ຍີ່ປຸ່ນຊ່ວຍຊຸກຍູ້ຄວາມອາດສາມາດຂອງອົງການ MRC ເພື່ອແກ້ໄຂບັນຫາໄພນ້ຳຖ້ວມຢູ່ພາກພື້ນແມ່ນ້ຳຂອງ

ລັດຖະບາຍຍີ່ປຸ່ນໄດ້ໃຫ້ເງິນຊຸກຍູ້ຈຳນວນ 2.9 ລ້ານໂດລາສະຫະລັດ ແກ່ຄະນະກຳມະການແມ່ນ້ຳຂອງ ຫຼື Mekong River Commission (MRC) ເພື່ອຈັດຕັ້ງແຜນຍຸດທະສາດໃໝ່, ຊອກຫາເພື່ອສົ່ງເສີມການພັດທະນາແບບມີຄວາມຮັບຜິດຊອບຢູ່ໃນພາກພື້ນແມ່ນ້ຳຂອງ.  ແມ່ນໍ້າຂອງ ແລະ ສາຂາແມ່ນໍ້າຂອງໄດ້ສະໜັບສະໜູນປະຊາຊົນເກືອບ 70 ລ້ານຄົນໃນເຂດລຸ່ມແມ່ນໍ້າຂອງ, ເຊິ່ງຊ່ວຍເຫຼືອຊີວິດການເປັນຢູ່, ຄວາມປອດໄພດ້ານສະບຽງອາຫານ ແລະ ການບໍລິການລະບົບນິເວດທີ່ອຸດົມສົມບູນ. ບັນດາປະເທດໃນອ່າງແມ່ນ້ ຳຂອງ ໄດ້ປະສົບບັນຫາລະດັບນ້ຳຫຼຸດລົງໃນປີ 2019 ແລະ 2020 ແລະ ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ.

ອ່ານເພິ່ມເຕີມທີ່… 

ສຳນັກຂ່າວສານປະເທດລາວ