ຂໍ້ມູນໃໝ່ສະແດງຄວາມຄືບໜ້າກ່ຽວກັບ ສະຖານະດ້ານໂພຊະນາການຂອງເດັກນ້ອຍ

(ຂປລ) ຂໍ້ມູນໃໝ່ກ່ຽວກັບຄວາມຄືບໜ້າ ຂອງສະຖານະດ້ານໂພຊະນາການຂອງເດັກນ້ອຍ ໄດ້ມີການເຜີຍແຜ່ໃນວັນທີ 9 ທັັນວານີ້ ທີ່ວຽງຈັນ ໂດຍນຳໃຊ້ ລະບົບຂໍ້ມູນຂ່າວສານແຫ່ງຊາດ ດ້ານໂພຊະນາການ (NIPN), ເຊິ່ງມີເປົ້າໝາຍແນໃສ່ ເສີມຂະຫຍາຍລະບົບຂໍ້ມູນຂ່າວສານດ້ານໂພຊະນາການ ເພື່ອສະກັດກັ້ນການຂາດສານອາຫານ ແລະ ຜົນເນື່ອງຈາກການຂາດສານອາຫານ, ເພື່ອສະແດງຄວາມກ້າວໜ້າໃນການຈັດຕັ້ງປະຕິບັດຍຸດທະສາດດ້ານໂພຊະນາການແຫ່ງຊາດ.

ນີ້ແມ່ນການລິເລີ່ມສາກົນ ຂອງສະຫະພາບຢູໂຣບ ພາຍໃຕ້ການສະໜັບສະໜູນຂອງກະຊວງການພັດທະນາສາກົນ ສະຫະລາດຊະອານາຈັກ ແລະ ມູນນິທິບິລ ແລະ ເມລິນດາເກດ ພາຍໃຕ້ການຈັດຕັ້ງປະຕິບັດໃນ ສປປ ລາວໂດຍອົງການຢູນິເຊັບ.

ອ່ານຕໍ່…

ໂຕະຂ່າວ ຂປລ