ຂປລ-ຂ່າວສານປະເທດລາວ

ລັດຖະບານຂະຫຍາຍກຸ່ມເປົ້າໝາຍທີ່ຈະໄດ້ຮັບວັກຊິນປ້ອງກັນໂຄວິດ-19

ລັດຖະບານ ຂະຫຍາຍກຸ່ມເປົ້າໝາຍທີ່ຈະໄດ້ຮັບວັກຊິນປ້ອງກັນໂຄວິດ-19 ກ້ວາງອອກຕື່ມ ຊຶ່ງຈະລວມມື ພະນັກງານທີ່ເຮັດວຽກກ່ຽວກັບການຂົນສົ່ງ, ພະນັກງານທີ່ເຮັດວຽກກ່ຽວກັບການທ່ອງທ່ຽວ ແລະ ທະນາຄານ, ຜູ້ປະກອບການ, ຮ້ານອາຫານ, ຮ້ານຂາຍເຄື່ອງ, ພະນັກງານຄູ-ອາຈານ, ພະນັກງານຂົງເຂດໄຟຟ້າ ແລະ ນ້ຳປະປາ; ອີງຕາມພະແນກສົ່ງເສີມສຸຂະພາບ ແລະ ສຸຂະອະນາໄມ, ກະຊວງສາທາລະນະສຸກ.  ອ່ານເພິ່ມເຕີມ  ...

ຂ່າວສານປະເທດລາວ

ການລົງທຶນສີຂຽວ, ການລະດົມລາຍໄດ້ ແລະ ຖານຂໍ້ມູນໃຫຍ່ໃນພາກພື້ນເປັນກຸນແຈສຳຄັນໃນການຟື້ນຟູເສດຖະກິດໃນຍຸກໂຄວິດ-19 ຂອງອາຊີຕາເວັນສຽງໃຕ້ໃນ

“ໃນຂະນະທີ່ບັນດາປະເທດເລີ່ມຕົ້ນຄ່ອຍໆຟື້ນໂຕຈາກຜົນກະທົບດ້ານສຸຂະພາບ ແລະ ເສດຖະກິດຂອງໂລກລະບາດ ແລະ ໃນປັດຈຸບັນພວກເຮົາໄດ້ຢືນຢູ່ໃນວິກິດການສຳຄັນ. ໂລກລະບາດດັ່ງກ່າວ ມັນກໍຍັງໃຫ້ກາລະໂອກາດແກ່ພວກເຮົາ ເພື່ອສ້າງການປັບຕົວ, ສັງຄົມແບບມີສ່ວນຮ່ວມ ແລະ ການຟື້ນຕົວແບບຍືນຍົງຄືນໃໝ່” ໂດຍອີງຕາມບົດກ່າວເປີດກອງປະຊຸມຂອງທ່ານ ອາຊາກາວາ ໃນກອງປະຊຸມອາຊີຕາເວັນອອກສຽງໃຕ້ຄັ້ງທີ 2. ການພັດທະນາເສດຖະກິດໃນອາຊີຕາເວັນອອກສຽງໃຕ້ ສາມາດໄດ້ຮັບຜົນປະໂຫຍດຈາກຜົນຈາກການກະທຳໃນ 3 ຂົງເຂດນະໂຍບາຍ ຊຶ່ງໄດ້ກຳນົດໄວ້ໃນບົດລາຍງານຫຍໍ້ຂອງທະນາຄານພັດທະນາອາຊີໃນວັນທີ 17 ມີນາ ອ່ານເພິ່ມເຕີມ. ...

ຂ່າວສານປະເທດລາວ

ຍີ່ປຸ່ນຊ່ວຍຊຸກຍູ້ຄວາມອາດສາມາດຂອງອົງການ MRC ເພື່ອແກ້ໄຂບັນຫາໄພນ້ຳຖ້ວມຢູ່ພາກພື້ນແມ່ນ້ຳຂອງ

ລັດຖະບາຍຍີ່ປຸ່ນໄດ້ໃຫ້ເງິນຊຸກຍູ້ຈຳນວນ 2.9 ລ້ານໂດລາສະຫະລັດ ແກ່ຄະນະກຳມະການແມ່ນ້ຳຂອງ ຫຼື Mekong River Commission (MRC) ເພື່ອຈັດຕັ້ງແຜນຍຸດທະສາດໃໝ່, ຊອກຫາເພື່ອສົ່ງເສີມການພັດທະນາແບບມີຄວາມຮັບຜິດຊອບຢູ່ໃນພາກພື້ນແມ່ນ້ຳຂອງ.  ແມ່ນໍ້າຂອງ ແລະ ສາຂາແມ່ນໍ້າຂອງໄດ້ສະໜັບສະໜູນປະຊາຊົນເກືອບ 70 ລ້ານຄົນໃນເຂດລຸ່ມແມ່ນໍ້າຂອງ, ເຊິ່ງຊ່ວຍເຫຼືອຊີວິດການເປັນຢູ່, ຄວາມປອດໄພດ້ານສະບຽງອາຫານ ແລະ ການບໍລິການລະບົບນິເວດທີ່ອຸດົມສົມບູນ. ບັນດາປະເທດໃນອ່າງແມ່ນ້ ຳຂອງ ໄດ້ປະສົບບັນຫາລະດັບນ້ຳຫຼຸດລົງໃນປີ 2019 ແລະ 2020 ແລະ ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ.ອ່ານເພິ່ມເຕີມທີ່  ...

ສຳນັກຂ່າວສານປະເທດລາວ

ດ່ານວັງເຕົ່າຈະກໍສ້າງສຳເລັດໃນໄວໆນີ້

ໃນວັນທີ 24 ກຸມພາ, ທ່ານ ວິໄລວົງ ບຸດດາຄຳ, ເຈົ້າແຂວງ ແຂວງຈຳປາສັກ ໄດ້ຕົກລົງເຫັນດີ ກ່ຽວກັບການສະເໜີຟື້ນຟູການກໍ່ສ້າງດ່ານຊາຍແດນສາກົນວັງເຕົ່າ ພາຍຫຼັງມີການເລື່ອນມາຕັ້ງແຕ່ປີ 2018 ຍ້ອນສາເຫດງົບປະມານມີຈຳກັດ. ສືບຕໍ່ອ່ານ ...

ສຳນັກຂ່າວສານປະເທດລາວ

ກະຊວງສາທາລະນະສຸກເຜີຍແຜ່ມາດຕະການປ້ອງກັນ Covid-19 ທີ່ຈະຕ້ອງໄດ້ປະຕິບັດຢ່າງເຂັ້ມງວດໃນວັນເລືອກຕັ້ງ

ກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງ ເພິ່ມຄວາມຮັບຜິດຊອບ ຕໍ່ກັບຂະບວນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນສູງສຸດ ເພື່ອຮັບປະກັນການປ້ອງກັນ ໂຄວິດ-19 ແລະ ມາດຕະການຄວບຄຸມການແຜ່ລະບາດຕ່າງໆຢ່າງເຂັ້ມງວດໃນວັນເລືອກຕັ້ງ ທີ 21​ ກຸມພາ ທີ່ຈະມາເຖິງນີ້. ອ່ານຕໍ່  ...

ສຳນັກຂ່າວສານປະເທດລາວ

ສະຫະລັດອາເມລິກາ ສະໜອງອຸປະກອນ, ເຄື່ອງມືມູນຄ່າຈຳນວນເງິນ 1 ລ້ານໂດລາ ໃຫ້ແກ່ ໂຄງການລະເບີດບໍ່ທັນແຕກແຫ່ງຊາດລາວ

ສະຫະລັດອາເມລິກາ ປະກອບສ່ວນບັນດາເຄື່ອງກວດລູກລະເບີດທີ່ຍັງບໍ່ທັນແຕກເປັນມູນຄ່າຫຼາຍກ່ວາ 1 ລ້ານໂດລາສະຫະລັດ ຊຶ່ງໄດ້ມອບໃນພິທີຈັດຂື້ນທີ່ສູນພັດທະນາເກັບກູ້ລະເບີດບໍ່ທັນແຕກແຫ່ງຊາດລາວ, ນະຄອນຫຼວງວຽງຈັນ ວັນທີ 19 ມັງກອນ 2021. ເຄື່ອງອຸປະກອນເຫຼົ່ານັ້ນຈະຖືກມອບໃຫ້ແກ່ໜ່ວຍງານເກັບກູ້ລະເບີດປະຈຳແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ອັດຕະປື ແລະ ຫົວພັນ. ເອກອັກຄະລັດຖະທູດອາເມລິກາປະຈຳລາວ ທ່ານ ເຮມອນ ໄດ້ກ່າວວ່າ “ມັນເປັນຂີດໝາຍທີ່ເຄື່ອງມືດັ່ງກ່າວຈະສາມາດຊ່ວຍໃຫ້ການເຮັດວຽກຂອງຄະນະເກັບກູ້ລະເບີດມີປະສິດທິພາບຂື້ນຕື່ມ ໂດຍສະເພາະໃນການເຂົ້າເຖິງສະຖານທີ່ຫຍຸ້ງຍາກແລະກັນດານ”. ອ່ານຕໍ່ .  ...

ສຳນັກຂ່າວສານປະເທດລາວ

ສະຫະລັດ ແລະ ອົງການຢູນີເຊັບ ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ ສປປ ລາວ ການຮັບມືກັບພະຍາດໂຄວິດ-19

ອົງການຢູນີເຊັບປະຈຳ ສປປ ລາວ ໄດ້ສະໜອງໂທລະໂຄ່ງ, ເຄື່ອງຂະຫຍາຍສຽງ ແລະ ໄມໂຄໂຟນ ໃຫ້ແກ່ສະຫະພັນແມ່ຍິງລາວ ເພື່ອເພິ່ມຄວາມເອົາໃຈໃສ່ກ່ຽວກັບພະຍາດໂຄວິດ-19 ແລະ ມາດຕະການກັນຕ່າງໆ ໃນລະດັບຊຸມຊົນ. ການສະໜອງດັ່ງກ່າວ ໄດ້ຖືກສະໜັບສະໜູນໂດຍກອງທຶນຈາກ ລັດຖະບານຂອງສະຫະລັດໂດຍຜ່ານອົງການເພື່ອການພັດທະນາສາກົນຂອງສະຫະລັດອາເມລິກາ ຫຼື USAID. ອ່ານຕໍ່  ...

ສຳນັກຂ່າວສານປະເທດລາວ

ບໍລິສັດ ສະຕາຟິນເທັກ ຮ່ວມມືກັບ ບໍລິສັດ ພູເດັນໂຊ ລາວ ເປີດບໍລິການຊຳລະຜ່ານມືຖື

ສະຕາຟິນເທັກ ແລະ ພູເດັນໂຊ ປະກັນໄພ ໄດ້ຕົກລົງເປີດບໍລິການຊຳລະຜ່ານມືຖື ໂດຍຜ່ານລະບົບ U-money ເພື່ອປັບປຸງຄຸນນະພາບການບໍລິການ ແລະ ຄວາມສະດວກສະບາຍສຳລັບລູກຄ້າທັງສອງບໍລິສັດ.ອ່ານຕໍ່  ...

ຜູ້ສື່ຂ່າວສານປະເທດລາວ

ສາລະຄະດີປະເພນີລາວຈະຫັນເຂົ້າສູ່ລະບົບອອນລາຍ

ຫໍສະໝຸດແຫ່ງຊາດໄດ້ຈັດກອງປະຊຸມສຳມະນາ ເພື່ອນຳສະເໜີຜົນຂອງໂຄງການສາລະຄະດີກ່ຽວກັບປະເພນີລາວ ຊຶ່ງໄດ້ຈັດຂື້ນນັບແຕ່ເດືອນມິຖຸນາ ເຖິງ ທັນວາ ຈາກການອຸປະຖຳຂອງສະຖາທູດເຢຍລະມັນ, ນະຄອນຫຼວງວຽງຈັນ.​ ອ່ານຕໍ່  ...

ຂ່າວສານປະເທດລາວ

ວຽກງານການພັດທະນາມະນຸດຂອງລາວໄດ້ຮັບການປັບປຸງຂື້ນ, ຈັດລຳດັບທີ 137 ໃນເຂດແດນ 189 ປະເທດ

ບົດລາຍງານການພັດທະນາມະນຸດ ຈັດລຳດັບໃຫ້ບັນດາປະເທດອີງໃສ່ດັດຊະນີການພັດທະນາມະນຸດ (HDI) ຊຶ່ງວັດແທກຈາກຜົນສຳເລັດສະເລ່ຍຈາກພື້ນຖານ 3 ຂໍ້ຂອງການພັດທະນາມະນຸດຄື: ອາຍຸຍືນສະເລ່ຍ, ການສຶກສາ ແລະ ລາຍໄດ້ຕໍ່ຫົວຄົນ.  ອ່ານຕໍ່   ...

ຂ່າວສານປະເທດລາວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

5hzFn
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!