ໄພແຫ້ງແລ້ງທຳລາຍຄວາມຫວັງຂອງຊາວກະສິກອນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ປະລິມານຝົກຕົກທີ່ຕ່ຳ ບວກກັບອຸນນະພູມທີ່ເພີ່ມສູງຂຶ້ນ ກຳລັງທຳລາຍເຄື່ອງປູກຂອງຝັງຂອງຊາວກະສິກອນລາວທົ່ວປະເທດ ພາຍໃຕ້ສະຖານະການໄພແຫ້ງແລ້ງທີ່ກຳລັງເກີດຂຶ້ນໃນທົ່ວພາກພື້ນອາຊີຕາເວັນອອກສຽງໃຕ້.

ນັກວິເຄາະກ່າວວ່າ ປະລິມານນ້ຳຝົນໃນລະດູທີ່ຕ່ຳທີ່ສຸດໃນຮອບຫຼາຍທົດສະວັດ ບໍ່ພຽງແຕ່ສົ່ງຜົນກະທົບຮ້າຍແຮງຕໍ່ຊີວິດການເປັນຢູ່ຂອງຊາວກະສິກອນ ແຕ່ຍັງກະທົບເຖິງຄວາມໝັ້ນຄົງດ້ານສະບຽງອາຫານ.

ທ່ານ ບຸນກວ້າງ ຄຳບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລາຍງານຜ່ານສຳນັກຂ່າວວຽງຈັນທາມສ໌ວານນີ້ວ່າ ການປັກດຳນາປີໃນທົ່ວປະເທດຫາກໍ່ສຳເລັດພຽງແຕ່ 40 ເປີເຊັນ.

ອ່ານຕໍ່…

ສົມສັກ ພົງຂາວ
http://annx.asianews.network/content/drought-destroying-future-lao-farmers-100731