ລະດັບແມ່ນ້ຳຂອງ ແລະ ສາຂາຄາດວ່າຈະເພີ່ມຂຶ້ນພາຍໃນສອງສາມອາທິດຕໍ່ໜ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ລະດັບນ້ຳໃນແມ່ນ້ຳຂອງ – ແມ່ນ້ຳທີ່ຍາວທີ່ສຸດໃນອາຊີຕາເວັນອອກສຽງໃຕ້ – ຈະຄ່ອຍໆເພີ່ມຂຶ້ນໃນອີກສອງສາມອາທິດຕໍ່ໜ້າ ຫຼັງຈາກທີ່ມີປະລິມານນ້ຳໃນຊ່ວງລະດູຝົນຫຼຸດລົງຕ່ຳສຸດໃນປະຫວັດສາດ ສົ່ງຜົນກະທົບຕໍ່ຊາວກະສິກອນ ແລະ ການດຳລົງຊີວິດ.

ໃນວັນຈັນຜ່ານມານີ້ ກົມອຸຕຸນິຍົມວິທະຍາ ແລະ ອຸທຸກະສາດ ໄດ້ອອກພະຍາກອນວ່າ ປະລິມານຝົນຈະເພີ່ມຂຶ້ນໃນທ້າຍເດືອນນີ້ ແລະ ຕົ້ນເດືອນໜ້າ. ເຊິ່ງຈະສົ່ງຜົນໃຫ້ລະດັບນ້ຳໃນແມ່ນ້ຳຂອງ ແລະ ແມ່ນ້ຳສາຂາເພີ່ມສູງຂຶ້ນເປັນລຳດັບ.

ອ່ານຕໍ່…

 

ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/level-mekong-tributaries-forecast-rise-coming-weeks-100733