ເກີດເຫດແຜ່ນດິນໄຫວຫຼາຍສິບຄັ້ງ ທາງພາກເໜືອຂອງລາວ

(ຂປລ) ໄດ້ເກີດເຫດແຜ່ນດິນໄຫວປະມານ 33 ຄັ້ງ ໃນຊ່ວງຕອນເຊົ້າ ແລະ ຕອນທ່ຽງຂອງວັນທີ 21 ພະຈິກນີ້, ຕາມແຈ້ງການຂອງກົມອຸຕຸນິຍົມວິທະຍາ ແລະ ອຸທຸກະສາດ,​ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.

ເຫດແຜນດິນໄຫວທີ່ແຮງທີ່ສຸດໃນມື້ດັ່ງກ່າວ ມີຂະໜາດວັດແທກໄດ້  6.4 ຣິກເຕີ ໃນເວລາ 6.50 ໂມງ, ຂະໜາດ 5.9 ໃນເວລາ 4.03 ໂມງ, ຂະໜາດ 4.8 ໃນເວລາ 8.00 ໂມງ, ຂະໜາດ 4.1 ໃນເວລາ 2.00 ໂມງແລງ, ຂະໜາດ 3.6 ໃນເວລາ 10.36 ໂມງແລງ. ແຜ່ນດິນໄຫວທັງໝົດ ແມ່ນເກີດຂຶ້ນຢູ່ເມືອງຫົງສາ.

ໄພພິບັດດັ່ງກ່າວ ເປັນເຫດໃຫ້ຕ້ອງງົດການຜະລິດພະລັງງານໄຟຟ້າໂດຍທັນທີ ຢູ່ໂຮງງານໄຟຟ້າພະລັງຄວາມຮ້ອນຂອງບໍລິສັດຫົງສາ ເຊິ່ງຕັ້ງຢູ່ໃນເຂດເມືອງດຽວກັນ.

ອ່ານຕໍ່…

ໂຕະຂ່າວ ຂປລ