ບຸນມະໂຫລານສົ່ງເສີມການອ່ານວຽງຈັນ 2019 ຈະຈັດຂຶ້ນໃນທ້າຍເດືອນນີ້

(ຂປລ) ບຸນມະໂຫລານສົ່ງເສີມການອ່ານວຽງຈັນ ຄັ້ງທີສອງ ຈະຈັດຂຶ້ນໃນລະຫວ່າງວັນທີ 19 ຫາ 27 ຕຸລານີ້ ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ເພື່ອສົ່ງເສີມບົດບາດຂອງຄູອາຈານໃນລາວ ແລະ ລະດົມການຊ່ວຍເຫຼືອສຳລັບໂຮງຮຽນທີ່ຂາດແຄນ 500 ກວ່າແຫ່ງໃນນະຄອນຫຼວງວຽງຈັນ ທີ່ຍັງຂາດແຄນປື້ມເລື່ອງ ແລະ ອຸປະກອນການສຶກສາຕ່າງໆ.

“ບຸນປຶ້ມດັ່ງກ່າວແມ່ນແນໃສ່ສົ່ງເສີມການອ່ານໃຫ້ຫຼາຍ, ເພື່ອເປີດໂອກາດໃຫ້ແກ່ປະຊາຊົນໄດ້ສຳຜັດກັບປຶ້ມອ່ານໃໝ່ໆຈາກທັງພາຍໃນ ແລະ ຕ່າງປະເທດ ແລະ ເພື່ອສົ່ງເສີມໃຫ້ມະຫາຊົນເຫັນຄວາມສຳຄັນຂອງການອ່ານ ແລະ ສົ່ງເສີມການເຂົ້າຮ່ວມໃນການສົ່ງເສີມການອ່ານ, ໂດຍສະເພາະແມ່ນເພື່ອຊ່ວຍເຫຼືອໂຮງຮຽນໃນນະຄອນຫຼວງວຽງຈັນໃຫ້ມີປຶ້ມອ່ານທີ່ຫຼາກຫຼາຍຂຶ້ນ,” ທ່ານ ສົມພອນ ສອນດາຣາ ຮອງຫົວໜ້າພະແນກສຶກສາປະຈຳນະຄອນຫຼວງວຽງຈັນກ່າວ.

ອ່ານຕໍ່…

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48714