ມະຫາວິທະຍາໄລສະຫວັນນະເຂດ ປັບປຸງການຈັດການໃນມະຫາວິທະຍາໄລ

(ຂປລ) ໃນວັນທີ 4 ກັັນຍານີ້ ມະຫາວິທະຍາໄລສະຫວັນນະເຂດໄດ້ເປີດໂຄງການປັບປຸງການຈັດການໃນມະຫາວິທະຍາໄລ ໂດຍນຳໃຊ້ວິທີການດ້ານຄຸນນະພາບ.

ໂຄງການດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນ ແລະ ທຶນຊ່ວຍເຫຼືອຈາກອົງການຟຼັງໂກໂຟນ (Agence Universitaire de la Francophonie – AUF ) ແລະ ຈະດຳເນີນການໃນໄລຍະສາມປີ.

ເປັນກຽດເຂົ້າຮ່ວມໃນພິທີເປີດໂຄງການດັ່ງກ່າວມີທ່ານ ບຸນເຮືອງ ນິນຈະເລີນ ຮອງປະທານມະຫາວິທະຍາໄລສະຫວັນນະເຂດ, ທ່ານ ລໍຣອງ ແຊັກເມ ສາດສະດາຈານຈາກສະຖາບັນຄົ້ນຄວ້າການເມືອງແຂວງເອກຊອງ (Aix en Provence), ແລະ ທ່ານ ອັງຕວນ ໂບຼມວິສ໌ ຫົວໜ້າຫ້ອງການ AUF ນະຄອນຫຼວງວຽງຈັນ.

ອ່ານຕໍ່…

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=47998