ລະດັບແມ່ນ້ຳຂອງຢູ່ເຂດຊາຍແດນໄທ, ລາວ, ມຽນມາ ຫຼຸດລົງຕ່ຳສຸດໃນຮອບສັດຕະວັດ

ລະດັບນ້ຳໃນແມ່ນ້ຳຂອງໃນປະຈຸບັນແມ່ນຕ່ຳທີ່ສຸດໃນຮອບສັດຕະວັດຕາມການບັນທຶກໃນວັນທີ 19 ກໍລະກົດນີ້, ເຊິ່ງຫຼຸດຕ່ຳກວ່າລະດັບທີ່ບັນທຶກໃນເດືອນເມສາ 1973.

ສູນ Stimson ອາຊີຕາເວັນອອກສຽງໃຕ້ ລາຍງານວ່າ ຕາມພາບຖ່າຍຈາກດາວທຽມຫຼ້າສຸດ ລະດັບນ້ຳໃນແມ່ນ້ຳດັ່ງກ່າວແມ່ນຫຼຸດຕ່ຳລົງຢ່າງເຫັນໄດ້ຈະແຈ້ງ ຈາກຈຳນວນເກາະດອນ ແລະ ສັນຊາຍທີ່ພົ້ນຂຶ້ນເໜືອໜ້ານ້ຳເປັນຈຳນວນຫຼວງຫຼາຍ. ບົດລາຍງານດັ່ງກ່າວຕົ້ນຕໍແມ່ນອ້າງອີງເຖິງລະດັບນ້ຳໃນບໍລິເວນສາມຫຼ່ຽມທອງຄຳ ເຊິ່ງເປັນເຂດຊາຍແດນລະຫວ່າງໄທ, ລາວ ແລະ ມຽນມາ.

ບົດລາຍງານຍັງກ່າວອີກວ່າ “ນີ້ອາດຈະເປັນສະພາບປົກກະຕິຂອງແມ່ນ້ຳຂອງໃນຍຸກໃໝ່ ເນື່ອງຈາກການຄວບຄຸມການໄຫຼຂອງນ້ຳໃນເຂື່ອນຕົ້ນນ້ຳ ແລະ ການປ່ຽນແປງຂອງສະພາບອາກາດ ສົ່ງຜົນໃຫ້ເກີດໄພແລ້ງທີ່ກິນເວລາຍາວນານ.”

ອ່ານຕໍ່…

The Thaiger
https://thethaiger.com/news/national/mekong-river-drops-to-lowest-level-in-a-century-around-thai-lao-myanmar-border