ບໍລິສັດເກົາຫຼີຊອກຫາຊ່ອງທາງການເຊື່ອມຕໍ່ດ້ານການຄ້າໃນລາວ

(ຂປລ) ຕາງໜ້າບໍລິສັດເກົາຫຼີຈັດປະຊຸມກັບຜູ້ປະກອບການລາວ ທີ່ນະຄອນຫຼວງວຽງຈັນ ໃນວັນທີ 30 ກັນຍານີ້ ເພື່ອຫາລືກ່ຽວກັບໂອກາດເພື່ອການຮ່ວມມື ແລະ ການສ້າງເຄືອຂ່າຍທາງທຸລະກິດ. 

ບໍລິສັດຈາກເກົາຫຼີລວມມີ ບໍລິສັດ ENTRA , ບໍລິສັດອຸດສາຫະກຳ NARAE , ບໍລິສັດ DAEDO TEKRA , ບໍລິສັດ Exolube, ບໍລິສັດ DHC, ບໍລິສັດເຄມີ Sunkyung ແລະ ບໍລິສັດ TAESUNG.

ກອງປະຊຸມຂອງຄະນະຜູ້ແທນການຄ້າ Ulju-GUN 2019 ໄດ້ຈັດຂຶ້ນຢູ່ທີ່ໂຮງແຮມລາວພຼາຊາ ນະຄອນຫຼວງວຽງຈັນ ໂດຍອົງການສະໜັບສະໜູນການຄ້າການລົງທຶນເກົາຫຼີ (KOTRA) ແລະ ພະແນກການຄ້າສະຖານທູດສາທາລະນະລັດເກົາຫຼີ.

ອ່ານຕໍ່…

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48525