ກຳປູເຈຍ, ລາວ,​ ໄທ, ​ຫວຽດນາມ ອາດຕ້ອງຜະເຊີນໄພແລ້ງຄັ້ງຮ້າຍແຮງ

ພະນົມເປັນ: ຜູ້ຊ່ຽວຊານໄດ້ອອກມາເຕືອນ ໃນວັນອັງຄານນີ້ວ່າ ສີ່ປະເທດໃນພາກພຶ້ນລຸ່ມແມ່ນ້ຳຂອງ ອາດຕ້ອງຜະເຊິນກັບໄພແລ້ງຄັ້ງຮ້າຍແຮງເຖິງຮ້າຍແຮງທີ່ສຸດ ທີ່ສົ່ງຜົນກະທົບຕໍ່ການຜະລິດກະສິກຳ ນັບແຕ່ນີ້ໄປເຖິງເດືອນມັງກອນປີໜ້າ.ຕາມຄຳເຫັນຂອງຄະນະກຳມາທິການແມ່ນ້ຳຂອງ, ໄພແລ້ງປີນີ້ ໄດ້ເຮັດໃຫ້ລະດັບນ້ຳໃນແມ່ນ້ຳຂອງ ຫຼຸດລົງຕ່ຳທີ່ສຸດໃນຮອບ 60 ປີເປັນຢ່າງໜ້ອຍ, ໃນຂະນະທີ່ຫຼາຍເຂດຂອງແມ່ນ້ຳຂອງຕອນລຸ່ມ ກໍຜະເຊີນສະພາບນ້ຳໄຫຼໜ້ອຍໃນທົ່ວພາກພື້ນ ນັບແຕ່ເດືອນມິຖຸນາເປັນຕົ້ນມາ.ອ່ານຕໍ່ ...

KYODO NEWS

ເຈົ້າໜ້າທີ່ຊຸກຍູ້ໃຫ້ຜູ້ໃຊ້ນ້ຳກະກຽມຮັບມືກັບສະພາບແຫ້ງແລ້ງ

ລະດັບນ້ຳໃນແມ່ນ້ຳຂອງ ແລະ ສາຂາ ທີ່ຫຼຸດຕ່ຳເປັນປະຫວັດການ ຄາດວ່າຍັງຈະສືບຕໍ່ຫຼຸດລົງ ທັງໆທີ່ຫາກໍ່ເຂົ້າຕົ້ນລະດູແລ້ງໃນເດືອນຕຸລາ,​ ຕາມຄຳເຫັນຂອງເຈົ້າໜ້າທີ່ການນຳທີ່ຮັບຜິດຊອດການຕິດຕາມລະດັບນ້ຳ.“ລະດູຝົນຫາກໍ່ໝົດໄປ, ຕໍ່ຈາກນີ້ໄປລະດັບນ້ຳໃນແມ່ນ້ຳຂອງ ແລະ ບາງສາຂາ ຈະຍັງສືບຕໍ່ຫຼຸດລົງ, ” ທ່ານນາງ ອຸທອນ ເພັດຫຼວງສີ ຮອງຫົວໜ້າກົມອຸຕຸນະຍົມວິທະຍາ ແລະ ອຸທຸກະສາດ ກ່າວຜ່ານສຳນັກຂ່າວວຽງຈັນທາມສ໌ໃນວັນພະຫັດນີ້.ອ່ານຕໍ່ ...

ເອກະພອນ ພູທອນສີ

MRC ກຳລັງທຳການຕິດຕາມການໄຫຼຂອງນ້ຳໃນແມ່ນ້ຳຂອງຢ່າງໃກ້ຊິດ

ວຽງຈັນ (ວຽງຈັນທາມສ໌/ANN) — ຄະນະກຳມາທິການແມ່ນ້ຳຂອງ (MRC) ກຳລັງຕິດຕາມການໄຫຼຂອງນ້ຳໃນແມ່ນ້ຳຂອງຢ່າງໃກ້ຊິດ ທ່າມກາງໄພຂົ່ມຂູ່ທີ່ເພີ່ມທະວີຂຶ້ນຈາກການປ່ຽນແປງຂອງສະພາບອາກາດ.“ພາຍໃຕ້ສະພາບໃນປະຈຸບັນທີ່ການໄຫຼຂອງກະແສນ້ຳມີຕ່ຳ ແລະ ໄພແຫ້ງແລ້ງທີ່ຮ້າຍແຮງເປັນປະຫວັດສາດ, MRC ກຳລັງມີການຄາດຄະເນ ແລະ ແຈ້ງຂໍ້ມູນຂ່າວສານຕໍ່ພາກສ່ວນກ່ຽວຂ້ອງກ່ຽວກັບການປ່ຽນແປງການໄຫຼຂອງນ້ຳໃນແມ່ນ້ຳຂອງ, ເພື່ອໃຫ້ບັນດາປະເທດ ແລະ ຊຸມຊົນໃນຂົງເຂດລຸ່ມແມ່ນ້ຳຂອງໄດ້ກຽມຕົວ ແລະ ວາງແຜນຮັບມື,” ທ່ານ ປອ ສຸເທ ເຂັມ ຜູ້ຊ່ຽວຊານການປະເມີນແມ່ນ້ຳຂອງຄະນະເລຂາທິການ MRC ກ່າວໃນອາທິດນີ້.ອ່ານຕໍ່ ...

ເອກະພອນ ພູທອນສີ
http://annx.asianews.network/content/mrc-steps-monitoring-mekong-flows-102040

ເຈົ້າຂອງເຂື່ອນໄຟຟ້າໃນລາວກ່າວວ່າພວກເຂົົາບໍ່ມີສ່ວນຕໍ່ການຫຼຸດລົງຂອງລະດັບນ້ຳຂອງ

ລັດຖະບານລາວ ແລະ ເຈົ້າຂອງໂຄງການເຂື່ອນໄຟຟ້ານ້ຳຂອງໄຊຍະບູລີ ປະຕິເສດຂໍ້ກ່າວຫາທີ່ວ່າ ການກັ້ນເຂື່ອນໃນແມ່ນ້ຳຂອງ ເພື່ອທົດລອງການຜະລິດກະແສໄຟຟ້າ ແມ່ນໜຶ່ງໃນສາເຫດທີ່ເຮັດໃຫ້ລະດັບນ້ຳຂອງຫຼຸດລົງຢ່າງໄວວາໃນສາຍນ້ຳຂອງທີ່ຢູ່ເບື້ອງລຸ່ມຂອງເຂື່ອນ. ລະດັບນ້ຳໃນອ່າງໂຕ່ງເຂື່ອນ ໄລຍະ 30 ແມັດຈາກຕາຝັ່ງ ແມ່ນມີປະມານ 2.75 ແມັດ.ບໍລິສັດ CK Power (ປະເທດໄທ) ສາຂາບໍລິສັດ Ch Karn Chang ເຈົ້າຂອງໂຄງການເຂື່ອນ ໄດ້ອອກມາກ່າວປະຕິເສດໃນມື້ນີ້.ອ່ານຕໍ່ ...

The Thaiger & The Nation
https://thethaiger.com/news/national/builders-of-laos-dam-say-theyre-not-responsible-for-lack-of-flow-in-mekong-river

ລະດັບແມ່ນ້ຳຂອງ ແລະ ສາຂາຄາດວ່າຈະເພີ່ມຂຶ້ນພາຍໃນສອງສາມອາທິດຕໍ່ໜ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ລະດັບນ້ຳໃນແມ່ນ້ຳຂອງ – ແມ່ນ້ຳທີ່ຍາວທີ່ສຸດໃນອາຊີຕາເວັນອອກສຽງໃຕ້ – ຈະຄ່ອຍໆເພີ່ມຂຶ້ນໃນອີກສອງສາມອາທິດຕໍ່ໜ້າ ຫຼັງຈາກທີ່ມີປະລິມານນ້ຳໃນຊ່ວງລະດູຝົນຫຼຸດລົງຕ່ຳສຸດໃນປະຫວັດສາດ ສົ່ງຜົນກະທົບຕໍ່ຊາວກະສິກອນ ແລະ ການດຳລົງຊີວິດ.ໃນວັນຈັນຜ່ານມານີ້ ກົມອຸຕຸນິຍົມວິທະຍາ ແລະ ອຸທຸກະສາດ ໄດ້ອອກພະຍາກອນວ່າ ປະລິມານຝົນຈະເພີ່ມຂຶ້ນໃນທ້າຍເດືອນນີ້ ແລະ ຕົ້ນເດືອນໜ້າ. ເຊິ່ງຈະສົ່ງຜົນໃຫ້ລະດັບນ້ຳໃນແມ່ນ້ຳຂອງ ແລະ ແມ່ນ້ຳສາຂາເພີ່ມສູງຂຶ້ນເປັນລຳດັບ.ອ່ານຕໍ່  ...

ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/level-mekong-tributaries-forecast-rise-coming-weeks-100733

ໄພແຫ້ງແລ້ງທຳລາຍຄວາມຫວັງຂອງຊາວກະສິກອນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ປະລິມານຝົກຕົກທີ່ຕ່ຳ ບວກກັບອຸນນະພູມທີ່ເພີ່ມສູງຂຶ້ນ ກຳລັງທຳລາຍເຄື່ອງປູກຂອງຝັງຂອງຊາວກະສິກອນລາວທົ່ວປະເທດ ພາຍໃຕ້ສະຖານະການໄພແຫ້ງແລ້ງທີ່ກຳລັງເກີດຂຶ້ນໃນທົ່ວພາກພື້ນອາຊີຕາເວັນອອກສຽງໃຕ້.ນັກວິເຄາະກ່າວວ່າ ປະລິມານນ້ຳຝົນໃນລະດູທີ່ຕ່ຳທີ່ສຸດໃນຮອບຫຼາຍທົດສະວັດ ບໍ່ພຽງແຕ່ສົ່ງຜົນກະທົບຮ້າຍແຮງຕໍ່ຊີວິດການເປັນຢູ່ຂອງຊາວກະສິກອນ ແຕ່ຍັງກະທົບເຖິງຄວາມໝັ້ນຄົງດ້ານສະບຽງອາຫານ.ທ່ານ ບຸນກວ້າງ ຄຳບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລາຍງານຜ່ານສຳນັກຂ່າວວຽງຈັນທາມສ໌ວານນີ້ວ່າ ການປັກດຳນາປີໃນທົ່ວປະເທດຫາກໍ່ສຳເລັດພຽງແຕ່ 40 ເປີເຊັນ.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/drought-destroying-future-lao-farmers-100731

ລະດັບນ້ຳໃນແມ່ນ້ຳຂອງຫຼຸດລົງຕ່ຳຢູ່ໃນຂັ້ນວິກິດ

ວຽງຈັນ (ວຽງຈັນທາມສ໌) – ແມ່ນ້ຳຂອງ ໜຶ່ງໃນແມ່ນ້ຳທີ່ໃຫຍ່ທີ່ສຸດໃນອາຊີຕາເວັນອອກສຽງໃຕ້ ກຳລັງຜະເຊີນກັບວິກິດລະດັບນ້ຳທີ່ຕ່ຳທີ່ສຸດໃນປະຫວັດສາດ, ເຊິ່ງຊາວນະຄອນວຽງຈັນທີ່ອາໄສແມ່ນ້ຳໃນການດຳລົງຊີວິດ ກຳລັງຜະເຊີນກັບຄວາມຫຍຸ້ງຍາກໃນການດຳເນີນກິດຈະກຳ.ໄຊຊະນະ ບຸນຍະລັດ ທີ່ດຳລົງຊີວິດດ້ວຍການຫາປາຕາມລຳແມ່ນ້ຳໃນເຂດທ່າວັດຈັນມາແຕ່ 1975 ກ່າວໃນມື້ວານນີ້ວ່າ ບໍ່ເຄີຍເຫັນລະດັບນ້ຳທີ່ຫຼຸດຕ່ຳເຊັ່ນນີ້ມາກ່ອນໃນຊ່ວງໄລຍະນີ້ຂອງປີ.ອ່ານຕໍ່  ...

ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/feature-mekong-falls-critically-low-level-100570

ລະດັບແມ່ນ້ຳຂອງຢູ່ເຂດຊາຍແດນໄທ, ລາວ, ມຽນມາ ຫຼຸດລົງຕ່ຳສຸດໃນຮອບສັດຕະວັດ

ລະດັບນ້ຳໃນແມ່ນ້ຳຂອງໃນປະຈຸບັນແມ່ນຕ່ຳທີ່ສຸດໃນຮອບສັດຕະວັດຕາມການບັນທຶກໃນວັນທີ 19 ກໍລະກົດນີ້, ເຊິ່ງຫຼຸດຕ່ຳກວ່າລະດັບທີ່ບັນທຶກໃນເດືອນເມສາ 1973.ສູນ Stimson ອາຊີຕາເວັນອອກສຽງໃຕ້ ລາຍງານວ່າ ຕາມພາບຖ່າຍຈາກດາວທຽມຫຼ້າສຸດ ລະດັບນ້ຳໃນແມ່ນ້ຳດັ່ງກ່າວແມ່ນຫຼຸດຕ່ຳລົງຢ່າງເຫັນໄດ້ຈະແຈ້ງ ຈາກຈຳນວນເກາະດອນ ແລະ ສັນຊາຍທີ່ພົ້ນຂຶ້ນເໜືອໜ້ານ້ຳເປັນຈຳນວນຫຼວງຫຼາຍ. ບົດລາຍງານດັ່ງກ່າວຕົ້ນຕໍແມ່ນອ້າງອີງເຖິງລະດັບນ້ຳໃນບໍລິເວນສາມຫຼ່ຽມທອງຄຳ ເຊິ່ງເປັນເຂດຊາຍແດນລະຫວ່າງໄທ, ລາວ ແລະ ມຽນມາ.ບົດລາຍງານຍັງກ່າວອີກວ່າ “ນີ້ອາດຈະເປັນສະພາບປົກກະຕິຂອງແມ່ນ້ຳຂອງໃນຍຸກໃໝ່ ເນື່ອງຈາກການຄວບຄຸມການໄຫຼຂອງນ້ຳໃນເຂື່ອນຕົ້ນນ້ຳ ແລະ ການປ່ຽນແປງຂອງສະພາບອາກາດ ສົ່ງຜົນໃຫ້ເກີດໄພແລ້ງທີ່ກິນເວລາຍາວນານ.”ອ່ານຕໍ່ ...

The Thaiger
https://thethaiger.com/news/national/mekong-river-drops-to-lowest-level-in-a-century-around-thai-lao-myanmar-border

ລະດັບນ້ຳໃນແມ່ນ້ຳຂອງຫຼຸດລົງຕ່ຳທີ່ສຸດທ່າມກາງສະພາບຝົນຂາດຊ່ວງ

ແມ່ນ້ຳຂອງເຊິ່ງໄຫຼຜ່ານປະເທດລາວ ກຳລັງຜະເຊີນກັບສະພາບລະດັບນ້ຳທີ່ຕ່ຳທີ່ສຸດໃນປະຫວັດສາດ ເນື່ອງຈາກຝົນຂາດຊ່ວງ.ຢູ່ວຽງຈັນ ລະດັບນ້ຳໃນແມ່ນ້ຳຂອງແມ່ນຢູ່ທີ່ 0.7 ແມັດ, ຫຼື 5.54 ແມັດຕ່ຳກວ່າລະດັບນ້ຳສະເລ່ຍໃນຮອບ 57 ປີ (1961-2018). ເຊິ່ງຕ່ຳກວ່າລະດັບນ້ຳຕ່ຳສຸດທີ່ເຄີຍວັດແທກໄດ້ 1.36 ແມັດ.ໃນລະຫວ່າງວັນທີ 16 ແລະ 18 ກໍລະກົດ, ລະດັບນ້ຳຢູ່ສະຖານນີວັດແທກນ້ຳດັ່ງກ່າວແມ່ນຢູ່ທີ່ 5.58 ແມັດ, ຕາມຄະນະກຳມາທິການແມ່ນ້ຳຂອງ (MRC).ອ່ານຕໍ່ ...

The Laotian Times

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

z8ZMX
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!