ຂປລ-ຂ່າວສານປະເທດລາວ

ອອສ໌ເຕຣເລຍ ຊ່ວຍໃນການປັບປຸງຊີວິດການເປັນຢູ່ຂອງຊາວກະສິກອນໃນລາວ

(ຂປລ) ກະຊວງການຕ່າງປະເທດ ແລະ ການຄ້າອອສ໌ເຕຼເລຍ (DFAT) ຖະແຫຼງການຮ່ວມມືຂະແໜງການເອກະຊົນ ເພື່ອປັບປຸງຊີວິດການເປັນຢູ່ ຂອງຊາວກະສິກອນໃນລາວ ໂດຍການສ້າງຄວາມເຂັ້ມແຂງໃນການລ້ຽງຄວາຍ ແລະ ໂຄນົມ.ການຮ່ວມມືດັ່ງກ່າວຈະເຕົ້າໂຮມທຸລະກິດເພື່ອສັງຄົມ ໂຄນົມລາວ(LBD), ວິທະຍາໄລກະສິກຳປ່າໄມ້ພາກເໜືອ (NAFC), ພະແນກສາທາລະນະສຸກແຂວງ ແລະ  ກະຊວງການຕ່າງປະເທດ ແລະ ການຄ້າອອສ໌ເຕຼເລຍ (DFAT) ເພື່ອສົ່ງເສີມການລ້ຽງໂຄນົມເພື່ອປັບປຸງຊີວິດການເປັນຢູ່ໃນຊົນນະບົດ.ອ່ານຕໍ່ ...

ໂຕະຂ່າວ ຂປລ

ກຸງສີ ເປີດໂຕການບໍລິການໂອນເງິນແບບຣຽວທາມ

(ຂປລ) ທະນາຄານກຸງສີ ທະນາຄານພານິດຂອງໄທ ໄດ້ເປີດໂຕບໍລິການໂອນເງິນ ບລຼ໋ອກເຊນ ກຸງສີ ເພື່ອຮັບປະກັນຄວາມສະດວກໃນການໂອນເງິນແບບຣຽວທາມ ລະຫວ່າງລາວ ແລະ ໄທ.“ບໍລິການໂອນເງິນ ບລຼ໋ອກເຊນ ກຸງສີ” ແມ່ນບໍລິການໂອນເງິນຕ່າງປະເທດແບບຣຽວທາມ ລະຫວ່າງ ສປປ ລາວ ແລະ ໄທ ສຳລັບ ທຸລະກິດ SMEs. ພາຍໃຕ້ການບໍລິການໃໝ່ດັ່ງກ່າວ, ລູກຄ້າຈະໄດ້ຮັບຄວາມສະດວກໃນການໂອນເງິນລະຫວ່າງປະເທດຜ່ານສາຂາຂອງທະນາຄານກຸງສີ,” ທ່ານ ດານ ຮາໂຊໂນ, ຫົວໜ້າພະແນກຂາຍຍ່ອຍ ແລະ ບໍລິການລູກຄ້າ ເປີດເຜີຍໃນງານເປີດໂຕ ທີ່ວຽງຈັນ ໃນວັນທີ 28 ຕຸລານີ້.ອ່ານຕໍ່ ...

ໂຕະຂ່າວ ຂປລ

ບັນດາປະເທດໃນພາກພື້ນແມ່ນ້ຳຂອງຈຳເປັນຕ້ອງເພີ່ມທະວີຄວາມເປັນເຈົ້າການ ເພື່ອການວາງແຜນນຳໃຊ້ແມ່ນ້ຳ

(ຂປລ) ຄະນະກຳມາທິການແມ່ນ້ຳຂອງ ຊຸກຍູ້ໃຫ້ບັນດາປະເທດໃນພາກພື້ນລຸ່ມແມ່ນ້ຳຂອງ ເພີ່ມທະວີຄວາມເປັນເຈົ້າການໃນພາກພື້ນ ເພື່ອການວາງແຜນ ແລະ ການຄຸ້ມຄອງແມ່ນ້ຳ, ພາຍໃຕ້ກົນໄກການແລກປ່ຽນຂໍ້ມູນຂ່າວສານຢ່າງເປັນລະບົບ ແລະ ກ້າວໜ້າ ແລະ ການຕິດຕາມການໄຫຼຂອງນ້ຳຢ່າງເຂັ້ມແຂງ.MRC ກ່າວໃນບົດລານງານປະຈຳປີ “the State of the Basin Report 2018” ວ່າການດຳເນີນການດັ່ງກ່າວແມ່ນມີຄວາມຈຳເປັນເລັ່ງດ່ວນ ເພື່ອຈັດການກັບສິ່ງທ້າທາຍໃນທົ່ວນ່ານນ້ຳ ເຊັ່ນ ການຂະຫຍາຍຕົວຢ່າງວ່ອງໄວຂອງປະຊາກອນ, ການລົງທຶນທີ່ເພີ່ມທະວີໃນພາກພື້ນມ່ນ້ຳຂອງ, ການປ່ຽນແປງຂອງສະພາບອາກາດ ແລະ ໄພພິບັດທາງທຳມະຊາດ.ອ່ານຕໍ່ ...

ໂຕະຂ່າວ ຂປລ

ວຽກງານໂພຊະນາການ, ນ້ຳ, ສຸຂາພິບານ ໄດ້ຮັບການເສີມຂະຫຍາຍ ພາຍໃຕ້ການທົບທວນໂຄງການ EU - ລາວ ກ່ຽວກັບເປົ້າໝາຍການພັດທະນາແບບຍືນຍົງ

(ຂປລ) ການເຂົ້າເຖິງໂພຊະນາການທີ່ຈຳເປັນ, ນ້ຳສະອາດ ແລະ ສຸຂາພິບານທີ່ພຽງພໍ ແມ່ນກຸນແຈໄປສູ່ການມີສຸຂະພາບ ແລະ ການດຳລົງຊີວິດທີ່ດີຂອງປະຊາກອກໃນທົ່ວໂລກ ໂດຍສະເພາະໃນປະເທດກຳລັງພັດທະນາໃນອາຊີໃຕ້ຄື ສປປ ລາວ.ນີ້ແມ່ນເປົ້າໝາຍລວມຂອງໂຄງການສົ່ງເສີມໂພຊະນາການ ແລະ ສ້າງພື້ນຖານໂຄງລ່າງ WASH (SUNWIP) ເຊິ່ງໄດ້ມີການຈັດກອງປະຊຸມປະຈຳປີຂຶ້ນທີ່ນະຄອນວຽງຈັນ ໃນວັນອັງຄານທີ 22 ຕຸລານີ້.ອ່ານຕໍ່ ...

ໂຕະຂ່າວ ຂປລ

ການຕິດຕາມຄວາມຄືບໜ້າຂອງໂຄງການວາງແຜນຄອບຄົວ

(ຂປລ) ການນຳໃຊ້ວິທີການວາງແຜນຄອບຄົວແບບໃໝ່ (FP) ແມ່ນວິທີທີ່ດີທີ່ສຸດໃນການຫຼຸດຜ່ອນການຖືພາໂດຍບໍ່ຕັ້ງໃຈ ແລະ ຄວາມສ່ຽງຈາກການຖືພາ ແລະ ການເກີດລູກ.ໃນ ສປປ ລາວ, ການນຳໃຊ້ວິທີການວາງແຜນຄອບຄົວແບບໃໝ່ ຍັງຄົງສືບຕໍ່ເພີ່ມຂຶ້ນຢ່າງຊ້າໆ ໃນອັດຕາ 1% ຕໍ່ປີ ເຊິ່ງໝາຍຄວາມວ່າປະເທດລາວອາດບໍ່ສາມາດບັນລຸເປົ້າໝາຍອັດຕາການການຄຸມກຳເນີດ (CPR) 65% ພາຍໃນປີ 2025.ອ່ານຕໍ່ ...

ໂຕະຂ່າວ ຂປລ

ຕະຫຼາດຫຼັກຊັບເປີດການຊື້ຂາຍຫຸ້ນບໍລິສັດ ລານໂກ

(ຂປລ) ໃນວັນພະຫັດນີ້ ຕະຫຼາດຫຼັກຊັບລາວໄດ້ເປີດການຊື້ຂາຍຫຸ້ນບໍລິສັດລາວອາຊຽນເຊົ່າສິນເຊື່ອ (ລານໂກ) ເຊິ່ງເປັນບໍລິສັດລາຍທີ 11 ທີ່ຈົດທະບຽນໃນຕະຫຼາດຫຼັກຊັບລາວ.ໃນມື້ເປີດໂຕ ລາຄາຊື້ຂາຍຫຸ້ນດັ່ງກ່າວແມ່ນຢູ່ທີ່ 3,000 ກີບຕໍ່ຫຸ້ນ, ປັບໂຕເພີ່ມຂຶ້ນຈາກລາຄາ 2,700 ກີບໃນມື້ເປີດຈອງໃນຕົ້ນເດືອນນີ້.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48752

ບຸນມະໂຫລານສົ່ງເສີມການອ່ານວຽງຈັນ 2019 ຈະຈັດຂຶ້ນໃນທ້າຍເດືອນນີ້

(ຂປລ) ບຸນມະໂຫລານສົ່ງເສີມການອ່ານວຽງຈັນ ຄັ້ງທີສອງ ຈະຈັດຂຶ້ນໃນລະຫວ່າງວັນທີ 19 ຫາ 27 ຕຸລານີ້ ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ເພື່ອສົ່ງເສີມບົດບາດຂອງຄູອາຈານໃນລາວ ແລະ ລະດົມການຊ່ວຍເຫຼືອສຳລັບໂຮງຮຽນທີ່ຂາດແຄນ 500 ກວ່າແຫ່ງໃນນະຄອນຫຼວງວຽງຈັນ ທີ່ຍັງຂາດແຄນປື້ມເລື່ອງ ແລະ ອຸປະກອນການສຶກສາຕ່າງໆ.“ບຸນປຶ້ມດັ່ງກ່າວແມ່ນແນໃສ່ສົ່ງເສີມການອ່ານໃຫ້ຫຼາຍ, ເພື່ອເປີດໂອກາດໃຫ້ແກ່ປະຊາຊົນໄດ້ສຳຜັດກັບປຶ້ມອ່ານໃໝ່ໆຈາກທັງພາຍໃນ ແລະ ຕ່າງປະເທດ ແລະ ເພື່ອສົ່ງເສີມໃຫ້ມະຫາຊົນເຫັນຄວາມສຳຄັນຂອງການອ່ານ ແລະ ສົ່ງເສີມການເຂົ້າຮ່ວມໃນການສົ່ງເສີມການອ່ານ, ໂດຍສະເພາະແມ່ນເພື່ອຊ່ວຍເຫຼືອໂຮງຮຽນໃນນະຄອນຫຼວງວຽງຈັນໃຫ້ມີປຶ້ມອ່ານທີ່ຫຼາກຫຼາຍຂຶ້ນ,” ທ່ານ ສົມພອນ ສອນດາຣາ ຮອງຫົວໜ້າພະແນກສຶກສາປະຈຳນະຄອນຫຼວງວຽງຈັນກ່າວ.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48714

ອົງການ UNDP, ນ້ຳເທີນ 2 ຊ່ວຍເຫຼືອວິທະຍຸຊຸມຊົນແຂວງຄຳມ່ວນ

(ຂປລ) ໃນວັນທີ 3 ຕຸລານີ້ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ລົງນາມໃນຂໍ້ຕົກລົງການປະກອບສ່ວນ ກັບຄູ່ຮ່ວມງານເອກະຊົນໃໝ່, ບໍລິສັດໄຟຟ້ານ້ຳເທີນ 2 ຈຳກັດ (NTPC) ໃນການສະໜັບສະໜູນການສ້າງຕັ້ງວິທະຍຸຊົມຊົນໃໝ່ ຢູ່ເມືອງນາກາຍ, ແຂວງຄຳມ່ວນ.ພາຍໃຕ້ຂໍ້ຕົກລົງດັ່ງກ່າວ, NTPC ໄດ້ຕົກລົງໃຫ້ການຊ່ວຍເຫຼືອມູນຄ່າ USD 120,000 ໂດລາໃນໄລຍະສາມປີ ເຊິ່ງເປັນການສົມທົບທຶນກັບອົງການ UNDP ມູນຄ່າ USD 80,000.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48613

EU ແລະ UNICEF ບໍລິຈາກລົດຈັກ ແລະ ເຄື່ອງຄັອມພິວເຕີໃຫ້ກະຊວງສຶກສາ

(ຂປລ) ເພື່ອເປັນສ່ວນໜຶ່ງຂອງການຮ່ວມງານເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການສຶກສາ (PSES), ສະຫະພາບຢູໂຣບ (EU) ແລະ ອົງການຢູນິເຊັບ (UNICEF) ໄດ້ມອບອຸປະກອນໃຫ້ກະຊວງສຶກສາທິການ ແລະ ກິລາ (MoES) ມູນຄ່າລວມ US$ 121,000 ໂດລາ, ເຊິ່ງລວມມີ ລົດຈັກ 40 ຄັນ, ຄັອມພິວເຕີຕັ້ງໂຕະ 62 ຊຸດ, ແລະ ຄັອມພິວເຕີມືຖື 3 ເຄື່ອງ.ພິທີມອບຮັບເຄື່ອງອຸປະກອນດັ່ງກ່າວ ໄດ້ຈັດຂຶ້ນຢູ່ທີ່ກະຊວງສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໃນວັນທີ 3 ຕຸລານີ້ ລະຫວ່າງທ່ານ ລີໂອ ເຟເບີ ເອກອັກຄະລັດຖະທູດຢູໂຣປະຈຳ ສປປ ລາວ, ທ່ານ ເອີຟານ ອັກຕາ ຜູ້ຕາງໜ້າອົງການຢູນິເຊັບປະຈຳ ສປປ ລາວ, ແລະ ທ່ານນາງ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48604

ບໍລິສັດເກົາຫຼີຊອກຫາຊ່ອງທາງການເຊື່ອມຕໍ່ດ້ານການຄ້າໃນລາວ

(ຂປລ) ຕາງໜ້າບໍລິສັດເກົາຫຼີຈັດປະຊຸມກັບຜູ້ປະກອບການລາວ ທີ່ນະຄອນຫຼວງວຽງຈັນ ໃນວັນທີ 30 ກັນຍານີ້ ເພື່ອຫາລືກ່ຽວກັບໂອກາດເພື່ອການຮ່ວມມື ແລະ ການສ້າງເຄືອຂ່າຍທາງທຸລະກິດ. ບໍລິສັດຈາກເກົາຫຼີລວມມີ ບໍລິສັດ ENTRA , ບໍລິສັດອຸດສາຫະກຳ NARAE , ບໍລິສັດ DAEDO TEKRA , ບໍລິສັດ Exolube, ບໍລິສັດ DHC, ບໍລິສັດເຄມີ Sunkyung ແລະ ບໍລິສັດ TAESUNG.ກອງປະຊຸມຂອງຄະນະຜູ້ແທນການຄ້າ Ulju-GUN 2019 ໄດ້ຈັດຂຶ້ນຢູ່ທີ່ໂຮງແຮມລາວພຼາຊາ ນະຄອນຫຼວງວຽງຈັນ ໂດຍອົງການສະໜັບສະໜູນການຄ້າການລົງທຶນເກົາຫຼີ (KOTRA) ແລະ ພະແນກການຄ້າສະຖານທູດສາທາລະນະລັດເກົາຫຼີ.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48525

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

fYCn3
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!