ລາວ, ສ ເກົາຫຼີ ແລກປ່ຽນບົດຮຽນກ່ຽວກັບລະບົບການບໍລິຫານລັດຖະບານດ້ວຍອິເລັກໂທຼນິກ

(ຂປລ) ສູນບໍລິຫານລັດຖະບານດ້ວຍລະບົບອິເລັກໂທຼນິກ, ກະຊວງໄປສະນີ ແລະ ໂທລະຄົມມະນາຄົມຂອງລາວ ຮ່ວມກັບກະຊວງພາຍໃນ ແລະ ຄວາມປອດໄພ ຂອງສາທາລະນະລັດເກົາຫຼີ ໄດ້ຈັດກອງປະຊຸມວິຊາການກ່ຽວກັບການພັດທະນາ ລະບົບການບໍລິຫານລັດຖະບານດ້ວຍອິເລັກໂທຼນິກໃນລາວ ແລະ ສາທາລະນະລັດເກົາຫຼີ ຂຶ້ນທີ່ນະຄອນຫຼວງວຽງຈັນ, ສປປ ລາວ ໃນວັນທີ 5 ທັນວານີ້.

ກອງປະຊຸມດັ່ງກ່າວ ມີເປົ້າໝາຍແນໃສ່ເຜີຍແຜ່ຂໍ້ມູນ ແລະ ແລກປ່ຽນບົດຮຽນກ່ຽວກັບສະຖານະ ຂອງການພັດທະນາລະບົບການບໍລິຫານລັດຖະບານດ້ວຍອິເລັກໂທຼນິກ ແລະ ການນຳໃຊ້ລະບົບດັ່ງກ່າວ ເຂົ້າໃນການບໍລິການແບບປະຕູດຽວ ໂດຍນຳໃຊ້ອິນເຕີເນັດ, ການເກັບອາກອນ, ການຄຸ້ມຄອງຊັບພະຍາກອນມະນຸດ, ການຄຸ້ມຄອງປ່າໄມ້, ແລະ ການຄຸ້ມຄອງໄພພິບັດ.

ອ່ານຕໍ່…

ໂຕະຂ່າວ ຂປລ