ການ​ຄຸ້ມ​ຄອງ​ການ​ເງິນ​ສາ​ທາ​ລະ​ນະ​ເປັນ​ກຸນແຈ​ເພື່ອ​ຟື້ນ​ຟູ​ເສດ​ຖະ​ກິດ​ຢູ່ ສ​ປ​ປ ລາວ

ເສດຖະກິດຂອງ ສປປ ລາວ ຄາດວ່າຈະຂະຫຍາຍຕົວ 3.4% ໃນປີນີ້ ແລະ 3.7% ໃນປີໜ້າ ຍ້ອນການລົງທຶນຂອງປະເທດເພື່ອຊຸກຍູ້ການສົ່ງອອກ, ອີງຕາມ ການຄາດຄະເນການພັດທະນາອາຊີ (ADO) 2022 ທີ່ທະນາຄານພັດທະນາອາຊີ (ADB) ເປີດເຜີຍໃນວັນທີ 6 ເມສາ. .

ການເພີ່ມຂຶ້ນຂອງລາຄານໍ້າມັນ ແລະ ຄ່າເງິນກີບອ່ອນຄ່າ ເຊິ່ງເຮັດໃຫ້ອັດຕາເງິນເຟີ້ຫຼຸດລົງ 5.3% ໃນເດືອນທັນວາ 2021 ອາດຈະເຮັດໃຫ້ອັດຕາເງິນເຟີ້ສະເລ່ຍຂອງປະເທດເພີ່ມຂຶ້ນເປັນ 5.8% ໃນປີ 2022 ແລະ 5.0% ໃນປີ 2023. ອັດຕາເງິນເຟີ້ຈະເພີ່ມຄວາມເດືອດຮ້ອນດ້ານໜີ້ສິນຂອງປະເທດຊຶ່ງແມ່ນຈະມີຄວາມສ່ຽງສູງ. ບົດ​ລາຍ​ງານສະບັບດັ່ງກ່າວ ໄດ້​ຮຽກຮ້ອງ​ໃຫ້​ລັດຖະບານ​ຊຸກຍູ້​ຄວາມ​ໂປ່​ງ​ໃສ​ໃນ​ການ​ຄຸ້ມ​ຄອງ​ໜີ້​ສິນ​ພາກ​ລັດ​ພາຍ​ນອກ, ​ເຊິ່ງ​ເປັນ​ການ​ຊ່ວຍ​ເປີດ​ປະຕູ​ໃຫ້​ແກ່ ສປປ ລາວ ​ໃນ​ການ​ເຂົ້າ​ເຖິງ​ການ​ເງິນ​ພັດທະນາ​ແບບ​ຍືນ​ຍົງ.

ອ່ານເພິ່ມເຕີມ…

 

ສຳນັກຂ່່າວສານປະເທດລາວ