ສະຫະລັດ ມອບອຸປະກອນກວດສອບພະຍາດໄຂ້ປ່າໄລຍະຕົ້ນ,​ ການປິ່ນປົວ 100,000 ຊຸດ

(ຂປລ) ເພື່ອສືບຕໍ່ນຳໜ້າໃນການຊ່ວຍເຫຼືອ ສປປ ລາວ ໃນການດຳເນີນພາລະກິດການລຶບລ້າງພະຍາດໄຂ້ປ່າກ່ອນປີ 2030, ທ່ານນາງ ຣີນາ ພີທເຊີ ເອກອັກຄະລັດຖະທູດສະຫະລັດປະຈຳລາວ ໄດ້ມອບອຸປະກອນກວດສອບພະຍາດໄຂ້ປ່າໄລຍະຕົ້ນ (RDT) 100,000 ຊຸດ ໃຫ້ແກ່ທ່ານ ປອ ພູທອນ ມຸ່ງພັກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ເຊິ່ງໄດ້ມີພິທີມອບຮັບໃນວັນທີ 6 ທັນວາຜ່ານມານີ້.

ອຸປະກອນທົດສອບດັ່ງກ່າວ ພາຍໃຕ້ການຊ່ວຍເຫຼືອຂອງອົງການເພື່ອການພັດທະນາສາກົນສະຫະລັດ (USAID) ໂດຍຜ່ານ ການລິເລີ່ມກ່ຽວກັບພະຍາດໄຂ້ປ່າຂອງປະທານປະເທດ (PMI), ຈະນຳໄປແຈກຢາຍໃຫ້ແກ່ສູນບໍລິການສາທາລະນະສຸກທົ່ວປະເທດ, ໂດຍສະເພາະໃນພື້ນທີ່ທີ່ພົບການລະບາດ ຂອງພະຍາດໄຂ້ປ່າໃນອັດຕາທີ່ສູງ.

ອ່ານຕໍ່…

 

ໂຕະຂ່າວ ຂປລ