News

ລາວ-ຈີນເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວ

ລາວແລະຈີນໄດ້ຕົກລົງເສີມຂະຫຍາຍການຮ່ວມມືດ້ານການທ່ອງທ່ຽວ ເພື່ອສົ່ງເສີມການທ່ອງທ່ຽວລະຫວ່າງສອງຊາດ ແນໃສ່ເພີ່ມທະວີການດຶງດູດນັກທ່ອງທ່ຽວ. ນີ້ແມ່ນຜົນຈາກການປະຊຸມປຶກສາຫາລືກ່ຽວກັບການທ່ອງທ່ຽວ ລາວ-ຈີນ ເຊິ່ງຜູ້ເຂົ້າຮ່ວມໄດ້ແລກປ່ຽນປະສົບການເພື່ອສົ່ງເສີມການທ່ອງທ່ຽວລະຫວ່າງສອງປະເທດ.ອ່ານຕໍ່ ...

ວຽງຈັນທາມສ໌

ຜົນສຳຫຼວດຊີ້ ວັດທະນະທຳເປັນສິ່ງດຶງດູດນັກທ່ອງທ່ຽວອັນດັບຕົ້ນຂອງນະຄອນຫຼວງວຽງຈັນ

ສະຖານທີ່ທ່ອງທ່ຽວທາງທຳມະຊາດ ແລະວັດທະນະທຳ ແມ່ນສອງສິ່ງຫຼັກທີ່ດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວໃນລາວ, ໃນນັ້ນ ນະຄອນຫຼວງວຽງຈັນແມ່ນຈັດຢູ່ໃນອັນດັບຕົ້ນໆຂອງສະຖານທີ່ທ່ອງທ່ຽວທີ່ເປັນນິຍົມຂອງຊາວຕ່າງປະເທດ ຕາມຕົວເລກສະຖິຕິປີ 2017. ກະຊວງຖະແຫຼງຂ່າວແລະວັດທະນະທຳ ໄດ້ທຳການສຳຫຼວດຈາກບັນດານັກທ່ອງທ່ຽວຕ່າງປະເທດຈຳນວນ 2,519 ຄົນ ແຕ່ເດືອນເມສາ ເຖິງເດືອນທັນວາປີ 2017ອ່ານຕໍ່ ...

ວຽງຈັນທາມສ໌

MRC ສະໜັບສະໜູນຍຸດທະສາດການພັດທະນາສີຂຽວ

ຄະນະກຳມາທິການແມ່ນ້ຳຂອງ ສະໜັບສະໜູນລາວເຕັມທີ່ ກ່ຽວກັບນະໂຍບາຍການພັດທະນາສີຂຽວ, ເຊິ່ງຄະນະກຳມາທິການຮ່ວມສາກົນດັ່ງກ່າວຍິນດີແບ່ງປັນຂໍ້ມູນເພື່ອເພື່ອຮັບປະກັນຄວາມຍືນຍົງຂອງແຜນພັດທະນາດັ່ງກ່າວ.ອ່ານຕໍ່ ...

ວຽງຈັນທາມສ໌

ແມ່ຍິງລາວໄດ້ຮັບລາງວັນຜູ້ປະກອບການຍິງດີເດັ່ນຂອງພາກພື້ນ

ນັກທຸລະກິດຍິງລາວ ເກົ້າທ່ານ ໄດ້ຮັບລາງວັນຜູ້ປະກອບການເພດຍິງດີເດັ່ນຂອງພາກພື້ນ 2018 ຊຶ່ງຈັດໂດຍກຸ່ມເຄືອຂ່າຍຜູ້ປະກອບການເພດຍິງອາຊຽນ ທີ່ກົມພັດທະນາສັງຄົມ ແລະ ສົ່ງເສີມສະຫວັດດີການ ບາງກອກ, ປະເທດໄທ ໃນອາທິດແລ້ວນີ້.ໃນພິທີມອບລາງວັນພິເສດເພື່ອເປັນການສົ່ງເສີມບົດບາດແມ່ຍິ່ງໃນແວດວົງທຸລະກິດ ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ກັບກຸ່ມເຄືອຂ່າຍນີ້ ມີນັກທຸລະກິດຍິງທີ່ໄດ້ຮັບລາງວັນຈາກບັນດາປະເທດອາຊຽນເກືອບ 100ທ່ານ.ອ່ານຕໍ່ ...

ວຽງຈັນທາມສ໌

ແຂວງບໍລິຄຳໄຊເດີນໜ້າຈັດການລົດນຳເຂົ້າຜິດກົດໝາຍ

ຕາມການລາຍງານຂອງຄະນະຮັບຜິດຊອບ, ເຖິງວ່າຈະມີຂັ້ນຕອນທີ່ຫຍຸ້ງຍາກສົມຄວນ, ລົດ 600 ກວ່າຄັນທີ່ນຳເຂົ້າມາແຂວງບໍລິຄຳໄຊແບບບໍ່ຖືກກົດໝາຍນັ້ນ ປະຈຸບັນ ແມ່ນໄດ້ຮັບການຂຶ້ນທະບຽນຕາມກົດໝາຍແລ້ວ. ທ່ານຄຳແຫວນ ປັນຍะນຸວົງ ຫົວໜ້າຄະນະຮັບຜິດຊອບ ໄດ້ກ່າວແຈ້ງກັບນັກຂ່າວວຽງຈັນທາມສ໌ ໃນວັນສຸກຜ່ານມານີ້ວ່າ ປະຈຸບັນຍັງເຫຼືອລົດຈຳນວນ 100 ຄັນເທົ່ານັ້ນທີ່ຕ້ອງຂຶ້ນທະບຽນເພີ່ມເຕີມ.ອ່ານຕໍ່ ...

ວຽງຈັນທາມສ໌

ລາວ,​ ຟລັນເດີ ຮ່ວມສ້າງຄວາມສາມາດດ້ານການຂົນສົ່ງທາງນ້ຳ

ກະຊວງໂຍທາທິການແລະຂົນສົ່ງແຫ່ງປະເທດລາວ ແລະ ກະຊວງການຂົນສົ່ງທາງນ້ຳ ແລະໂຍທາທິການ ແຫ່ງຟລັນເດີ ຣາຊະອານາຈັກເບລຢຽມ ສືບຕໍ່ຮ່ວມມືໃນການສ້າງຄວາມສາມາດໃຫ້ແກ່ລາວ ໂດຍສະເພາະໃນດ້ານວຽກງານການຂົນສົ່ງທາງນ້ຳ ແລະ ທ່າເຮືອ. ພິທີເຊັນບົດບັນທຶກໃນການສືບຕໍ່ການຮ່ວມມື 2018-2020 ລະຫວ່າງສອງຝ່າຍໄດ້ຈັດຂຶ້ນຢູ່ນະຄອນວຽງຈັນໃນວັນຈັນທີ່ຜ່ານມານີ້.ອ່ານຕໍ່ ...

ວຽງຈັນທາມສ໌

ນາຍົກປະເມີນການພັດທະນາແຂວງບໍລິຄຳໄຊ

ປະຊາຊົນແຂວງບໍລິຄຳໄຊໃນພື້ນທີ່ສອກຫຼີກ ໄດ້ຮຽກຮ້ອງໃຫ້ມີການປັບປຸງຖະໜົນຫົນທາງ ແຕ່ວ່າລັດຖະບານຍັງບໍ່ສາມາດສະໜອງໄດ້ ຍ້ອນຂາດດຸນງົບປະມານຕໍ່ເນື່ອງ. ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ໂອ້ລົມບັນຫາດັ່ງກ່າວ ໃນການພົບປະກັບຄະນະນຳແຂວງບໍລິຄຳໄຊ, ພະນັກງານແກນນຳ,​ ແລະປະຊາຊົນທ້ອງຖິ່ນ ໃນວັນສຸກທີ່ຜ່ານມາ.ອ່ານຕໍ່ ...

ວຽງຈັນທາມສ໌

Ministry supports Champassak farmers’ quest for quality

The Ministry of Agriculture and Forestry is continuing to encourage farmers in Champassak province to improve the quality of their crops.Minister of Agriculture and Forestry Dr Lien Thikeo reinforced the message recently, telling farmers in Champassak to focus their efforts on growing better quality agricultural ...

ບັນນາທິການວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

89mX6
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!