ເຈົ້າໜ້າທີ່ IUCN ຢ້ຽມຢາມລາວເພື່ອແຈ້ງຂໍ້ມູນຂ່າວສານກ່ຽວກັບການແຕ່ງຕັ້ງຫີນໜາມໜໍ່ເປັນລະດົກລະຫວ່າງຊາຍແດນ

(ຂປລ) ທີມງານ IUCN ນຳໂດຍທ່ານ ປີເຕີ ຊາດີ, ອຳນວຍການແຜນງານມໍລະດົກໂລກຄົນໃໝ່ ຂອງອົງການອະນຸລັກສິ່ງແວດລ້ອມ ແລະ ທຳມະຊາດສາກົນ (IUCN), ເດີນທາງຢ້ຽມຢາມລາວ ເພື່ອຮ່ວມພາລະກິດກັບທີມວິຊາການທ້ອງຖິ່ນ ໃນການທົບທວນຄວາມຄືບໜ້າຫຼ້າສຸດ ກ່ຽວກັບການແຕ່ງຕັ້ງປ່າສະຫງວນແຫ່ງຊາດ ຫີນໜາມໜໍ່ ເປັນມໍລະດົກໂລກ.

ທ່ານ ຊາດີ ເຊິ່ງມີຄວາມຮູ້ຄວາມຊ່ຽວຊານກ່ຽວກັບພື້ນທີ່ ທັງເປັນຜູ້ຂຽນປື້ມ “ການປະເມີນຄວາມພ້ອມຂອງປ່າສະຫງວນແຫ່ງຊາດ ຫີນໜາມໜໍ່ ເພື່ອເຂົ້າເປັນມໍລະດົກໂລກຂອງ UNESCO” (ກຸມພາ 2017), ເປັນຜູ້ທີ່ມີຄວາມຮູ້ເລິກເຊິ່ງກ່ຽວກັບພື້ນທີ່ ແລະ ປະສົບການອັນຍາວນານກ່ຽວກັບຂະບວນການດຳເນີນງານຂອງອົງການ UNESCO.

ອ່ານຕໍ່…

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48250