ຍີ່ປຸ່ນ ຊ່ວຍເຫຼືອໃນການຍົກລະດັບ ທັກສະການອ່ານສຳລັບເດັກນ້ອຍ ຢູ່ເມືອງທ່າພັງທອງ

(ຂປລ) ລັດຖະບານຍີ່ປຸ່ນ ໄດ້ໃຫ້ທຶນຊ່ວຍເຫຼືອລ້າມູນຄ່າ US$516,34 ໂດລາ ເພື່ອສະໜັບສະໜູນການຍົກລະດັບທັກສະການອ່ານສຳລັບເດັກນ້ອຍ ແລະ ສະພາບແວດລ້ອມການຮຽນ ກໍ່ຄືຄວາມກ້າວໜ້າໂຮງຮຽນປະຖົມໃນ ສປປ ລາວ.

ສັນຍາກ່ຽວກັບທຶນຊ່ວຍເຫຼືອດັ່ງກ່າວ ໄດ້ມີການລົງນາມທີ່ສະຖານທູດຍີ່ປຸ່ນ ນະຄອນຫຼວງວຽງຈັນ ໃນວັນທີ 18 ພະຈິກນີ້ ລະຫວ່າງ ທ່ານ ທະເກວະກະ ເກໂຊະ ເອກອັກຄະລັດຖະທູດຍີ່ປຸ່ນປະຈຳລາວ, ແລະ ທ່ານນາງ ມິຢາອຸຊິ ມາຢູໂກະ ຫົວໜ້າໂຄງການສຸພະນິມິດຍີ່ປຸ່ນ (WVJ), ເຊິ່ງເປັນອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຂອງຍີ່ປຸ່ນ.

ທຶນຊ່ວຍເຫຼືອດັ່ງກ່າວແມ່ນເພື່ອສະໜັບສະໜູນກິດຈະກຳ ໃນປີທຳອິດຂອງໂຄງການໄລຍະສາມປີ ທີ່ມີຊື່ວ່າ “ການຍົກລະດັບການອ່ານ, ສະພາບແວດລ້ອມ ແລະ ຄວາມກ້າວໜ້າໃນໂຮງຮຽນປະຖົມ ສຳລັບເດັກນ້ອຍຢູ່ເມືອງທ່າພັງທອງ.”

ອ່ານຕໍ່…

ໂຕະຂ່າວ ຂປລ