ຂປລ-ຂ່າວສານປະເທດລາວ

ພາກພື້ນແມ່ນ້ຳຂອງ ສຸມໃສ່ການຄວບຄຸມພະຍາດຕັບອັກເສບຊະນິດ B, ແລະ ລຶບລ້າງພະຍາດຕັບອັກເສບຊະນິດ C

(ຂປລ) ນັກຄົ້ນຄວ້າ ແລະ ຊ່ຽວຊານດ້ານສຸຂະພາບ 100 ກວ່າຄົນຈາກປະເທດລາວ, ໄທ, ມຽນມາ, ຫວຽດນາມ, ​ກຳປູເຈຍ, ມາເລເຊຍ, ອິນເດຍ, ຟິລິປິນ, ອອສ໌ເຕຼເລຍ, ຝຼັ່ງ ແລະ ຈີນ (ເປັນຄັ້ງທຳອິດ) ໄດ້ຮ່ວມປະຊຸມທີ່ນະຄອນຫຼວງວຽງຈັນ ໃນວັນທີ 27-29 ພະຈິກນີ້ ເພື່ອສ້າງພື້ນຖານສຳລັບເຄືອຂ່າຍລະດັບພາກພື້ນ ໃນການຕ້ານພະຍາດຕັບອັກເສບ,​ ເຊິ່ງເປັນບັນຫາສຸຂະພາບຕົ້ນຕໍໃນພາກພື້ນແມ່ນ້ຳຂອງ.ພາຍໃຕ້ການຮ່ວມຈັດຕັ້ງໂດຍສູນຄົ້ນຄວ້າລະບາດວິທະຍາລາວ Christophe Mérieux, ກະຊວງສາທາລະນະສຸກລາວ, ຮ່ວມກັບມູນນິທິ Mérieux ແລະ ສະຖາບັນຄົ້ນຄວ້າເພື່ອການພັດທະນາ (IRD), ກອງປະຊຸມປຶກຫາລືກ່ຽວກັບພະຍາດໄວຣັສຕັບອັກເສບຊຸດນີ້ ຈະເປີດໂອກາດໃຫ້ແກ່ຜູ້ຊ່ຽວຊານ ໄດ້ສືບຕໍ່ຫາລືປະເດັນຈາກກອງປະຊຸມຊຸດກ່ອນ, ທັງແລກປ່ຽນຄວາມຮູ້ ແລະ ຂໍ້ມູນເຊິ່ງກັນແລະກັນ. ບັນດາອົງການຈັດຕັ້ງຕ່າງໆເຊັ່ນ Inserm, ສະຖາບັນປາສ໌ເຕີ, ອົງການແພດບໍ່ມີພົມແດນ ແລະ ອົງການອະນາໄມໂລກ ...

ໂຕະຂ່າວ ຂປລ

ບໍລິສັດນ້ຳເທີນ 2, ສະຖາບັນ IRD ລົງນາມໃນຂໍ້ຕົກລົງການຮ່ວມມື ດ້ານວິທະຍາສາດ ແລະ ວິຊາການ

(ຂປລ) ບໍລິສັດໄຟຟ້ານ້ຳເທີນ 2 ແລະ ສະຖາບັນຄົ້ນຄ້ວາເພື່ອການພັດທະນາແຫ່ງປະເທດຝຼັ່ງ (IRD) ໄດ້ລົງນາມໃນຂໍ້ຕົກລົງກ່ຽວກັບການຮ່ວມມືດ້ານວິທະຍາສາດ ແລະ ວິຊາການ ເພື່ອສົ່ງເສີມການຕິດຕາມລະບົບນິເວດທາງນ້ຳ ໃນອ່າງນ້ຳເທີນ 2.ພິທີເຊັນຂໍ້ຕົກລົງດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 26 ພະຈິກນີ້ ທີ່ຫ້ອງການອົງການຝຼັ່ງໂກໂຟນ (AUF) ເຊິ່ງຕັ້ງຢູ່ມະຫາວິທະຍາໄລແຫ່ງຊາດລາວ (ມຊ) ວິທະຍາເຂດດົງໂດກ.ອ່ານຕໍ່ ...

ໂຕະຂ່າວ ຂປລ

ສປປ ລາວ ເດີນໜ້າຕ້ານການເກີດ "ເຊື້ອດື້ຢາ"

(ຂປລ) ລັດຖະບານ ສປປ ລາວ ເດີນໜ້າຕ້ານການເກີດ “ເຊື້ອດື້ຢາ”: ການຕິດເຊື້ອທີ່ບໍ່ຕອບສະໜອງຕໍ່ຢາຕ້ານເຊື້ອທີ່ນຳໃຊ້ທົ່ວໄປ.ພາຍໃຕ້ການສະໜັບສະໜູນຂອງຄູ່ຮ່ວມພັດທະນາສາກົນ, ກະຊວງສາທາລະນະສຸກ ແລະ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ເປີດໂຕແຜນຍຸດທະສາດແຫ່ງຊາດ ເພື່ອຕ້ານການດື້ຢາຂອງພະຍາດ ປີ 2019-2023, ໃນວັນທີ 20 ພະຈິກນີ້. ແຜນດັ່ງກ່າວນີ້ ຈະເປັນແນວທາງສຳລັບການວາງແຜນມາດຕະການ ແລະ ດຳເນີນການລິເລີ່ມ ເພື່ອຕິດຕາມ, ສະກັດກັ້ນ ແລະ ຄວບຄຸມການເກີດຂຶ້ນຂອງເຊື້ອພະຍາດ ທີ່ບໍ່ຕອບສະໜອງຕໍ່ຢາໃນ ສປປ ລາວ.ອ່ານຕໍ່ ...

ໂຕະຂ່າວ ຂປລ

ເກີດເຫດແຜ່ນດິນໄຫວຫຼາຍສິບຄັ້ງ ທາງພາກເໜືອຂອງລາວ

(ຂປລ) ໄດ້ເກີດເຫດແຜ່ນດິນໄຫວປະມານ 33 ຄັ້ງ ໃນຊ່ວງຕອນເຊົ້າ ແລະ ຕອນທ່ຽງຂອງວັນທີ 21 ພະຈິກນີ້, ຕາມແຈ້ງການຂອງກົມອຸຕຸນິຍົມວິທະຍາ ແລະ ອຸທຸກະສາດ,​ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.ເຫດແຜນດິນໄຫວທີ່ແຮງທີ່ສຸດໃນມື້ດັ່ງກ່າວ ມີຂະໜາດວັດແທກໄດ້  6.4 ຣິກເຕີ ໃນເວລາ 6.50 ໂມງ, ຂະໜາດ 5.9 ໃນເວລາ 4.03 ໂມງ, ຂະໜາດ 4.8 ໃນເວລາ 8.00 ໂມງ, ຂະໜາດ 4.1 ໃນເວລາ 2.00 ໂມງແລງ, ຂະໜາດ 3.6 ໃນເວລາ 10.36 ໂມງແລງ. ແຜ່ນດິນໄຫວທັງໝົດ ແມ່ນເກີດຂຶ້ນຢູ່ເມືອງຫົງສາ.ໄພພິບັດດັ່ງກ່າວ ເປັນເຫດໃຫ້ຕ້ອງງົດການຜະລິດພະລັງງານໄຟຟ້າໂດຍທັນທີ ຢູ່ໂຮງງານໄຟຟ້າພະລັງຄວາມຮ້ອນຂອງບໍລິສັດຫົງສາ ເຊິ່ງຕັ້ງຢູ່ໃນເຂດເມືອງດຽວກັນ.ອ່ານຕໍ່ ...

ໂຕະຂ່າວ ຂປລ

ລາວເປີດຕົວສະຖາບັນໂພຊະນາການແຫ່ງຊາດ, ການລິເລີ່ມດ້ານໂພຊະນາການ ລາວ-ອາເມລິກາ

(ຂປລ) ເພື່ອຊ່ວຍປັບປຸງໂພຊະນາການໃຫ້ແກ່ປະຊາຊົນລາວ ໂດຍສະເພາະແມ່ນເດັກນ້ອຍ, ສະຫະລັດ ພາຍໃຕ້ການຮ່ວມມືຢ່າງໃກ້ຊິດກັບກະຊວງສາທາລະນະສຸກ,​ ໄດ້ທຳການເປີດສະຖາບັນໂພຊະນາການແຫ່ງຊາດ ແລະ ການລິເລີ່ມດ້ານໂພຊະນາການ ລາວ-ອາເມລິກາ ໃນວັນທີ 14 ພະຈິກ 2019 ທີ່ນະຄອນຫຼວງວຽງຈັນ.ສະຖາບັນແຫ່ງໃໝ່ດັ່ງກ່າວ ລວມມີ ອາຄານຄຼີນິກ ແລະ ຫ້ອງຮຽນ, ມີມູນຄ່າລວມ US$ 3.9 ລ້ານໂດລາ. ອ່ານຕໍ່ ...

ໂຕະຂ່າວ ຂປລ

ລັດຖະບານຈະສຸມໃສ່ການພັດທະນາກະສິກຳອິນຊີທັນສະໄໝ

(ຂປລ) ກະຊວງກະສິກຳ ແລະ ປ່າໄມ້ ຈະເນັ້ນໃສ່ການພັດທະນາຂະແໜງການກະເສດໃຫ້ທັນສະໄໝ ແລະ ສຸມໃສ່ການຜະລິດສິນຄ້າທີ່ສົດ, ສະອາດ, ປອດສານເຄມີ ເຂົ້າສູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ກ່າວ.ກະຊວງຈະເອົາໃຈໃສ່ສະໜັບສະໜູນບັນດາຄົວເຮືອນ, ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ໃນຂົງເຂດການຄົ້ນຄວ້າກະສິກຳ ແລະ ປ່າໄມ້, ແລະ ສົ່ງເສີມການຜະລິດແບບຄອບຄົວ, ທ່ານລັດຖະມົນຕີ ຫຼຽນ ທິແກ້ວ ກ່າວໃນກອງປະຊຸມສະໄໝສາມັນຄັ້ງທີ 8 ຂອງສະພາແຫ່ງຊາດ ໃນວັນທີ 13 ພະຈິກ 2019.ອ່ານຕໍ່ ...

ໂຕະຂ່າວ ຂປລ

ລັດຖະບານ,​ ອົງການຢູນິເຊັບ ສັນຍາຈະຫຼຸດຜ່ອນຄວາມທຸກຍາກໃນທຸກຮູບແບບສຳລັບເດັກນ້ອຍ

(ຂປລ) ລັດຖະບານລາວ, ອົງການຢູນິເຊັບ, ຮອງເຈົ້າແຂວງ, ຂະແໜງເອກະຊົນ, ອົງການຈັດຕັ້ງສົງຄົມສົງເຄາະ, ບັນດາຄູ່ຮ່ວມພັດທະນາ ແລະ ເດັກນ້ອຍ ໄດ້ເຕົ້າໂຮມກັນໃນມື້ນີ້ (11 ພະຈິກ) ທີ່ນະຄອນຫຼວງວຽງຈັນ ໃນກອງປະຊຸມລາວໃນຍຸກ 2030 ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສົນທິສັນຍາວ່າດ້ວຍສິດທິເດັກ (CRC) ຄົບຮອບ 30 ປີ.“ເດັນນ້ອຍຄືຜູ້ນຳໃນອະນາຄົດ ແລະ ຈະເປັນຕົວຂັບເຂື່ອນ ສປປ ລາວ ໄປສູ່ຄວາມຈະເລີນສີວິໄລ. ໂດຍການສົ່ງເສີມສິດທິເດັກ ແລະ ການລົງທຶນໃນເດັກນ້ອຍໃນມື້ນີ້, ຈະສາມາດຮັບປະກັນອະນາຄົດອັນສົດໃສ ທີ່ບໍ່ສະເພາະແຕ່ສຳລັບເດັກເທົ່ານັ້ນ, ແຕ່ເພື່ອປະເທດຊາດບ້ານເມືອງໂດຍລວມ,” ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີກ່າວ.ອ່ານຕໍ່ ...

ໂຕະຂ່າວ ຂປລ

ເຈົ້າແຂວງຈຳປາສັກຕ້ອນຮັບຜູ້ອຳນວຍການ ADB

(ຂປລ) ໃນວັນທີ 6 ພະຈິກນີ້, ທ່ານ ບຸນທອງ ດີວິໄຊ ເຈົ້າແຂວງໆຈຳປາສັກ ໄດ້ຕ້ອນຮັບການຢ້ຽມຢາມຂອງທ່ານ ຢາຊຸຊິ ເນກີຊິ ຜູ້ອຳນວຍການທະນາຄານພັດທະນາອາຊີ (ADB) ປະຈຳລາວ ທີ່ແຂວງຈຳປາສັກ.ທ່ານ ຢາຊຸຊິ ພ້ອມຄະນະ ໄດ້ເດີນທາງຢ້ຽມຢາມແຂວງຈຳປາສັກ ພ້ອມສື່ມວນຊົນທ້ອງຖິ່ນ (ໃນວັນທີ 6-7 ພະຈິກ) ເພື່ອຢ້ຽມຊົມໂຄງການພາຍໃຕ້ການສະໜັບສະໜູນຂອງ ADB – ໃນການສ້າງຄວາມເຂັ້ມແຂງດ້ານການສຶກສາຊັ້ນສູງ, ແລະ ສ້າງຄວາມເຂັ້ມແຂງດ້ານການສຶກສາ ແລະ ຝຶກອົບຮົມເຕັກນິກ ວິຊາຊີບ.ອ່ານຕໍ່ ...

ໂຕະຂ່າວ ຂປລ

ອົງການ FAO ສົ່ງເສີມການປັບປຸງລ້ຽງສັດປີກຂອງຊາວກະສິກອນແຂວງຫຼວງພະບາງ

(ຂປລ) ກອງປະຊຸມໄລຍະສອງວັນເພື່ອປະເມີນຜົນ ແລະ ແລກປ່ຽນຂໍ້ສະຫຼຸບ, ຖອດຖອນບົດຮຽນ ແລະ ການສ້າງຄວາມຍືນຍົງຕໍ່ຜົນສຳເລັດຂອງໂຄງການ “ບໍລິຫານຄວາມສ່ຽງຕາມຕ່ອງໂສ້ການລ້ຽງ ແລະ ການຕະຫຼາດສັດປີກແຂວງຫຼວງພະບາງ” ໄດ້ສຸມໃສ່ການສ້າງຍຸດທະສາດ ເພື່ອປັບປຸງຄວາມປອດໄພ ແລະ ສຸຂະພາບຂອງການລ້ຽງໄກ່ ບວກກັບການເພີ່ມທະວີຄວາມເຂັ້ມແຂງໃຫ້ແກ່ການລ້ຽງສັດປີກຢູ່ແຂວງຫຼວງພະບາງ.ອ່ານຕໍ່ ...

ໂຕະຂ່າວ ຂປລ

ມະຫາວິທະຍາໄລວິທະຍາສາດການແພດ ໄດ້ຮັບການແຈກຢາຍປື້ມຈັນຍາບັນໃນການຄົ້ນຄວ້າວິໄຈ

(ຂປລ) ປື້ມຄູ່ມືການຄົ້ນຄວ້າ “ຈັນຍາບັນໃນການຄົ້ນຄວ້າວິໄຈໃນລາວ ແລະ ປະເທດໃນພາກພື້ນແມ່ນ້ຳຂອງ” 250 ກວ່າສະບັບ ໄດ້ມີການແຈກຢາຍໃຫ້ແກ່ມະຫາວິທະຍາໄລວິທະຍາສາດການແພດ (UHS) ເພື່ອນຳໃຊ້ເປັນຄູ່ມືໃນການດຳເນີນການຄົ້ນຄວ້າໃຫ້ມີຈັນຍາບັນ ເພື່ອເປັນແນວທາງໃຫ້ແກ່ແພດໝໍ, ຄູອາຈານ, ນັກສຶກສາ,​ ນັກຄົ້ນຄວ້າ ແລະ ຜູ້ບໍລິຫານ ໃນການດຳເນີນການສຶກສາຄົ້ນຄວ້າ.ອ່ານຕໍ່  ...

ໂຕະຂ່າວ ຂປລ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

pjGpV
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!