The Thaiger

ຂົວ​ໜອງ​ຄາຍ​ ຂັ້ນ​ສຸດ​ທ້າຍແຫ່ງໂຄງການ​ທາງ​ລົດ​ໄຟ​ຈີນ-ລາວ-ໄທ

ກອງປະຊຸມໄດ້ຈັດຂຶ້ນທີ່ທຳນຽບລັດຖະບານໃນວັນພະຫັດອາທິດແລ້ວນີ້ ກ່ຽວກັບແຜນການກໍ່ສ້າງທາງລົດໄຟ ໄທ-ລາວ-ຈີນ, ໂດຍການເປັນປະທານຂອງ ຮອງນາຍົກລັດຖະມົນຕີ ທ່ານ ອານຸທິ ຈັນທະວິລະກຸນ, ທ່ານໄດ້ອອກຄຳສັ່ງຢ່າງຮີບດ່ວນໃຫ້ SRT ດຳເນີນໂຄງການດັ່ງກ່າວໃນທັນທີ. ກອງ​ປະຊຸມ​ໄດ້​ນຳ​ເອົາ​ຫຼາຍ​ອົງການ​ລັດຖະບານ​ທີ່​ມີ​ຄວາມ​ສົນ​ໃຈ​ໃນ​ການ​ເຊື່ອມ​ຕໍ່​ທາງ​ລົດ​ໄຟ​ສາກົນ.ຂັ້ນຕອນຕໍ່ໄປຂອງຂະບວນການແມ່ນໃຫ້ SRT ວິເຄາະ ແລະ ອອກແບບຂົວ ທັງສະເຫນີງົບປະມານຕໍ່ຄະນະກໍາມະການ. ຂົວ​ທາງ​ລົດ​ໄຟ​ຈະ​ເປັນ​ຂົວ​ເຊື່ອມ​ຕໍ່​ສຸດ​ທ້າຍ​ເພື່ອ​ເຊື່ອມ​ຕໍ່​ລະຫວ່າງ​ຈີນ​ກັບ​ໄທ​ ຊຶ່ງຈະໃຊ້ໃນ​ການ​ຂົນ​ສົ່ງ​ສິນຄ້າ​ໜັກ​ເຊັ່ນ​ລົດຍົນ, ​ເຄື່ອງ​ໃຊ້​ໄຟຟ້າ, ​ເຄື່ອງ​ເອ​ເລັກ​ໂຕຣນິກ, ຄອມ​ພິວ​ເຕີ​ ແລະ ​ອຸປະກອນ​ຄອມ​ພິວ​ເຕີ, ​ເຄື່ອງ​ຈັກ, ໝາກ​ໄມ້​,ຜັກ ​ແລະ​ ວັດຖຸ​ດິບ​ໄມ້​ ແລະ ​ຢາງພາລາ.ອ່ານເພິ່ມເຕີມ  ...

Neill Fronde

ເຈົ້າຂອງເຂື່ອນໄຟຟ້າໃນລາວກ່າວວ່າພວກເຂົົາບໍ່ມີສ່ວນຕໍ່ການຫຼຸດລົງຂອງລະດັບນ້ຳຂອງ

ລັດຖະບານລາວ ແລະ ເຈົ້າຂອງໂຄງການເຂື່ອນໄຟຟ້ານ້ຳຂອງໄຊຍະບູລີ ປະຕິເສດຂໍ້ກ່າວຫາທີ່ວ່າ ການກັ້ນເຂື່ອນໃນແມ່ນ້ຳຂອງ ເພື່ອທົດລອງການຜະລິດກະແສໄຟຟ້າ ແມ່ນໜຶ່ງໃນສາເຫດທີ່ເຮັດໃຫ້ລະດັບນ້ຳຂອງຫຼຸດລົງຢ່າງໄວວາໃນສາຍນ້ຳຂອງທີ່ຢູ່ເບື້ອງລຸ່ມຂອງເຂື່ອນ. ລະດັບນ້ຳໃນອ່າງໂຕ່ງເຂື່ອນ ໄລຍະ 30 ແມັດຈາກຕາຝັ່ງ ແມ່ນມີປະມານ 2.75 ແມັດ.ບໍລິສັດ CK Power (ປະເທດໄທ) ສາຂາບໍລິສັດ Ch Karn Chang ເຈົ້າຂອງໂຄງການເຂື່ອນ ໄດ້ອອກມາກ່າວປະຕິເສດໃນມື້ນີ້.ອ່ານຕໍ່ ...

The Thaiger & The Nation
https://thethaiger.com/news/national/builders-of-laos-dam-say-theyre-not-responsible-for-lack-of-flow-in-mekong-river

ລະດັບແມ່ນ້ຳຂອງຢູ່ເຂດຊາຍແດນໄທ, ລາວ, ມຽນມາ ຫຼຸດລົງຕ່ຳສຸດໃນຮອບສັດຕະວັດ

ລະດັບນ້ຳໃນແມ່ນ້ຳຂອງໃນປະຈຸບັນແມ່ນຕ່ຳທີ່ສຸດໃນຮອບສັດຕະວັດຕາມການບັນທຶກໃນວັນທີ 19 ກໍລະກົດນີ້, ເຊິ່ງຫຼຸດຕ່ຳກວ່າລະດັບທີ່ບັນທຶກໃນເດືອນເມສາ 1973.ສູນ Stimson ອາຊີຕາເວັນອອກສຽງໃຕ້ ລາຍງານວ່າ ຕາມພາບຖ່າຍຈາກດາວທຽມຫຼ້າສຸດ ລະດັບນ້ຳໃນແມ່ນ້ຳດັ່ງກ່າວແມ່ນຫຼຸດຕ່ຳລົງຢ່າງເຫັນໄດ້ຈະແຈ້ງ ຈາກຈຳນວນເກາະດອນ ແລະ ສັນຊາຍທີ່ພົ້ນຂຶ້ນເໜືອໜ້ານ້ຳເປັນຈຳນວນຫຼວງຫຼາຍ. ບົດລາຍງານດັ່ງກ່າວຕົ້ນຕໍແມ່ນອ້າງອີງເຖິງລະດັບນ້ຳໃນບໍລິເວນສາມຫຼ່ຽມທອງຄຳ ເຊິ່ງເປັນເຂດຊາຍແດນລະຫວ່າງໄທ, ລາວ ແລະ ມຽນມາ.ບົດລາຍງານຍັງກ່າວອີກວ່າ “ນີ້ອາດຈະເປັນສະພາບປົກກະຕິຂອງແມ່ນ້ຳຂອງໃນຍຸກໃໝ່ ເນື່ອງຈາກການຄວບຄຸມການໄຫຼຂອງນ້ຳໃນເຂື່ອນຕົ້ນນ້ຳ ແລະ ການປ່ຽນແປງຂອງສະພາບອາກາດ ສົ່ງຜົນໃຫ້ເກີດໄພແລ້ງທີ່ກິນເວລາຍາວນານ.”ອ່ານຕໍ່ ...

The Thaiger
https://thethaiger.com/news/national/mekong-river-drops-to-lowest-level-in-a-century-around-thai-lao-myanmar-border

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

KFYws
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!