ຂປລ-ຂ່າວສານປະເທດລາວ

ງານສັກຢາປ້ອງກັນພະຍາດສັດຟຼີ ຈະຈັດຂຶ້ນໃນວັນທີ 27 ກັນຍານີ້

(ຂປລ) ງານສັກຢາປ້ອງກັນພະຍາດສັດໂດຍບໍ່ເສຍຄ່າ ຈະຈັດຂຶ້ນທີ່ສວນເຈົ້າຟ້າງຸ່ມ ນະຄອນຫຼວງວຽງຈັນ ໃນວັນທີ 27 ກັນຍານີ້ ແຕ່ເວລາ 8:00 ເຊົ້າຫາ 5:00 ແລງ.ງານດັ່ງກ່າວແມ່ນຈັດຕັ້ງໂດຍກະຊວງສາທາລະນະສຸກ ຮ່ວມກັບກະຊວງກະສິກຳ ແລະ ປ່າໄມ້ ເພື່ອສະເຫຼີມສະຫຼອງວັນວໍ້ໂລກ ຄັ້ງທີ 13 ທັງເປັນການສົ່ງເສີມຄວາມຮູ້ຂອງມະຫາຊົນ ກ່ຽວກັບການປ້ອງກັນພະຍາດວໍ້.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48382

ອົງການ UNDP ເປີດຕົວຫ້ອງແລັບ Accelerator

(ຂປລ) ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ປະຈຳ ສປປ ລາວ ໄດ້ເປີດຕົວຫ້ອງແລັບ Accelerator ເຊິ່ງເຊື່ອມໂຍງກັບເຄືອຂ່າຍຫ້ອງແລັບ 60 ແຫ່ງໃນ 78 ປະເທດທົ່ວໂລກ.ບັນຫາໃນຍຸກໂລກາພິວັດ, ການປ່ຽນແປງຂອງສະພາບອາກາດ ແລະ ການພັດທະນາ ຮຽກຮ້ອງໃຫ້ມີການປັບປຸງວິທີການ ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນກັບສັງຄົມມະນຸດໃນຍຸກໃໝ່ ແລະ ການສ້າງອະນາຄົດອັນຍືນຍົງສຳລັບທຸກຄົນ.ຫ້ອງແລັບ Accelerator ຂອງ ສປປ ລາວຈະຄົ້ນຄວ້າວີທິການແກ້ໄຂບັນຫາໃນລະດັບຮາກຖານ, ທົບສອບ ແລະ (ຖ້າສຳເລັດ) ຜັນຂະຫຍາຍສູ່ການປະຕິບັດໃຫ້ເກີດດອກອອກຜົນ ເພື່ອຈັດການກັບບັນຫາທີ່ສຳຄັນໃຫ້ໄວທີ່ສຸດ. ຕົວຢ່າງຂອງບັນຫາໃນການພັດທະນາທີ່ທາງຫ້ອງແລັບຢາກແກ້ໄຂໃນລາວກໍຄື ວິກິດການດ້ານຂີ້ເຫຍື້ອຢາງປາສ໌ຕິກ ແລະ ການມີວຽກເຮັດງານທຳຂອງໄວໜຸ່ມ.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48303

ຈີນບໍລິຈາກເງິນ US$100,000 ໂດລາເພື່ອຊ່ວຍເຫຼືອບັນເທົາທຸກໄພນ້ຳຖ້ວມໃນຫົກແຂວງຂອງລາວ

(ຂປລ) ລັດຖະບານຈີນໄດ້ບໍລິຈາກເງິນ US$100,000 ໂດລາ ເພື່ອຊ່ວຍເຫຼືອພາລະກິດບັນເທົາທຸກ ແລະ ຟື້ນຟູຫຼັງໄພພິບັດ ຢູ່ແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ອັດຕະປື ແລະ ຈຳປາສັກ ເຊິ່ງໄດ້ຮັບຜົນກະທົບຢ່າງໜັກຈາກໄພນ້ຳຖ້ວມ.ໄພນ້ຳຖ້ວມດັ່ງກ່າວແມ່ນເກີດຈາກພະຍຸຫຼາຍຫົວໄດ້ພັດເຂົ້າປະເທດລາວໃນຊ່ວງທ້າຍຂອງເດືອນສິງຫາເຖິງຕົ້ນເດືອນກັນຍາປີນີ້ ເຊິ່ງເປັນໄພພິບັດຄັ້ງຮ້າຍແຮງທີ່ສຸດຢູ່ໃນຫົກແຂວງພາກກາງ ແລະ ພາກໃຕ້ ນັບແຕ່ປີ 1978.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48301

ເຈົ້າໜ້າທີ່ IUCN ຢ້ຽມຢາມລາວເພື່ອແຈ້ງຂໍ້ມູນຂ່າວສານກ່ຽວກັບການແຕ່ງຕັ້ງຫີນໜາມໜໍ່ເປັນລະດົກລະຫວ່າງຊາຍແດນ

(ຂປລ) ທີມງານ IUCN ນຳໂດຍທ່ານ ປີເຕີ ຊາດີ, ອຳນວຍການແຜນງານມໍລະດົກໂລກຄົນໃໝ່ ຂອງອົງການອະນຸລັກສິ່ງແວດລ້ອມ ແລະ ທຳມະຊາດສາກົນ (IUCN), ເດີນທາງຢ້ຽມຢາມລາວ ເພື່ອຮ່ວມພາລະກິດກັບທີມວິຊາການທ້ອງຖິ່ນ ໃນການທົບທວນຄວາມຄືບໜ້າຫຼ້າສຸດ ກ່ຽວກັບການແຕ່ງຕັ້ງປ່າສະຫງວນແຫ່ງຊາດ ຫີນໜາມໜໍ່ ເປັນມໍລະດົກໂລກ.ທ່ານ ຊາດີ ເຊິ່ງມີຄວາມຮູ້ຄວາມຊ່ຽວຊານກ່ຽວກັບພື້ນທີ່ ທັງເປັນຜູ້ຂຽນປື້ມ “ການປະເມີນຄວາມພ້ອມຂອງປ່າສະຫງວນແຫ່ງຊາດ ຫີນໜາມໜໍ່ ເພື່ອເຂົ້າເປັນມໍລະດົກໂລກຂອງ UNESCO” (ກຸມພາ 2017), ເປັນຜູ້ທີ່ມີຄວາມຮູ້ເລິກເຊິ່ງກ່ຽວກັບພື້ນທີ່ ແລະ ປະສົບການອັນຍາວນານກ່ຽວກັບຂະບວນການດຳເນີນງານຂອງອົງການ UNESCO.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48250

ລັດຖະບານລາວ, ອົງການ UNFPA ເປີດຕົວການສຶກສາຄົ້ນຄວ້າກ່ຽວກັບ ສປປ ລາວ ເຖິງປີ 2030

(ຂປລ) ພາຍໃຕ້ການສະໜັບສະໜູນທີ່ເຂັ້ມແຂງຈາກລັດຖະບານລາວ, ອົງການກອງທຶນສະຫະປະຊາຊາດເພື່ອປະຊາກອນ (UNFPA), ຮ່ວມກັບກະຊວງແຜນການ ແລະ ການລົງທຶນ,​ ໄດ້ທຳການເປີດຕົວການສຶກສາກ່ຽວກັບ ສປປ ລາວ ເຖິງປີ 2030 ຢ່າງເປັນທາງການ ໃນວັນທີ 18 ກັນຍານີ້, ເຊິ່ງເປັນການຄົ້ນຄວ້າທີ່ສຳຄັນ ແນໃສ່ສຶກສາການປ່ຽນແປງຂອງປະຊາກອນ ແລະ ຄວາມສຳພັນຂອງມັນຕໍ່ກັບບູລິມະສິດໃນການພັດທະນາ.ການວາງແຜນພັດທະນາ ແລະ ການວາງນະໂຍບາຍ ຈຳເປັນຕ້ອງມີຂໍ້ມູນຕົວຈິງ ແລະ ການວິເຄາະສະຖານະການໃນປະຈຸບັນ ແລະ ທ່າອ່ຽງໃນອະນາຄົດ ລວມທັງຄວາມເຂົ້າໃຈກ່ຽວກັບຜົນການພັດທະນາທາງດ້ານເສດຖະກິດ ແລະ ສັງຄົມຕໍ່ການປ່ຽນແປງຂອງປະຊາກອນ.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48248

ບໍລິສັດນ້ຳເທີນ 2 ຈະບໍລິຈາກເງິນ 1 ຕື້ ເພື່ອຊ່ວຍເຫຼືອບັນເທົາທຸກ, ຟື້ນຟູແຂວງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

(ຂປລ) ບໍລິສັດໄຟຟ້ານ້ຳເທີນ 2 ຈຳກັດ ໄດ້ໃຫ້ບໍລິຈາກເງິນໜຶ່ງຕື້ກີບ ເພື່ອຊ່ວຍເຫຼືອພາລະກິດບັນເທົາທຸກ ແລະ ຟື້ນຟູ ແຂວງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຄື ແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ອັດຕະປື ແລະ ຈຳປາສັກ.ໄພນ້ຳຖ້ວມດັ່ງກ່າວແມ່ນເກີດຈາກພະຍຸຫຼາຍຫົວ ທີ່ພັດເຂົ້າປະເທດລາວໃນທ້າຍເດືອນສິງຫາ ແລະ ຕົ້ນເດືອນກັນຍານີ້ ເຊິ່ງຮ້າຍແຮງກວ່າໝູ່ແມ່ນຢູ່ຫົກແຂວງພາກກາງ ແລະ ພາກໃຕ້ ນັບແຕ່ປີ 1978 ເປັນຕົ້ນມາ.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48229

ອີຢູ-EU ໃຫ້ທຶນ 5 ລ້ານຢູໂຣ ເພື່ອສົ່ງເສີມການແຂ່ງຂັນໃນການສົ່ງອອກ, ການສ້າງວຽກເຮັດງານທຳໃນລາວ

(ຂປລ) ສະຫະພາບຢູໂຣບ (EU) ໃຫ້ທຶນຊ່ວຍເຫຼືອ 5 ລ້ານຢູໂຣ ເພື່ອສົ່ງເສີມການແຂ່ງຂັນດ້ານການສົ່ງອອກສິນຄ້າ ແລະ ການສ້າງວຽກເຮັດງານທຳໃນ ສປປ ລາວ ໂດຍການເປີດຕົວການສະໜັບສະໜູນການລວມຕົວຂອງພາກພື້ນອາຊຽນ-ການຊ່ວຍເຫຼືອທາງການຄ້າໃນ ສປປ ລາວ (ARISE Plus-Lao PDR) ທີ່ນະຄອນວຽງຈັນໃນວັນທີ 9 ກັນຍານີ້.ການດຳເນີນງານດັ່ງກ່າວຈະຈັດຕັ້ງປະຕິບັດຮ່ວມກັບກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ປ່າໄມ້, ແລະ ສູນການຄ້າສາກົນ, ເຊິ່ງແນໃສ່ຊຸກຍູ້ການຂະຫຍາຍຕົວທາງດ້ານເສດຖະກິດແບບທົ່ວເຖິງ, ການສ້າງວຽກເຮັດງານທຳ ແບະ ການສ້າງຄວາມເຂັ້ມແຂງເພື່ອຮອງຮັບຕໍ່ການປ່ຽນແປງຂອງສະພາບອາກາດ.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48037

ປະຊາຊົນ 122,800 ກວ່າຄົວເຮືອນ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢູ່ພາກໃຕ້ຂອງລາວ

(ຂປລ) ປະຊາຊົນ 122,800 ກວ່າຄົວເຮືອນໃນຫົກແຂວງ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢູ່ພາກໃຕ້ຂອງລາວ ເຊິ່ງຜູ້ເສຍຊີວິດລວມ 14 ຄົນ, ຕາມການລາຍງານຂອງຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ.ຫົກແຂວງທີ່ໄດ້ຮັບຜົນກະທົບລວມມີ ແຂວງຄຳມ່ວນ, ສະຫວັນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື.ແຂວງຈຳປາສັກມີຜູ້ເສຍຊີວິດ 5 ຄົນ, ແຂວງອັດຕະປື 4 ຄົນ, ແຂວງສະຫວັນນະເຂດ 3 ຄົນ ແລະ ແຂວງສາລະວັນ 2 ຄົນ.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48007

ມະຫາວິທະຍາໄລສະຫວັນນະເຂດ ປັບປຸງການຈັດການໃນມະຫາວິທະຍາໄລ

(ຂປລ) ໃນວັນທີ 4 ກັັນຍານີ້ ມະຫາວິທະຍາໄລສະຫວັນນະເຂດໄດ້ເປີດໂຄງການປັບປຸງການຈັດການໃນມະຫາວິທະຍາໄລ ໂດຍນຳໃຊ້ວິທີການດ້ານຄຸນນະພາບ.ໂຄງການດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນ ແລະ ທຶນຊ່ວຍເຫຼືອຈາກອົງການຟຼັງໂກໂຟນ (Agence Universitaire de la Francophonie – AUF ) ແລະ ຈະດຳເນີນການໃນໄລຍະສາມປີ.ເປັນກຽດເຂົ້າຮ່ວມໃນພິທີເປີດໂຄງການດັ່ງກ່າວມີທ່ານ ບຸນເຮືອງ ນິນຈະເລີນ ຮອງປະທານມະຫາວິທະຍາໄລສະຫວັນນະເຂດ, ທ່ານ ລໍຣອງ ແຊັກເມ ສາດສະດາຈານຈາກສະຖາບັນຄົ້ນຄວ້າການເມືອງແຂວງເອກຊອງ (Aix en Provence), ແລະ ທ່ານ ອັງຕວນ ໂບຼມວິສ໌ ຫົວໜ້າຫ້ອງການ AUF ນະຄອນຫຼວງວຽງຈັນ.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=47998

ລາວມີຕົວເລກຜູ້ຕິດເຊື້ອໄຂ້ຍຸງກວ່າ 28,300 ກໍລະນີ

(ຂປລ) ນັບແຕ່ຕົ້ນປີ 2019 ປະເທດລາວມີຈຳນວນຜູ້ຕິດເຊື້ອໄຂ້ເລືອດອອກເພີ່ມຂຶ້ນເຖິງ 28,371 ກໍລະນີ ໃນນັ້ນມີຜູ້ເສຍຊີວິດ 60 ກໍລະນີ, ຕາມການລາຍງານຂອງກະຊວງສາທາລະນະສຸກ.ສະຖິຕິການຕິດເຊື້ອພະຍາດດັ່ງກ່າວແມ່ນສູງກວ່າຕົວເລກໃນໄລຍະດຽວກັນຂອງປີຜ່ານມາເຖິງຫ້າເທົ່າ, ເຊິ່ງມີຜູ້ຕິດເຊື້ອພຽງແຕ່ປະມານ 4,600 ກໍລະນີ ແລະ ມີຜູ້ເສຍຊີວິດ 14 ກໍລະນີ.ຍອດຕົວເລກຜູ້ເສຍຊີວິດຢູ່ແຂວງສະຫວັນນະເຂດຍັງຄົງສູງກວ່າຢູ່ແຂວງອື່ນ.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=47906

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

capH4
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!