ກຳປູເຈຍ, ລາວ,​ ໄທ, ​ຫວຽດນາມ ອາດຕ້ອງຜະເຊີນໄພແລ້ງຄັ້ງຮ້າຍແຮງ

ພະນົມເປັນ: ຜູ້ຊ່ຽວຊານໄດ້ອອກມາເຕືອນ ໃນວັນອັງຄານນີ້ວ່າ ສີ່ປະເທດໃນພາກພຶ້ນລຸ່ມແມ່ນ້ຳຂອງ ອາດຕ້ອງຜະເຊິນກັບໄພແລ້ງຄັ້ງຮ້າຍແຮງເຖິງຮ້າຍແຮງທີ່ສຸດ ທີ່ສົ່ງຜົນກະທົບຕໍ່ການຜະລິດກະສິກຳ ນັບແຕ່ນີ້ໄປເຖິງເດືອນມັງກອນປີໜ້າ.

ຕາມຄຳເຫັນຂອງຄະນະກຳມາທິການແມ່ນ້ຳຂອງ, ໄພແລ້ງປີນີ້ ໄດ້ເຮັດໃຫ້ລະດັບນ້ຳໃນແມ່ນ້ຳຂອງ ຫຼຸດລົງຕ່ຳທີ່ສຸດໃນຮອບ 60 ປີເປັນຢ່າງໜ້ອຍ, ໃນຂະນະທີ່ຫຼາຍເຂດຂອງແມ່ນ້ຳຂອງຕອນລຸ່ມ ກໍຜະເຊີນສະພາບນ້ຳໄຫຼໜ້ອຍໃນທົ່ວພາກພື້ນ ນັບແຕ່ເດືອນມິຖຸນາເປັນຕົ້ນມາ.

ອ່ານຕໍ່…

KYODO NEWS