ເປີດໄຟຂຽວການສ້າງຂົວມິດຕະພາບລາວ-ໄທແຫ່ງທີ 5

ຂົວມິດຕະພາບລາວ-ໄທແຫ່ງທີ 5 ເຊິ່ງເຊື່ອມຕໍ່ແຂວງບໍລິຄຳໄຊ ກັບຈັງຫວັດບຶງການປະເທດໄທ ຈະເລີ່ມລົງມືທຳການກໍ່ສ້າງ ຫຼັງຈາກໄດ້ຮັບການອະນຸມັດຈາກທັງສອງປະເທດຢ່າງເປັນທາງການ. ໜຶ່ງໃນພະນັກງານຊວງໂຍທາທິການ ແລະ ຂົນສົ່ງ ໄດ້ລາຍງານໜັງສືພິມວຽງຈັນທາມສ໌ໃນວັນອັງຄານນີ້ວ່າ ເຈົ້າໜ້າທີ່ຝ່າຍລາວແລະໄທ ໄດ້ທຳການອະນຸມັດແຜນການດັ່ງກ່າວແລ້ວໃນການພົບປະກັນຢູ່ປາກເຊ, ແຂວງຈຳປາສັກ ໃນຕົ້ນປີນີ້. 

ນອກຈາກນັ້ນຍັງມີການສະເໜີການກໍ່ສ້າງຂົວມິດຕະພາບແຫ່ງທີຫົກ ເພື່ອເຊື່ອມຕໍ່ແຂວງສາລະວັນ ກັບຈັງຫວັດອຸບົນລາດຊະທານີ.

ອ່ານຕໍ່…

ຄອນສະຫວັນ ລາດຊະເພົາ