ພື້ນຖານໂຄງລ່າງ

Electricity infrastructure

ການປັບປຸງລັດວິສາຫະກິດໄຟຟ້າລາວ (EDL) ເຫັນເປັນສ່ວນຫນຶ່ງຂອງການຟື້ນຟູເສດຖະກິດ

ລັດຖະບານ​ໄດ້​ສ້າງ​ຕັ້ງ​ຄະນະ​ກຳມະການ​ກວດກາ​ຄືນ​ການ​ດຳ​ເນີນ​ງານ​ຂອງ​ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ (EDL) ​ເພື່ອ​ເພີ່ມ​ທະວີ​ການ​ດຳ​ເນີນ​ທຸລະ​ກິດ​ຂອງ​ລັດ​ວິ​ສາ​ຫະກິດ​ທັງ​ໝົດ. ຄະນະກໍາມະການຈະສະເໜີມາດຕະການທີ່ຈະຊ່ວຍໃຫ້ EDL ມີລາຍຮັບເພີ່ມຂຶ້ນ ແລະ ຊໍາລະໜີ້ທີ່ສະສົມໄວ້. ຄະນະ​ກຳມະການ​ໃໝ່​ດັ່ງກ່າວ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ພາຍ​ໃຕ້​ການ​ຕົກລົງ​ຂອງ​ນາຍົກລັດຖະມົນຕີ, ​ໂດຍ​ມີ​ທ່ານ ພູ​ທົງ​ນູ​ເພັດ ​ໄຊ​ສົມບັດ ຮອງ​ລັດຖະມົນຕີ​ກະຊວງ​ການ​ເງິນ​ເປັນ​ຫົວໜ້າ​ຄະນະ.ອ່ານເພິ່ມເຕີມ  ...

ສົມສັກ ພົງຂາວ

ລາວຂະຫຍາຍຕ່າຂ່າຍສົ່ງໄຟຟ້າ ເພື່ອສົ່ງກະແສໄຟຟ້າໄປກຳປູເຈຍ

ວຽງຈັນ, 11 ພະຈິກ (Xinhua) –– ລັດວິສາຫະກິດໄຟຟ້າລາວ (EDL), ໃນນາມຂອງລັດຖະບານ, ໄດ້ສຳເລັດການຂະຫຍາຍຕາຂ່າຍສົ່ງໄຟຟ້າເກີນກວ່າ 80 ສ່ວນຮ້ອຍ ເພື່ອສົ່ງກະແສໄຟຟ້າເຂົ້າສູ່ສາຍສົ່ງໄຟຟ້າຂອງກຳປູເຈຍ ຢູ່ຊາຍແດນລະຫວ່າງສອງປະເທດ.ນີ້ແມ່ນເນື່ອງມາຈາກຂໍ້ຕົກລົງການຊື້ຂາຍໄຟຟ້າ ລະຫວ່າງລາວ ແລະ ກຳປູເຈຍ ໃນລະຫວ່າງການຢ້ຽມຢາມເຮັດວຽກຢູ່ປະເທດກຳປູເຈຍ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໃນເດືອນກັນຍາທີ່ຜ່ານມາ, ຕາມການລາຍງານຂອງສຳນັກຂ່າວທ້ອງຖິ່ນວຽງຈັນທາມສ໌ ໃນວັນຈັນນີ້.ອ່ານຕໍ່ ...

ຊູຊິນ

ຂະແໜງການບໍລິການຮຽກຮ້ອງໃຫ້ຫຼຸດຄ່າໄຟຟ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ສະມາຄົມໂຮງແຮມ ແລະ ຮ້ານອາຫານລາວ ຮຽກຮ້ອງໃຫ້ລັດຖະບານຫຼຸດຜ່ອນຄ່າໄຟຟ້າສຳລັບຂະແໜງການບໍລິການ ເນື່ອງຈາກອັດຕາຄ່າໄຟຂອງຂະແໜງສູງກວ່າຂະແໜງການອຸດສາຫະກຳ ແລະ ການຄ້າຫຼາຍເທົ່າ.ຂະແໜງການບໍລິການຕ້ອງຈ່າຍຄ່າໄຟຫຼາຍກວ່າ 1,000 ກີບຕໍ່ກະແສໄຟຟ້າ 1,000 ກິໂລວັດໂມງ, ໃນຂະນະທີ່ຂະແໜງອຸດສາຫະກຳ ແລະ ການຄ້າແມ່ນຈ່າຍພຽງ 700 ກີບ, ຕາງໜ້າສະມາຄົມເປີດເຜີຍໃນກອງປະຊຸມລະຫວ່າງຂະແໜງການລັດ ແລະ ເອກະຊົນ ທີ່ນະຄອນຫຼວງວຽງຈັນ ໃນອາທິດແລ້ວນີ້.ອ່ານຕໍ່   ...

ໂຕະຂ່າວ
http://annx.asianews.network/content/laos-service-sector-wants-electricity-price-reduction-104889

ອິນເດຍຈະລວມປະເທດລາວເຂົ້າໃນແຜນຕາຂ່າຍໄຟຟ້າໂລກ

ອິນເດຍມີແຜນລວມລາວເຂົ້າໃນແຜນຕາຂ່າຍໄຟຟ້າໂລກ, ເພື່ອຮອງຮັບຕໍ່ການປ່ຽນແປງຂອງສະຖາປັດຕະຍະກຳຄວາມໝັ້ນຄົງດ້ານພະລັງງານ.ປະເທດອິນເດຍຈະປ້ອງກັນບົດສະເໜີກ່ຽວກັບຕາຂ່າຍໄຟຟ້າໃນກອງປະຊຸມໃຫຍ່ຄັ້ງທີສອງຂອງອົງການພັດທະມິດພະລັງງານແສງອາທິດສາກົນ (ISA) ເຊິ່ງຈະຈັດຂຶ້ນຢູ່ເມືອງນິວເດລີ ໃນວັນທີ 30 ຕຸລາ ເຖິງ 2 ພະຈິກນີ້, ຕາມການລາຍງານຂອງສຳນັກຂ່າວ Livemint.ນອກຈາກປະເທດລາວ, ອິນເດຍຍັງມີເປົ້າໝາຍເລີ່ມຕົ້ນການເຊື່ອມຕໍ່ກັບປະເທດຕ່າງໆເຊັ່ນ ມຽນມາ, ໄທ, ກຳປູເຈຍ ແລະ ຫວຽດນາມ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/08/27/india-include-laos-global-power-grid/

ລາວຈະຫຼຸດຜ່ອນການນຳເຂົ້າກະແສໄຟຟ້າ ແລະ ເສີມຂະຫຍາຍການສົ່ງອອກ

ວຽງຈັນ (ວຽງຈັນທາມສ໌/ANN) – ປະລິມານການນຳເຂົ້າກະແສໄຟຟ້າຂອງລາວມີທ່າອ່ຽງຫຼຸດລົງໃນປີນີ້ ເນື່ອງຈາກລາວຜະລິດກະແສໄຟຟ້າໄດ້ເພີ່ມຂຶ້ນ.ໃນປີຜ່ານມາ ລາວນຳໃຊ້ງົບປະມານ US$15.4 ລ້ານໂດລາໃນການນຳເຂົ້າກະແສໄຟຟ້າ ເຊິ່ງຫຼຸດລົງຈາກຕົວເລກປີ 2017 ຄື US$18 ລ້ານໂດລາ, ຕາມກະຊວງອຸດສາຫະກຳ ແລະ ການຄ້າ.ໃນປີນີ້ ລາວຄາດວ່າຈະນຳໃຊ້ງົບປະມານ US$12.1 ລ້ານໂດລາໃນການນຳເຂົ້າກະແສໄຟຟ້າ, ຊຶ່ງສ່ວນໃຫຍ່ແມ່ນຈາກຈີນ ແລະ ຫວຽດນາມ.ອ່ານຕໍ່ ...

ໂຕະຂ່າວ

EDL ຫຼຸດຄ່າໄຟສຳລັບການຊົນລະປະທານ ແລະ ຟາມລ້ຽງສັດໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດວິສາຫະກິດໄຟຟ້າລາວ (EDL) ພາຍໃຕ້ກະຊວງພະລັງງານ ແລະ ບໍ່ແຮ່ແນະນຳພະນັກງານຂອງຕົນໃນທົ່ວປະເທດ ໃຫ້ຮັບປະກັນການຄິດໄລ່ຄ່ານຳໃຊ້ກະແສໄຟຟ້າໃນອັດຕາຫຼຸດຜ່ອນສຳລັບການນຳໃຊ້ໂປມນ້ຳຊົນລະປະທານ ແລະ ຟາມລ້ຽງສັດ.ທ່ານ ຄຳປະເສີດ ເທບປັນຍາ ຮອງອຳນວຍການ EDL ລາຍງານຜ່ານໜັງສືພິມວຽງຈັນທາມສ໌ວ່າ ອັດຕາຄ່າໄຟໃໝ່ໃນເລີ່ມຕົ້ນນຳໃຊ້ນັບແຕ່ ວັນທີ 1 ມັງກອນປີນີ້ ໄປເຖິງວັັນທີ 1 ມັງກອນ 2020. ການຫຼຸດຄ່າໄຟຟ້າດັ່ງກ່າວແມ່ນເພື່ອຊ່ວຍເຫຼືອຊາວກະສິກອນໃນການຟື້ນຟູຈາກໄພນ້ຳຖ້ວມໃນປີຜ່ານມາ.ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ກະຊວງພະລັງງານມີແຜນຫຼຸດຄ່າໄຟເຖິງ 50% ໃຫ້ກັບຊາວກະສິກອນລາວ

(ຂປລ) ກະຊວງພະລົງງານ ແລະ ບໍ່ແຮ່ສືບຕໍ່ປັບປຸງຍຸດທະສາດການພັດທະນາ ເພື່ອຮັບປະກັນການຫຼຸດຜ່ອນຄ່າໄຟຟ້າສຳລັບຂະແໜງການກະສິກຳ.ແຜນການດັ່ງກ່າວຈະສ້າງປະໂຫຍດໃຫ້ແກ່ຂະແໜງກະສິກຳ ໂດຍການຫຼຸດຄ່າໄຟຟ້າ 50% ໃຫ້ແກ່ຊາວໄຮ່ນາ ແລະ 30% ສຳລັບຜູ້ລ້ຽງສັດ,​ ຕາມການລາຍງານຂອງທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໃນກອງປະຊຸມສະໄໝສາມັນເທື່ອທີ່ 6 ຂອງສະພາແຫ່ງຊາດຊຸດທີ 8 ໃນວັນຈັນຜ່ານມາ.ອ່ານຕໍ່ ...

ບັນນາທິການ ຂປລ

ຕາຂ່າຍໄຟຟ້າລາວຫັນເປັນທັນສະໄໝ

ຂັ້ນຕອນກ່ຽວກັບການຕິດຕາມ, ຕິດຕັ້ງ ແລະ ແກ້ໄຂບັນຫາກ່ຽວກັບເຄືອຂ່າຍໄຟຟ້າມີປະສິດທິຜົນກວ່າເດີມ ຫຼັງຈາກມີການນຳໃຊ້ລະບົບຂໍ້ມູນຂ່າວສານດ້ານພູມສາດເຂົ້າໃນຂະແໜງການພະລັງງານໃນລາວ.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

WKJwE
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!