MRC ກຳລັງທຳການຕິດຕາມການໄຫຼຂອງນ້ຳໃນແມ່ນ້ຳຂອງຢ່າງໃກ້ຊິດ

ວຽງຈັນ (ວຽງຈັນທາມສ໌/ANN) — ຄະນະກຳມາທິການແມ່ນ້ຳຂອງ (MRC) ກຳລັງຕິດຕາມການໄຫຼຂອງນ້ຳໃນແມ່ນ້ຳຂອງຢ່າງໃກ້ຊິດ ທ່າມກາງໄພຂົ່ມຂູ່ທີ່ເພີ່ມທະວີຂຶ້ນຈາກການປ່ຽນແປງຂອງສະພາບອາກາດ.

“ພາຍໃຕ້ສະພາບໃນປະຈຸບັນທີ່ການໄຫຼຂອງກະແສນ້ຳມີຕ່ຳ ແລະ ໄພແຫ້ງແລ້ງທີ່ຮ້າຍແຮງເປັນປະຫວັດສາດ, MRC ກຳລັງມີການຄາດຄະເນ ແລະ ແຈ້ງຂໍ້ມູນຂ່າວສານຕໍ່ພາກສ່ວນກ່ຽວຂ້ອງກ່ຽວກັບການປ່ຽນແປງການໄຫຼຂອງນ້ຳໃນແມ່ນ້ຳຂອງ, ເພື່ອໃຫ້ບັນດາປະເທດ ແລະ ຊຸມຊົນໃນຂົງເຂດລຸ່ມແມ່ນ້ຳຂອງໄດ້ກຽມຕົວ ແລະ ວາງແຜນຮັບມື,” ທ່ານ ປອ ສຸເທ ເຂັມ ຜູ້ຊ່ຽວຊານການປະເມີນແມ່ນ້ຳຂອງຄະນະເລຂາທິການ MRC ກ່າວໃນອາທິດນີ້.

ອ່ານຕໍ່…

ເອກະພອນ ພູທອນສີ
http://annx.asianews.network/content/mrc-steps-monitoring-mekong-flows-102040