News

ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ສ້າງສຳເລັດແລ້ວ 30 ເປີເຊັນ

ການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ທີ່ເຊື່ອມຕໍ່ ລະຫວ່າງ ແຂວງບໍລິຄໍາໄຊ ແລະ ແຂວງບຶງການ ຂອງໄທ ໂດຍຜ່ານແມ່ນໍ້າຂອງ ມາຮອດປັດຈຸບັນ ສໍາເລັດແລ້ວ 32 ສ່ວນຮ້ອຍ. ໂຄງການດັ່ງກ່າວປະກອບດ້ວຍ 2 ພາກສ່ວນຄື: ສ່ວນທີ 1 ແມ່ນກ່ຽວຂ້ອງກັບການກໍ່ສ້າງຂົວຂ້າມແມ່ນໍ້າຂອງ ແລະ ທີສອງແມ່ນກ່ຽວຂ້ອງກັບການກໍ່ສ້າງເສັ້ນທາງເຂົ້າເຖິງຂົວ ແລະ ການກໍ່ສ້າງສິ່ງອໍານວຍຄວາມສະດວກດ້ານຄົນເຂົ້າເມືອງ. ທ່ານ ​ໄລ​ທອງ ພົມ​ມະ​ວົງ ຜູ້​ອຳ​ນວຍ​ການ​ໂຄງ​ການ​ກ່າວ​ວ່າ ການ​ກໍ່​ສ້າງ​ໄດ້​ເລີ່ມ​ຕົ້ນ​ມາແຕ່​ປີ 2021. ທ່ານຍັງກ່າວຕື່ມອີກວ່າ: ການ​ກໍ່ສ້າງ​ໄດ້​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ເຊັ່ນ: ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ລະດູຝົນທີ່ມາໄວຂື້ນ​ ແລະ ​ປັດ​ໄຈ​ອື່ນໆ ​ທີ່​ເຮັດ​ໃຫ້​ລະດັບ​ນ້ຳ​ຂອງ​ແມ່​ນ້ຳ​ເໜັງ​ຕີງ. ອ່ານເພິ່ມເຕີມ ...

ຜູ້ລາຍງານຂ່າວທາມສ

ຂົວ​ໜອງ​ຄາຍ​ ຂັ້ນ​ສຸດ​ທ້າຍແຫ່ງໂຄງການ​ທາງ​ລົດ​ໄຟ​ຈີນ-ລາວ-ໄທ

ກອງປະຊຸມໄດ້ຈັດຂຶ້ນທີ່ທຳນຽບລັດຖະບານໃນວັນພະຫັດອາທິດແລ້ວນີ້ ກ່ຽວກັບແຜນການກໍ່ສ້າງທາງລົດໄຟ ໄທ-ລາວ-ຈີນ, ໂດຍການເປັນປະທານຂອງ ຮອງນາຍົກລັດຖະມົນຕີ ທ່ານ ອານຸທິ ຈັນທະວິລະກຸນ, ທ່ານໄດ້ອອກຄຳສັ່ງຢ່າງຮີບດ່ວນໃຫ້ SRT ດຳເນີນໂຄງການດັ່ງກ່າວໃນທັນທີ. ກອງ​ປະຊຸມ​ໄດ້​ນຳ​ເອົາ​ຫຼາຍ​ອົງການ​ລັດຖະບານ​ທີ່​ມີ​ຄວາມ​ສົນ​ໃຈ​ໃນ​ການ​ເຊື່ອມ​ຕໍ່​ທາງ​ລົດ​ໄຟ​ສາກົນ.ຂັ້ນຕອນຕໍ່ໄປຂອງຂະບວນການແມ່ນໃຫ້ SRT ວິເຄາະ ແລະ ອອກແບບຂົວ ທັງສະເຫນີງົບປະມານຕໍ່ຄະນະກໍາມະການ. ຂົວ​ທາງ​ລົດ​ໄຟ​ຈະ​ເປັນ​ຂົວ​ເຊື່ອມ​ຕໍ່​ສຸດ​ທ້າຍ​ເພື່ອ​ເຊື່ອມ​ຕໍ່​ລະຫວ່າງ​ຈີນ​ກັບ​ໄທ​ ຊຶ່ງຈະໃຊ້ໃນ​ການ​ຂົນ​ສົ່ງ​ສິນຄ້າ​ໜັກ​ເຊັ່ນ​ລົດຍົນ, ​ເຄື່ອງ​ໃຊ້​ໄຟຟ້າ, ​ເຄື່ອງ​ເອ​ເລັກ​ໂຕຣນິກ, ຄອມ​ພິວ​ເຕີ​ ແລະ ​ອຸປະກອນ​ຄອມ​ພິວ​ເຕີ, ​ເຄື່ອງ​ຈັກ, ໝາກ​ໄມ້​,ຜັກ ​ແລະ​ ວັດຖຸ​ດິບ​ໄມ້​ ແລະ ​ຢາງພາລາ.ອ່ານເພິ່ມເຕີມ  ...

Neill Fronde

ຂົວມິດຕະພາບລາວ-ໄທ ແຫ່ງທີ່ 5 ສຳເລັດແລ້ວ 14 ເປີເຊັນ

ການກໍ່ສ້າງຂົວມິດຕະພາບລາວ-ໄທ ເຊື່ອມຕໍ່ລະຫວ່າງແຂວງບໍລິຄຳໄຊ ເຖິງ ແຂວງບຶງການປະເທດໄທ ໂດຍຜ່ານແມ່ນ້ຳຂອງສຳເລັດແລ້ວ 14.42 ເປີເຊັນ. ໂຄງການຈະສຳເລັດໃນປີ 2023, ຊຶ່ງຈະເຮັດໃຫ້ແຂວງບໍລິຄຳໄຊ ກາຍເປັນຈຸດເຊື່ອມຕໍ່ທາງການຄ້າທີ່ໃຫຍ່ ເຊື່ອມຕໍ່ລະຫວ່າງລາວ, ໄທ ແລະ ຫວຽດນາມດ້ວຍໃນລະທາງ 150 ກິໂລແມັດ ຊຶ່ງຈະເປັນໄລຍະທາງທີ່ສັ້ນທີ່ສຸດຂອງການເຊື່ອມຕໍ່ລະຫວ່າງສາມປະເທດ. ອ່ານຕໍ່ທີ່ນີ້  ...

ປ້ອມພົງ ລາວອິນ

ເປີດໄຟຂຽວການສ້າງຂົວມິດຕະພາບລາວ-ໄທແຫ່ງທີ 5

ຂົວມິດຕະພາບລາວ-ໄທແຫ່ງທີ 5 ເຊິ່ງເຊື່ອມຕໍ່ແຂວງບໍລິຄຳໄຊ ກັບຈັງຫວັດບຶງການປະເທດໄທ ຈະເລີ່ມລົງມືທຳການກໍ່ສ້າງ ຫຼັງຈາກໄດ້ຮັບການອະນຸມັດຈາກທັງສອງປະເທດຢ່າງເປັນທາງການ. ໜຶ່ງໃນພະນັກງານຊວງໂຍທາທິການ ແລະ ຂົນສົ່ງ ໄດ້ລາຍງານໜັງສືພິມວຽງຈັນທາມສ໌ໃນວັນອັງຄານນີ້ວ່າ ເຈົ້າໜ້າທີ່ຝ່າຍລາວແລະໄທ ໄດ້ທຳການອະນຸມັດແຜນການດັ່ງກ່າວແລ້ວໃນການພົບປະກັນຢູ່ປາກເຊ, ແຂວງຈຳປາສັກ ໃນຕົ້ນປີນີ້. ນອກຈາກນັ້ນຍັງມີການສະເໜີການກໍ່ສ້າງຂົວມິດຕະພາບແຫ່ງທີຫົກ ເພື່ອເຊື່ອມຕໍ່ແຂວງສາລະວັນ ກັບຈັງຫວັດອຸບົນລາດຊະທານີ.ອ່ານຕໍ່ ...

ຄອນສະຫວັນ ລາດຊະເພົາ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

dZCHx
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!