ເຈົ້າແຂວງຈຳປາສັກຕ້ອນຮັບຜູ້ອຳນວຍການ ADB

(ຂປລ) ໃນວັນທີ 6 ພະຈິກນີ້, ທ່ານ ບຸນທອງ ດີວິໄຊ ເຈົ້າແຂວງໆຈຳປາສັກ ໄດ້ຕ້ອນຮັບການຢ້ຽມຢາມຂອງທ່ານ ຢາຊຸຊິ ເນກີຊິ ຜູ້ອຳນວຍການທະນາຄານພັດທະນາອາຊີ (ADB) ປະຈຳລາວ ທີ່ແຂວງຈຳປາສັກ.

ທ່ານ ຢາຊຸຊິ ພ້ອມຄະນະ ໄດ້ເດີນທາງຢ້ຽມຢາມແຂວງຈຳປາສັກ ພ້ອມສື່ມວນຊົນທ້ອງຖິ່ນ (ໃນວັນທີ 6-7 ພະຈິກ) ເພື່ອຢ້ຽມຊົມໂຄງການພາຍໃຕ້ການສະໜັບສະໜູນຂອງ ADB – ໃນການສ້າງຄວາມເຂັ້ມແຂງດ້ານການສຶກສາຊັ້ນສູງ, ແລະ ສ້າງຄວາມເຂັ້ມແຂງດ້ານການສຶກສາ ແລະ ຝຶກອົບຮົມເຕັກນິກ ວິຊາຊີບ.

ອ່ານຕໍ່…

ໂຕະຂ່າວ ຂປລ