ອີຢູ-EU ໃຫ້ທຶນ 5 ລ້ານຢູໂຣ ເພື່ອສົ່ງເສີມການແຂ່ງຂັນໃນການສົ່ງອອກ, ການສ້າງວຽກເຮັດງານທຳໃນລາວ

(ຂປລ) ສະຫະພາບຢູໂຣບ (EU) ໃຫ້ທຶນຊ່ວຍເຫຼືອ 5 ລ້ານຢູໂຣ ເພື່ອສົ່ງເສີມການແຂ່ງຂັນດ້ານການສົ່ງອອກສິນຄ້າ ແລະ ການສ້າງວຽກເຮັດງານທຳໃນ ສປປ ລາວ ໂດຍການເປີດຕົວການສະໜັບສະໜູນການລວມຕົວຂອງພາກພື້ນອາຊຽນ-ການຊ່ວຍເຫຼືອທາງການຄ້າໃນ ສປປ ລາວ (ARISE Plus-Lao PDR) ທີ່ນະຄອນວຽງຈັນໃນວັນທີ 9 ກັນຍານີ້.

ການດຳເນີນງານດັ່ງກ່າວຈະຈັດຕັ້ງປະຕິບັດຮ່ວມກັບກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ປ່າໄມ້, ແລະ ສູນການຄ້າສາກົນ, ເຊິ່ງແນໃສ່ຊຸກຍູ້ການຂະຫຍາຍຕົວທາງດ້ານເສດຖະກິດແບບທົ່ວເຖິງ, ການສ້າງວຽກເຮັດງານທຳ ແບະ ການສ້າງຄວາມເຂັ້ມແຂງເພື່ອຮອງຮັບຕໍ່ການປ່ຽນແປງຂອງສະພາບອາກາດ.

ອ່ານຕໍ່…

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48037