ລາວມີຕົວເລກຜູ້ຕິດເຊື້ອໄຂ້ຍຸງກວ່າ 28,300 ກໍລະນີ

(ຂປລ) ນັບແຕ່ຕົ້ນປີ 2019 ປະເທດລາວມີຈຳນວນຜູ້ຕິດເຊື້ອໄຂ້ເລືອດອອກເພີ່ມຂຶ້ນເຖິງ 28,371 ກໍລະນີ ໃນນັ້ນມີຜູ້ເສຍຊີວິດ 60 ກໍລະນີ, ຕາມການລາຍງານຂອງກະຊວງສາທາລະນະສຸກ.

ສະຖິຕິການຕິດເຊື້ອພະຍາດດັ່ງກ່າວແມ່ນສູງກວ່າຕົວເລກໃນໄລຍະດຽວກັນຂອງປີຜ່ານມາເຖິງຫ້າເທົ່າ, ເຊິ່ງມີຜູ້ຕິດເຊື້ອພຽງແຕ່ປະມານ 4,600 ກໍລະນີ ແລະ ມີຜູ້ເສຍຊີວິດ 14 ກໍລະນີ.

ຍອດຕົວເລກຜູ້ເສຍຊີວິດຢູ່ແຂວງສະຫວັນນະເຂດຍັງຄົງສູງກວ່າຢູ່ແຂວງອື່ນ.

ອ່ານຕໍ່…

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=47906