News

ຊາວສວນມັນຕົ້ນ ບຸກລຸກ ປ່າສະຫງວນແຫ່ງຊາດ ດົງຫົວສາວ

ອີງຕາມ​ຮູບ​ພາບ​ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ສື່​ສັງຄົມ​ຂອງ​ຊາວ​ທ້ອງ​ຖິ່ນ, ຕົ້ນ​ໄມ້​ນັບ​ຮ້ອຍ​ຕົ້ນ​ໃນ​ເຂດ​ອະນຸລັກ​ຊີວະ​ນາໆ​ພັນ​ແຫ່ງ​ຊາດ​ດົງ​ຫົວ​ສາວ ​ໄດ້​ຖືກ​ຕັດ​ ​ເພື່ອ​ກະກຽມ​ປູກ​ມັນ​ຕົ້ນ.ປ່າສະຫງວນແຫ່ງຊາດ ດົງຫົວສາວ ຕັ້ງຢູ່ທາງທິດຕາເວັນອອກຂອງເມືອງປາກເຊ ປະມານ 30 ກິໂລແມັດ ແລະ ຫ່າງຈາກໃຈກາງເມືອງປາກຊັນ ປະມານ 10 ກິໂລແມັດ. ກວມເອົາເນື້ອທີ່ປະມານ 1,100 ຕາລາງກິໂລແມັດ ແລະ ໄດ້ຖືກປະກາດເປັນປ່າສະຫງວນແຫ່ງຊາດໃນປີ 1993. ຊຶ່ງລັດຖະບານ​ໄດ້​ກ່າວ​ວ່າ ຕົນ​ມີ​ແຜນການ​ພັດທະນາ​ເຂດ​ທ່ອງ​ທ່ຽວ​ນິ​ເວດ​ເປັນ​ສ່ວນ​ໜຶ່ງ​ຂອງ​ຄວາມ​ພະຍາຍາມ​ເພື່ອ​ກ້າວ​ໄປ​ສູ່​ການທ່ອງທ່ຽວ​ແບບ​ຍືນ​ຍົງ.ອ່ານເພິ່ມເຕີມກົດດາວໂຫຼດ >> ກົດໝາຍວ່າດ້ວຍປ່າໄມ້ສະບັບປັບປຸງປີ 2019 ໄດ້ ທີ່ນີ້   ...

ມະນີພອນ ວົງພະຈັນ

ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ສ້າງສຳເລັດແລ້ວ 30 ເປີເຊັນ

ການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ທີ່ເຊື່ອມຕໍ່ ລະຫວ່າງ ແຂວງບໍລິຄໍາໄຊ ແລະ ແຂວງບຶງການ ຂອງໄທ ໂດຍຜ່ານແມ່ນໍ້າຂອງ ມາຮອດປັດຈຸບັນ ສໍາເລັດແລ້ວ 32 ສ່ວນຮ້ອຍ. ໂຄງການດັ່ງກ່າວປະກອບດ້ວຍ 2 ພາກສ່ວນຄື: ສ່ວນທີ 1 ແມ່ນກ່ຽວຂ້ອງກັບການກໍ່ສ້າງຂົວຂ້າມແມ່ນໍ້າຂອງ ແລະ ທີສອງແມ່ນກ່ຽວຂ້ອງກັບການກໍ່ສ້າງເສັ້ນທາງເຂົ້າເຖິງຂົວ ແລະ ການກໍ່ສ້າງສິ່ງອໍານວຍຄວາມສະດວກດ້ານຄົນເຂົ້າເມືອງ. ທ່ານ ​ໄລ​ທອງ ພົມ​ມະ​ວົງ ຜູ້​ອຳ​ນວຍ​ການ​ໂຄງ​ການ​ກ່າວ​ວ່າ ການ​ກໍ່​ສ້າງ​ໄດ້​ເລີ່ມ​ຕົ້ນ​ມາແຕ່​ປີ 2021. ທ່ານຍັງກ່າວຕື່ມອີກວ່າ: ການ​ກໍ່ສ້າງ​ໄດ້​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ເຊັ່ນ: ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ລະດູຝົນທີ່ມາໄວຂື້ນ​ ແລະ ​ປັດ​ໄຈ​ອື່ນໆ ​ທີ່​ເຮັດ​ໃຫ້​ລະດັບ​ນ້ຳ​ຂອງ​ແມ່​ນ້ຳ​ເໜັງ​ຕີງ. ອ່ານເພິ່ມເຕີມ ...

ຜູ້ລາຍງານຂ່າວທາມສ

ການປັບປຸງລັດວິສາຫະກິດໄຟຟ້າລາວ (EDL) ເຫັນເປັນສ່ວນຫນຶ່ງຂອງການຟື້ນຟູເສດຖະກິດ

ລັດຖະບານ​ໄດ້​ສ້າງ​ຕັ້ງ​ຄະນະ​ກຳມະການ​ກວດກາ​ຄືນ​ການ​ດຳ​ເນີນ​ງານ​ຂອງ​ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ (EDL) ​ເພື່ອ​ເພີ່ມ​ທະວີ​ການ​ດຳ​ເນີນ​ທຸລະ​ກິດ​ຂອງ​ລັດ​ວິ​ສາ​ຫະກິດ​ທັງ​ໝົດ. ຄະນະກໍາມະການຈະສະເໜີມາດຕະການທີ່ຈະຊ່ວຍໃຫ້ EDL ມີລາຍຮັບເພີ່ມຂຶ້ນ ແລະ ຊໍາລະໜີ້ທີ່ສະສົມໄວ້. ຄະນະ​ກຳມະການ​ໃໝ່​ດັ່ງກ່າວ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ພາຍ​ໃຕ້​ການ​ຕົກລົງ​ຂອງ​ນາຍົກລັດຖະມົນຕີ, ​ໂດຍ​ມີ​ທ່ານ ພູ​ທົງ​ນູ​ເພັດ ​ໄຊ​ສົມບັດ ຮອງ​ລັດຖະມົນຕີ​ກະຊວງ​ການ​ເງິນ​ເປັນ​ຫົວໜ້າ​ຄະນະ.ອ່ານເພິ່ມເຕີມ  ...

ສົມສັກ ພົງຂາວ

ການສ້າງຂັ້ນຕອນມາດຕະຖານເພື່ອຮັບປະກັນວ່າບໍ່ມີການເຂົ້າ "ຜິດປະຕູ" ສໍາລັບຜູ້ລອດຊີວິດຈາກຄວາມຮຸນແຮງທີ່ກຳລັງຊອກຫາການຊ່ວຍເຫຼືອ.

ໃນປະຫວັດສາດ, ການຕອບສະຫນອງຕໍ່ຄວາມຮຸນແຮງຕໍ່ແມ່ຍິງ ໄດ້ເປັນວິທີການທີ່ບໍ່ເຂັ້ມແຂງປານໃດ, ມາດຕະການສະເພາະ ແລະ ຄວາມເຂົ້າໃຈທີ່ຈໍາກັດຂອງພະນັກງານ ຍ້ອນຂາດແຜນການແນະນໍາແຫ່ງຊາດທີ່ຊັດເຈນ. ການສ້າງຕັ້ງ SOPs ແມ່ນສໍາຄັນຕໍ່ກັບການເສີມສ້າງລະບົບ ແລະ ສ້າງກອບທີ່ຊັດເຈນສໍາລັບຂະແຫນງການທີ່ຈະເຮັດວຽກຕາມແນວຕັ້ງ, ເຊັ່ນດຽວກັນກັບການປະສານງານຕາມແນວນອນ. ໝາຍຄວາມວ່າ ຈະບໍ່ມີການເຂົ້າ “ຜິດປະຕູ” ສໍາລັບຜູ້ລອດຊີວິດທີ່ຈະຍ່າງຜ່ານ ຖ້າວ່າພວກເຂົາກໍາລັງຊອກຫາການຊ່ວຍເຫຼືອ – ບໍ່ວ່າຈະເປັນໂຮງຫມໍ, ເມືອງຂອງສະຫະພັນແມ່ຍິງ ຫຼື ສະຖານີຕໍາຫຼວດທີ່ໃກ້ທີ່ສຸດ.ອ່ານເພິ່ມເຕີມ ...

ສຳນັກຂ່າວສານປະເທດລາວ

ໂຄງການຊົນລະປະທານເລີ່ມສະໜອງນ້ຳເພື່ອປັບປຸງຜົນຜະລິດພືດຢູ່ແຂວງຜົ້ງສາລີ

ໂຄງການ​ຊົນລະປະທານ​ທີ່​ໄດ້​ຮັບ​ທຶນ​ຈາກ​ໂຄງການ​ຮ່ວມ​ມື​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ໄລຍະ 2 ​ໄດ້​ເລີ່​ມສະໜອງ​ນ້ຳ​ເພື່ອ​ຊຸກຍູ້​ການ​ຜະລິດ​ຜົນລະປູກ​ຂອງ​ຊາວ​ກະສິກອນ​ໃນ​ແຂວງ​ຜົ້ງສາລີ. ພິທີດັ່ງກ່າວ, ໄດ້ຈັດຂຶ້ນທີ່ອ່າງເກັບນໍ້າຂອງສະຖານີໄຟຟ້າລະດັບ 6 ເທິງແມ່ນ້ຳອູ, ເປັນຂີດໝາຍການເປີດໂຄງການຮ່ວມມືລະຫວ່າງ-ແມ່ນໍ້າຂອງ ໄລຍະທີ 2 ຢ່າງເປັນທາງການ ຢູ່ອ່າງນໍ້າອູ. ​ໂຄງການ​ຮ່ວມ​ມື​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ໄລຍະ 2 ​ແມ່ນ​ໂຄງການ​ທີ 2 ທີ່​ບໍລິສັດ​ພະລັງງານ​ຈີນ​ໄດ້​ປະຕິບັດ​ຕົວ​ຈິງ​ການ​ຮ່ວມ​ມື​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ຢູ່​ເຂດ​ອ່າງ​ນ້ຳ​ອູ​ໃນ​ລາວ.ອ່ານເພິ່ມເຕີມ ...

ໂຕະໂຄສະນາ

ການ​ຄຸ້ມ​ຄອງ​ການ​ເງິນ​ສາ​ທາ​ລະ​ນະ​ເປັນ​ກຸນແຈ​ເພື່ອ​ຟື້ນ​ຟູ​ເສດ​ຖະ​ກິດ​ຢູ່ ສ​ປ​ປ ລາວ

ເສດຖະກິດຂອງ ສປປ ລາວ ຄາດວ່າຈະຂະຫຍາຍຕົວ 3.4% ໃນປີນີ້ ແລະ 3.7% ໃນປີໜ້າ ຍ້ອນການລົງທຶນຂອງປະເທດເພື່ອຊຸກຍູ້ການສົ່ງອອກ, ອີງຕາມ ການຄາດຄະເນການພັດທະນາອາຊີ (ADO) 2022 ທີ່ທະນາຄານພັດທະນາອາຊີ (ADB) ເປີດເຜີຍໃນວັນທີ 6 ເມສາ. .ການເພີ່ມຂຶ້ນຂອງລາຄານໍ້າມັນ ແລະ ຄ່າເງິນກີບອ່ອນຄ່າ ເຊິ່ງເຮັດໃຫ້ອັດຕາເງິນເຟີ້ຫຼຸດລົງ 5.3% ໃນເດືອນທັນວາ 2021 ອາດຈະເຮັດໃຫ້ອັດຕາເງິນເຟີ້ສະເລ່ຍຂອງປະເທດເພີ່ມຂຶ້ນເປັນ 5.8% ໃນປີ 2022 ແລະ 5.0% ໃນປີ 2023. ອັດຕາເງິນເຟີ້ຈະເພີ່ມຄວາມເດືອດຮ້ອນດ້ານໜີ້ສິນຂອງປະເທດຊຶ່ງແມ່ນຈະມີຄວາມສ່ຽງສູງ. ບົດ​ລາຍ​ງານສະບັບດັ່ງກ່າວ ໄດ້​ຮຽກຮ້ອງ​ໃຫ້​ລັດຖະບານ​ຊຸກຍູ້​ຄວາມ​ໂປ່​ງ​ໃສ​ໃນ​ການ​ຄຸ້ມ​ຄອງ​ໜີ້​ສິນ​ພາກ​ລັດ​ພາຍ​ນອກ, ​ເຊິ່ງ​ເປັນ​ການ​ຊ່ວຍ​ເປີດ​ປະຕູ​ໃຫ້​ແກ່ ສປປ ລາວ ​ໃນ​ການ​ເຂົ້າ​ເຖິງ​ການ​ເງິນ​ພັດທະນາ​ແບບ​ຍືນ​ຍົງ.ອ່ານເພິ່ມເຕີມ  ...

ສຳນັກຂ່່າວສານປະເທດລາວ

ສະຖານີຕິດຕາມກວດກາແມ່ນໍ້າຂອງ MRC ຈະປົກປ້ອງປະຊາຊົນເຂດລຸ່ມແມ່ນໍ້າໄດ້ດີກວ່າ

ໃນວັນສຸກມື້ນີ້, ຄະນະກຳມາທິການແມ່ນ້ຳຂອງ (MRC)  ໄດ້ຈັດພິທີເປີດສະຖານີຕິດຕາມລະດັບນ້ຳແຫ່ງທຳອິດ ທີ່ຕັ້ງຢູ່ເທິງອ່າງແມ່ນ້ຳຂອງຕອນລຸ່ມ. ສະຖານີດັ່ງກ່າວເປັນສ່ວນໜຶ່ງຂອງແຜນງານ MRC ທີ່ກວ້າງຂຶ້ນ ເພື່ອຫຼຸດຜ່ອນຄວາມສ່ຽງຕໍ່ຊາວເອເຊຍຕາເວັນອອກສຽງໃຕ້ຫຼາຍລ້ານຄົນ ທີ່ຊີວິດ ແລະ ຊີວິດການເປັນຢູ່ ຢູ່ລຸ່ມນ້ຳ ໄດ້ຮັບຜົນກະທົບຈາກກະແສນ້ຳທີ່ໄຫຼມາຢ່າງບໍ່ຄາດຄິດ.ສະຖານີ ຕິດຕາມ ກວດກາ ແຫ່ງໃໝ່ນີ້ມີຢູ່ຊຽງໂຄກ ຕິດກັບ ຊາຍແດນ ພາກເໜືອ ຂອງລາວ ກັບ ພະມ້າ, ຈະຮຽກຮ້ອງໃຫ້ມີການຮ່ວມມື ທີ່ MRC ທີ່ໄດ້ໃຫ້ການສະໜັບສະໜູນມາແຕ່ດົນນານ. ໃນ​ກໍ​ລະ​ນີ​ນີ້, ມຽນ​ມາ​ມີ​ໂອ​ກາດ​ທີ່​ຈະ​ຮ່ວມ​ກັນ​ເກັບ​ກໍາ​ຂໍ້​ມູນ​ກັບ​ເພື່ອນ​ຮ່ວມ​ງານ​ຂອງ​ລາວ​ກ່ຽວ​ກັບ​ການ​ປ່ອຍ​ນ​້​ໍ​າ – ທັງຈະເປັນການ​ເຂົ້າ​ເຖິງ​ຢ່າງ​ວ່ອງ​ໄວຂື້ນຂອງປະຊາຊົນ​ຫຼາຍ​ລ້ານຄົນ​ທີ່​ດໍາ​ລົງ​ຊີ​ວິດ​ຢູ່​ລຸ່ມ​ນ​້​ໍ​າ.ອ່ານເພິ່ມເຕີມ ...

ມະນີພອນ ວົງພະຈັນ

ຂີ້ເຫຍື້ອພລາສຕິກ ເຮັດໃຫ້ເກີດຜົນກະທົບຮ້າຍແຮງຕໍ່ສິ່ງແວດລ້ອມ, ສຸຂະພາບ ແລະ ເສດຖະກິດໃນລາວ

ເກືອບໜຶ່ງສ່ວນສີ່ຂອງປະລິມານຂີ້ເຫຍື້ອທີ່ພົບເຫັນຢູ່ໃນເມືອງລາວແມ່ນເປັນປລາສຕິກ. ປະຈຸບັນນີ້ ຂີ້ເຫຍື້ອພລາສຕິກຖືກພົບເຫັນຢູ່ທົ່ວທຸກແຫ່ງໃນສະພາບແວດລ້ອມຂອງລາວ, ສົ່ງຜົນກະທົບຕໍ່ການຫາປາ, ຕັນທໍ່ລະບາຍນ້ຳ, ເຮັດໃຫ້ເກີດມົນລະພິດທາງອາກາດ, ແລະ ສ້າງຄວາມເສຍຫາຍຕໍ່ແຫຼ່ງທ່ອງທ່ຽວ. ແຜນການດັ່ງກ່າວພິຈາລະນາຮູບແບບວິທີການ “ເສດຖະກິດໝູນວຽນ” ເພື່ອຊ່ວຍບັນລຸຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ 2030 ຂອງລັດຖະບານ. ສີ່ມາດຕະການເພື່ອຊ່ວຍຫຼຸດຜ່ອນມົນລະພິດພາດສະຕິກແລະ ການບໍລິໂພກຄື: ການປ່ຽນແປງກົດລະບຽບໂດຍຊຸກຍູ້ໃຫ້ມີພາກບັງຄັບ, ສ້າງແຮງຈູງໃຈທາງເສດຖະກິດ, ເຜີຍແຜ່ຂໍ້ມູນຂ່າວສານ ແລະ ການປູກຈິດສໍານຶກ ແລະ ວິທີການສະຫມັກໃຈ ແລະ ສ້າງຮູບແບບຂໍ້ຕົກລົງເປັນຕົ້ນ.ອ່ານເພິ່ມເຕີມ ...

ລັດສະໝີ ພອນວິໄລ

ມີການປ່ອຍນ້ຳອອກຈາກ ເຂື່ອນ​ທີ່​ສ້າງ​ຄືນ​ໃໝ່​ ທີ່ໃກ້​ກັບ​ບ່ອນທີ່​ໄດ້ຮັບຄວາມເສຍຫາຍ, ຊຶ່ງສ້າງຄວາມຢ້ານກົວ​ໃຫ້​ປະ​ຊາ​ຊົນ​ຢ້ານ​ກົວ

ບໍຣິສັດ ຮັບຜິດຊອບ ເຂື່ອນແຕກ ທີ່ຮ້າຍແຮງ ທີ່ສຸດ ເທົ່າທີ່ເຄີຍມີມາ ໃນລາວ ເມື່ອສາມປີກ່ອນ ໄດ້ປະກາດ ໃນອາທິດແລ້ວນີ້ວ່າ ເຂື່ອນທີ່ສ້າງໃໝ່ ຈະເລີ້ມປ່ອຍນໍ້າ ອອກມາ ເຮັດໃຫ້ປະຊາຊົນ ໃນເຂດລຸ່ມ ນໍ້າຕົກຢ້ານ ລວມທັງຜູ້ລອດຊີວິດ ຈາກໄພພິບັດ.ອ່ານເພິ່ມເຕີມ ...

Eugene Whong

ໄທສົ່ງໝາກໄມ້ໄປປະເທດຈີນໂດຍນຳໃຊ້ເສັ້ນທາງລົດໄຟ

ເສັ້ນທາງລົດໄຟລາວ-ຈີນ ໄດ້ຖືກນຳໃຊ້ເປັນຄັ້ງທຳອິດ ເພື່ອຂົນສົ່ງໝາກໄມ້ໄທໄປຈີນ, ອີງຕາມການລາຍງານຂອງໜັງສືພິມ The Nation ຂອງໄທ ໃນວັນຈັນວານນີ້. ຕູ້ຄອນເທນເນີ 2 ລຳ ທີ່ບັນທຸກໝາກພ້າວ 40 ໂຕນ ແລະ ຕູ້ບັນຈຸໝາກພ້າວ 20 ໂຕນ ຈາກແຂວງ ລະຍອງ ຊຶ່ງໄດ້ເດີນທາງມາຮອດ ສະຖານີ ທ່ານາແລ້ງໃນລາວ ແລະ ເຂົ້າສູ່ປະເທດຈີນ ດ້ວຍລົດໄຟໃນວັນອາທິດ.ອ່ານເພິ່ມເຕີມ ...

ສົມສັກ ພົງຂາວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

HX3BA
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!