ລັດຖະບານລາວ, ອົງການ UNFPA ເປີດຕົວການສຶກສາຄົ້ນຄວ້າກ່ຽວກັບ ສປປ ລາວ ເຖິງປີ 2030

(ຂປລ) ພາຍໃຕ້ການສະໜັບສະໜູນທີ່ເຂັ້ມແຂງຈາກລັດຖະບານລາວ, ອົງການກອງທຶນສະຫະປະຊາຊາດເພື່ອປະຊາກອນ (UNFPA), ຮ່ວມກັບກະຊວງແຜນການ ແລະ ການລົງທຶນ,​ ໄດ້ທຳການເປີດຕົວການສຶກສາກ່ຽວກັບ ສປປ ລາວ ເຖິງປີ 2030 ຢ່າງເປັນທາງການ ໃນວັນທີ 18 ກັນຍານີ້, ເຊິ່ງເປັນການຄົ້ນຄວ້າທີ່ສຳຄັນ ແນໃສ່ສຶກສາການປ່ຽນແປງຂອງປະຊາກອນ ແລະ ຄວາມສຳພັນຂອງມັນຕໍ່ກັບບູລິມະສິດໃນການພັດທະນາ.

ການວາງແຜນພັດທະນາ ແລະ ການວາງນະໂຍບາຍ ຈຳເປັນຕ້ອງມີຂໍ້ມູນຕົວຈິງ ແລະ ການວິເຄາະສະຖານະການໃນປະຈຸບັນ ແລະ ທ່າອ່ຽງໃນອະນາຄົດ ລວມທັງຄວາມເຂົ້າໃຈກ່ຽວກັບຜົນການພັດທະນາທາງດ້ານເສດຖະກິດ ແລະ ສັງຄົມຕໍ່ການປ່ຽນແປງຂອງປະຊາກອນ.

ອ່ານຕໍ່…

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48248