ລັດຖະບານຈະສຸມໃສ່ການພັດທະນາກະສິກຳອິນຊີທັນສະໄໝ

(ຂປລ) ກະຊວງກະສິກຳ ແລະ ປ່າໄມ້ ຈະເນັ້ນໃສ່ການພັດທະນາຂະແໜງການກະເສດໃຫ້ທັນສະໄໝ ແລະ ສຸມໃສ່ການຜະລິດສິນຄ້າທີ່ສົດ, ສະອາດ, ປອດສານເຄມີ ເຂົ້າສູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ກ່າວ.

ກະຊວງຈະເອົາໃຈໃສ່ສະໜັບສະໜູນບັນດາຄົວເຮືອນ, ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ໃນຂົງເຂດການຄົ້ນຄວ້າກະສິກຳ ແລະ ປ່າໄມ້, ແລະ ສົ່ງເສີມການຜະລິດແບບຄອບຄົວ, ທ່ານລັດຖະມົນຕີ ຫຼຽນ ທິແກ້ວ ກ່າວໃນກອງປະຊຸມສະໄໝສາມັນຄັ້ງທີ 8 ຂອງສະພາແຫ່ງຊາດ ໃນວັນທີ 13 ພະຈິກ 2019.

ອ່ານຕໍ່…

ໂຕະຂ່າວ ຂປລ