ພາກພື້ນແມ່ນ້ຳຂອງ ສຸມໃສ່ການຄວບຄຸມພະຍາດຕັບອັກເສບຊະນິດ B, ແລະ ລຶບລ້າງພະຍາດຕັບອັກເສບຊະນິດ C

(ຂປລ) ນັກຄົ້ນຄວ້າ ແລະ ຊ່ຽວຊານດ້ານສຸຂະພາບ 100 ກວ່າຄົນຈາກປະເທດລາວ, ໄທ, ມຽນມາ, ຫວຽດນາມ, ​ກຳປູເຈຍ, ມາເລເຊຍ, ອິນເດຍ, ຟິລິປິນ, ອອສ໌ເຕຼເລຍ, ຝຼັ່ງ ແລະ ຈີນ (ເປັນຄັ້ງທຳອິດ) ໄດ້ຮ່ວມປະຊຸມທີ່ນະຄອນຫຼວງວຽງຈັນ ໃນວັນທີ 27-29 ພະຈິກນີ້ ເພື່ອສ້າງພື້ນຖານສຳລັບເຄືອຂ່າຍລະດັບພາກພື້ນ ໃນການຕ້ານພະຍາດຕັບອັກເສບ,​ ເຊິ່ງເປັນບັນຫາສຸຂະພາບຕົ້ນຕໍໃນພາກພື້ນແມ່ນ້ຳຂອງ.

ພາຍໃຕ້ການຮ່ວມຈັດຕັ້ງໂດຍສູນຄົ້ນຄວ້າລະບາດວິທະຍາລາວ Christophe Mérieux, ກະຊວງສາທາລະນະສຸກລາວ, ຮ່ວມກັບມູນນິທິ Mérieux ແລະ ສະຖາບັນຄົ້ນຄວ້າເພື່ອການພັດທະນາ (IRD), ກອງປະຊຸມປຶກຫາລືກ່ຽວກັບພະຍາດໄວຣັສຕັບອັກເສບຊຸດນີ້ ຈະເປີດໂອກາດໃຫ້ແກ່ຜູ້ຊ່ຽວຊານ ໄດ້ສືບຕໍ່ຫາລືປະເດັນຈາກກອງປະຊຸມຊຸດກ່ອນ, ທັງແລກປ່ຽນຄວາມຮູ້ ແລະ ຂໍ້ມູນເຊິ່ງກັນແລະກັນ. ບັນດາອົງການຈັດຕັ້ງຕ່າງໆເຊັ່ນ Inserm, ສະຖາບັນປາສ໌ເຕີ, ອົງການແພດບໍ່ມີພົມແດນ ແລະ ອົງການອະນາໄມໂລກ ກໍຄືຜູ້ຕາງໜ້າຈາກກະຊວງສາທາລະນະສຸກຂອງບັນດາປະເທດ ຈະມີການນຳສະເໜີຄວາມກ້າວໜ້າຫຼ້າສຸດ ແລະ ສິ່ງທ້າທາຍທີ່ມີ ໃນການຕໍ່ສູ້ຕ້ານພະຍາດໄວຣັສຕັບອັກເສບ.

ອ່ານຕໍ່…

ໂຕະຂ່າວ ຂປລ