນວານີ້, ລະຫວ່າງທ່ານ ເກໂຊະ ທາເກວາກະ ເອກອັກຄະລັດຖະທູດຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານນາງ ກຸມິໂກະ ຊູຊຸມຸຣະ ຫົວໜ້າໂຄງການ ອົງການແພຼນນາໆຊາດປະເທດຍີ່ປຸ່ນ.ອ່ານຕໍ່ ...

ໂຕະຂ່າວ ຂປລ

ຍີ່ປຸ່ນ ຊ່ວຍເຫຼືອໃນການຍົກລະດັບ ທັກສະການອ່ານສຳລັບເດັກນ້ອຍ ຢູ່ເມືອງທ່າພັງທອງ

(ຂປລ) ລັດຖະບານຍີ່ປຸ່ນ ໄດ້ໃຫ້ທຶນຊ່ວຍເຫຼືອລ້າມູນຄ່າ US$516,34 ໂດລາ ເພື່ອສະໜັບສະໜູນການຍົກລະດັບທັກສະການອ່ານສຳລັບເດັກນ້ອຍ ແລະ ສະພາບແວດລ້ອມການຮຽນ ກໍ່ຄືຄວາມກ້າວໜ້າໂຮງຮຽນປະຖົມໃນ ສປປ ລາວ.ສັນຍາກ່ຽວກັບທຶນຊ່ວຍເຫຼືອດັ່ງກ່າວ ໄດ້ມີການລົງນາມທີ່ສະຖານທູດຍີ່ປຸ່ນ ນະຄອນຫຼວງວຽງຈັນ ໃນວັນທີ 18 ພະຈິກນີ້ ລະຫວ່າງ ທ່ານ ທະເກວະກະ ເກໂຊະ ເອກອັກຄະລັດຖະທູດຍີ່ປຸ່ນປະຈຳລາວ, ແລະ ທ່ານນາງ ມິຢາອຸຊິ ມາຢູໂກະ ຫົວໜ້າໂຄງການສຸພະນິມິດຍີ່ປຸ່ນ (WVJ), ເຊິ່ງເປັນອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຂອງຍີ່ປຸ່ນ.ທຶນຊ່ວຍເຫຼືອດັ່ງກ່າວແມ່ນເພື່ອສະໜັບສະໜູນກິດຈະກຳ ໃນປີທຳອິດຂອງໂຄງການໄລຍະສາມປີ ທີ່ມີຊື່ວ່າ “ການຍົກລະດັບການອ່ານ, ສະພາບແວດລ້ອມ ແລະ ຄວາມກ້າວໜ້າໃນໂຮງຮຽນປະຖົມ ສຳລັບເດັກນ້ອຍຢູ່ເມືອງທ່າພັງທອງ.”ອ່ານຕໍ່ ...

ໂຕະຂ່າວ ຂປລ

ກອງປະຊຸມຄະນະກຳມະການຄັ້ງທີ 3 ຂອງໂຄງການ ECOMORE 2: ການຕ້ານພະຍາດທີ່ເກີດຂຶ້ນໃນລາວ, ພາກພື້ນ

(ຂປລ) ໃນວັນທີ 27 ແລະ 28 ພະຈິກ 2019, ກອງປະຊຸມຄະນະກຳມະການຄັ້ງທີ 3 ຂອງໂຄງການ ECOMORE 2, ເຊິ່ງຢູ່ພາຍໃຕ້ການສະໜັບສະໜູນຂອງອົງການພັດທະນາຝຼັ່ງ (AFD), ໄດ້ຈັດຂຶ້ນທີ່ໂຮງແຮມເສດຖາປາລາສ໌ ນະຄອນຫຼວງວຽງຈັນ.ເພື່ອເປັນການຕ້ານພະຍາດໄຂ້ເລືອດອອກ ແລະ ໄຂ້ຍ່ຽວໜູ ເຊິ່ງເປັນສອງພະຍາດຕິດຕໍ່ທີ່ເກີດຂຶ້ນໃນອາຊີຕາເວັນອອກສຽງໃຕ້ ທີ່ມີສ່ວນກ່ຽວພັນກັບການພັດທະນາເສດຖະກິດ ແລະ ສົ່ງຜົນກະທົບຕໍ່ລະບົບນິເວດ, ສະຖາບັນປາສ໌ເຕີ ພາຍໃຕ້ການສະໜັບສະໜູນຂອງອົງການພັດທະນາຝຼັ່ງ (AFD) ໄດ້ຈັດຕັ້ງໂຄງການ ECOMORE 2 ຂຶ້ນ ຢູ່ໃນ 5 ປະເທດຄື ລາວ, ກຳປູເຈຍ, ມຽນມາ, ຟິລິປິນ ແລະ ຫວຽດນາມ.ອ່ານຕໍ່ ...

ໂຕະຂ່າວ ຂປລ

ໂອກາດທາງດິຈິຕອລ໌ ​ເພື່ອອະນາຄົດຂອງລາວ

(ຂປລ) ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງໄປສະນີ ແລະ ໂທລະຄົມມະນາຄົມ ຮ່ວມກັບທະນາຄານໂລກ ຈັດຕັ້ງກອງປະຊຸມວິຊາການໃນຫົວຂໍ້ “ໂອກາດທທາງດິຈິຕອລ໌ ເພື່ອການແຂ່ງຂັນທີ່ຫຼາຍຂຶ້ນໃນອະນາຄົດ” ຂຶ້ນໃນວັນທີ 28 ພະຈິກນີ້.ກອງປະຊຸມດັ່ງກ່າວ ພາຍໃຕ້ການເຂົ້າຮ່ວມຂອງເຈົ້າໜ້າທີ່ລັດຖະບານ, ຕາງໜ້າຈາກຂະແໜງເອກະຊົນ ແລະ ຊ່ຽວຊານຕ່າງປະເທດ, ໄດ້ມີການຫາລືກ່ຽວກັບເສດຖະກິດຍຸກດິຈິຕອລ໌, ທ່າແຮງຂອງມັນທີ່ມີຜົນຕໍ່ການຂະຫຍາຍຕົວຂອງເສດຖະກິດ ແລະ ວິທີການເພື່ອຮັບປະກັນວ່າຄົນລາວ ສາມາດສ້າງປະໂຫຍດຈາກໂອກາດທາງດິຈິຕອລ໌ໄດ້ຫຼາຍຂຶ້ນ ໃນທົ່ວປະເທດ.ກອງປະຊຸມດັ່ງກ່າວແມ່ນເລັ່ງໃສ່ຄວາມຈຳເປັນເພື່ອກ້າວໄປສູ່ການຂ້າມຜ່ານ ສູ່ຍຸກດິຈິຕອລ໌ ໃນ ສປປ ລາວ ເຮັດໃຫ້ປະເທດລາວໄດ້ຮັບປະໂຫຍດຈາກໂອກາດ ທີ່ມາຄຽງຄູ່ກັບການເຊື່ອມຕໍ່ທາງດິຈິຕອລ໌.ອ່ານຕໍ່ ...

ໂຕະຂ່າວ ຂປລ

ສິງກະໂປ ສືບຕໍ່ການຮ່ວມມືກັບລາວ ໃນດ້ານຊັບສິນທາງປັນຍາ ເພື່ອສົ່ງເສີມການຂະຫຍາຍຕົວດ້ານນະວັດຕະກຳຂອງອາຊຽນ

(ຂປລ) ບັນດາວິສາຫະກິດໃນອາຊຽນ ຈະໄດ້ຮັັບຜົນປະໂຫຍດຈາກການຮ່ວມມືທາງດ້ານຊັບສິນທາງປັນຍາ ທີ່ມີການເຊັນຕົກລົງລະຫວ່າງສິງກະໂປ ແລະ ສປປ ລາວ. ເຊິ່ງຈະເຮັດໃຫ້ວິສາຫະກິດດ້ານນະວັດຕະກຳ ສາມາດເຂົ້າເຖິງຕະຫຼາດຂອງສອງປະເທດ ເຊິ່ງມີປະຊາກອນລວມກັນ 12.5 ລ້ານຄົນ ໄດ້ໄວຍິ່ງຂຶ້ນ.ບົດບັນທຶກການຕົກລົງ ໄດ້ມີການລົງນາມໃນວັນທີ 27 ພະຈິກນີ້ ໂດຍທ່ານ ຂັນລາສີ ແກ້ວບຸນພັນ ຫົວໜ້າກົມຊັບສິນທາງປັນຍາ ກະຊວງວິທະຍາສາດ ແລະ ເທັກໂນໂນຢີຂອງລາວ ແລະ ທ່ານ ດາເຣັນ ຕັງ ຫົວໜ້າຫ້ອງການຊັບສິນທາງປັນຍາຂອງສິງກະໂປ ໃນກອງປະຊຸມຍ່ອຍຫົວໜ້າຫ້ອງການຄຸ້ມຄອງຊັບສິນທາງປັນຍາ ອາຊຽນ-ເກົາຫຼີ ຄັ້ງທີ 2 ທີ່ນະຄອນຫຼວງໂຊນ, ເກົາຫຼີ.ອ່ານຕໍ່ ...

ໂຕະຂ່າວ ຂປລ

ເກົາຫຼີໃຕ້, ບັນດາປະເທດໃນພາກພື້ນແມ່ນ້ຳຂອງ ຍົກການຮ່ວມມືໃນ 7 ຂະແໜງການບູລິມະສິດ

ປູຊານ, 27 ພະຈິກ (Yonhap/ຂປລ) — ໃນວັນພຸດນີ້ ຜູ້ນຳເກົາຫຼີໃຕ້ ແລະ ຫ້າປະເທດໃນພາກພຶ້ນແມ່ນ້ຳຂອງ ໄດ້ຕົກລົງສ້າງບູລິມະສິດການຮ່ວມມືໃນ 7 ຂົງເຂດວຽກງານ, ເພື່ອເສີມຂະຍາຍຄວາມພະຍາຍາມໃນການຮ່ວມມືແລກປ່ຽນ ລະຫວ່າງປະເທດເກົາຫຼີທີ່ມີປະສົບການດ້ານການພັດທະນາ ແລະ ບັນດາປະເທດແມ່ນ້ຳຂອງທີ່ມີທ່າແຮງການຂະຫຍາຍຕົວສູງ.ເຈັດຂະແໜງການບູລີມະສິດລວມມີ ຂະແໜງວັດທະນະທຳ ແລະ ທ່ອງທ່ຽວ, ການພັດທະນາຊັບພະຍາກອນມະນຸດ, ກະສິກຳ ແລະ ການພັດທະນາຊົນນະບົດ, ພື້ນຖານໂຄງລ່າງ, ເທັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ, ສິ່ງແວດລ້ອມ, ບັນຫາຄວາມໝັ້ນຄົງທີ່ບໍ່ກ່ຽວຂ້ອງກັບປະເພນີ, ຕາມຖະແຫຼງການຮ່ວມທີ່ປະກາດໃນພິທີເປີດກອງປະຊຸມສຸດຍອດແມ່ນ້ຳຂອງ-ສາທາລະນະລັດເກົາຫຼີ ທີ່ນະຄອນປູຊານ.ອ່ານຕໍ່ ...

ໂຕະຂ່າວ ຂປລ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

cxt3L
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!