ອົງການ UNDP ເປີດຕົວຫ້ອງແລັບ Accelerator

(ຂປລ) ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ປະຈຳ ສປປ ລາວ ໄດ້ເປີດຕົວຫ້ອງແລັບ Accelerator ເຊິ່ງເຊື່ອມໂຍງກັບເຄືອຂ່າຍຫ້ອງແລັບ 60 ແຫ່ງໃນ 78 ປະເທດທົ່ວໂລກ.

ບັນຫາໃນຍຸກໂລກາພິວັດ, ການປ່ຽນແປງຂອງສະພາບອາກາດ ແລະ ການພັດທະນາ ຮຽກຮ້ອງໃຫ້ມີການປັບປຸງວິທີການ ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນກັບສັງຄົມມະນຸດໃນຍຸກໃໝ່ ແລະ ການສ້າງອະນາຄົດອັນຍືນຍົງສຳລັບທຸກຄົນ.

ຫ້ອງແລັບ Accelerator ຂອງ ສປປ ລາວຈະຄົ້ນຄວ້າວີທິການແກ້ໄຂບັນຫາໃນລະດັບຮາກຖານ, ທົບສອບ ແລະ (ຖ້າສຳເລັດ) ຜັນຂະຫຍາຍສູ່ການປະຕິບັດໃຫ້ເກີດດອກອອກຜົນ ເພື່ອຈັດການກັບບັນຫາທີ່ສຳຄັນໃຫ້ໄວທີ່ສຸດ. ຕົວຢ່າງຂອງບັນຫາໃນການພັດທະນາທີ່ທາງຫ້ອງແລັບຢາກແກ້ໄຂໃນລາວກໍຄື ວິກິດການດ້ານຂີ້ເຫຍື້ອຢາງປາສ໌ຕິກ ແລະ ການມີວຽກເຮັດງານທຳຂອງໄວໜຸ່ມ.

ອ່ານຕໍ່…

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48303