ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ສ້າງສຳເລັດແລ້ວ 30 ເປີເຊັນ

ການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ທີ່ເຊື່ອມຕໍ່ ລະຫວ່າງ ແຂວງບໍລິຄໍາໄຊ ແລະ ແຂວງບຶງການ ຂອງໄທ ໂດຍຜ່ານແມ່ນໍ້າຂອງ ມາຮອດປັດຈຸບັນ ສໍາເລັດແລ້ວ 32 ສ່ວນຮ້ອຍ. ໂຄງການດັ່ງກ່າວປະກອບດ້ວຍ 2 ພາກສ່ວນຄື: ສ່ວນທີ 1 ແມ່ນກ່ຽວຂ້ອງກັບການກໍ່ສ້າງຂົວຂ້າມແມ່ນໍ້າຂອງ ແລະ ທີສອງແມ່ນກ່ຽວຂ້ອງກັບການກໍ່ສ້າງເສັ້ນທາງເຂົ້າເຖິງຂົວ ແລະ ການກໍ່ສ້າງສິ່ງອໍານວຍຄວາມສະດວກດ້ານຄົນເຂົ້າເມືອງ. ທ່ານ ​ໄລ​ທອງ ພົມ​ມະ​ວົງ ຜູ້​ອຳ​ນວຍ​ການ​ໂຄງ​ການ​ກ່າວ​ວ່າ ການ​ກໍ່​ສ້າງ​ໄດ້​ເລີ່ມ​ຕົ້ນ​ມາແຕ່​ປີ 2021. ທ່ານຍັງກ່າວຕື່ມອີກວ່າ: ການ​ກໍ່ສ້າງ​ໄດ້​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ເຊັ່ນ: ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ລະດູຝົນທີ່ມາໄວຂື້ນ​ ແລະ ​ປັດ​ໄຈ​ອື່ນໆ ​ທີ່​ເຮັດ​ໃຫ້​ລະດັບ​ນ້ຳ​ຂອງ​ແມ່​ນ້ຳ​ເໜັງ​ຕີງ. 

ອ່ານເພິ່ມເຕີມ…

ຜູ້ລາຍງານຂ່າວທາມສ