News

ລາວ ຈະຄວບຄຸມ ອັດຕາຄົນວ່າງງານ ໃນເຂດ ນະຄອນວຽງຈັນ ບໍ່ໃຫ້ເກີນ 2 ເປີເຊັນ

ທາງການລາວ ຈະຄວບຄຸມອັດຕາການວ່າງງານໃນເຂດນະຄອນວຽງຈັນ ໃຫ້ຢູ່ໃນລະດັບບໍ່ເກີນ 2 ເປີເຊັນ ຂອງກຳລັງແຮງງານທັງໝົດ ດ້ວຍການສົ່ງເສີມ ໃຫ້ມີການຈ້າງງານໃຫ້ໄດ້ເຖິງ 35,000 ຄົນ ໃນປີ 2018.ອ່ານຕໍ່ ...

ວີໂອເອ ລາວ

ມອບສູນກະສິກຳເພື່ອສ້າງໂອກາດໃນການພັດທະນາ

ບໍລິສັດໄຟຟ້າເທີນຫີນບູນ ໄດ້ມອບສູນພັດທະນາກະສິກຳ 4 ແຫ່ງໃຫ້ແກ່ອຳນາດການປົກຄອງເມືອງ ແຂວງບໍລິຄຳໄຊ ເພື່ອຊ່ວຍສົ່ງເສີມຊີວິດການເປັນຢູ່ຂອງປະຊາຊົນໃນທ້ອງຖິ່ນ.​ ສູນກະສິກຳດັ່ງກ່າວຕັ້ງຢູ່ ບ້ານໜອງຊອງ, ສົບພວນ ແລະ ໂພທອງ ເມືອງຄຳເກີດ ແລະ ບ້ານ ແກ້ວແສນຄຳ ເມືອງ ໄຊຈຳພອນ ເຊິ່ງບໍລິສັດດັ່ງກ່າວໄດ້ນຳໃຊ້ໃນການສາທິດເຕັກນິກການປູກຝັງ ແລະ ລ້ຽງສັດໃນໄລຍະການຍ້າຍການຕັ້ງຖິ່ນຖານຂອງປະຊາຊົນອ່ານຕໍ່ ...

ວຽງຈັນທາມສ໌

ເຈົ້າໜ້າທີ່ສັ່ງໂຮງງານຜະລິດເຈ້ຍຢຸດການທົດລອງຜະລິດ

ອຳນາດການປົກຄອງແຂວງສະຫວັນນະເຂດ ໄດ້ສັ່ງໃຫ້ໂຮງງານຜະລິດເຈ້ຍ ເມືອງເຊໂປນ ຢຸດດຳເນີນການທົດລອງການຜະລິດ ຈົນກວ່າຈະສຳເລັດການກໍ່ສ້າງ ຍ້ອນສົງໄສວ່າການຜະລິດດັ່ງກ່າວອາດເຮັດໃຫ້ເກີດມົນລະພິດຕໍ່ແມ່ນ້ຳ. ໂຮງງານຈີນດັ່ງກ່າວ ເຊິ່ງເປັນໂຮງງານເຈ້ຍຂະໜາດໃຫຍ່ເປັນອັນດັບສາມຂອງໂລກ ໄດ້ທຳການທົດລອງເຄື່ອງຈັກໃນວັນທີ 10 ພຶດສະພາ ໃນຍາມຝົນຕົກ ເຮັດໃຫ້ຂອງເສຍຈາກໂຮງງານໄຫຼລົງສູ່ສາຍຫ້ວຍທີ່ເຊື່ອມຕໍ່ກັບນ້ຳເຊບັ້ງຫຽງ.ອ່ານຕໍ່ ...

ວຽງຈັນທາມສ໌

ຊາວກະສິກອນຈະໄດ້ຮັບຜົນປະໂຫຍດຈາກ ໂຄງການແຂ່ງຂັນກະສິກຳ ສປປ ລາວ

(ຂປລ) ປະຊາຊົນກວ່າ 140,000ຄົນຈະໄດ້ຮັບຜົນປະໂຫຍດຈາກການປູກເຂົ້າ ສາລີ ແລະ ພືດຜັກທີ່ມີປະສິທິພາບ ແລະ ມີຜົນກຳໄລເພີ່ມຂຶ້ນ ຈາກໂຄງການແຂ່ງຂັນກະສິກຳ ສປປ ລາວ. ພິທີເຊັນຂໍ້ຕົກລົງໂຄງການ ເຊິ່ງມີມູນຄ່າ 25 ລ້ານໂດລາສະຫະລັດ ໄດ້ຈັດຂຶ້ນໃນວັນທີ 17 ພຶດສະພາ ໂດຍທະນາຄານໂລກ ແລະ ທ່ານ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນ.ອ່ານຕໍ່ ...

ຂປລ

ສະໂມສອນໂຣແຕຣີແລັດເນີ ນຳພາດຳເນີນໂຄງການກ່ຽວກັບນ້ຳໃຊ້ສຳລັບຊຸມຊົນບ້ານໃນລາວ

ບ້ານໃນເຂດຫ່າງໄກຂອງລາວ ເຊິ່ງເປັນປະເທດທີ່ໄດ້ຮັບຜົນສະທ້ອນຈາກການຖິ້ມລະເບີດຫຼາຍທີ່ສຸດໃນປະຫວັດສາດ ມີປະຊາກອນໜຶ່ງໃນສາມເສຍຊີວິດໃນສະໄໝສົງຄາມ ຍັງບໍ່ມີການເຂົ້າເຖິງແຫຼ່ງນ້ຳສະອາດ ເຊິ່ງສົ່ງຜົນຕໍ່ສຸຂະພາບ ແລະ ການສຶກສາຂອງເດັກ.ບ້ານຊຽງດາ ໄດ້ມີນ້ຳປະປາໃຊ້ເປັນຄັ້ງທຳອິດ ເຮັດໃຫ້ເດັນນ້ອຍ ແລະ ແມ່ຍິງບໍ່ຈຳເປັນຕ້ອງເດີນທາງໄກໄປຂົນນ້ຳຈາກບ່ອນອື່ນເພື່ອມາໃຊ້ໃນໂຮງຮຽນ ແລະ ຄົວເຮືອນ. ນີ້ຍ້ອນມີການຊ່ວຍເຫຼືອຈາກສະໂມສອນໂຣແຕຮີ ລັດເນີ ແລະ ສະໂມສອນໃນ ບີຊີ ອອນຕາຮິໂອ ລວມທັງ ແລະ ສະໂມສອນ ຊໍເວີເຊັນ.ອ່ານຕໍ່ ...

ເດວຕາ ອອບຕິມີສ

ຄວນເພີ່ມມາດຕະການເພື່ອກວດສອບການນຳເຂົ້າສິນຄ້າກະເສດ

ຫົວໜ່ວຍທຸລະກິດແລະຜູ້ສົ່ງເສີມວຽກງານກະສິກຳຮຽກຮ້ອງໃຫ້ເຈົ້າໜ້າທີ່ເພີ່ມມາດຕະການໃນການກວດສອບການນຳເຂົ້າສິນຄ້າກະເສດຂ້າມຊາຍແດນ. ສິນຄ້ານຳເຂົ້າແບບບໍ່ເປັນລະບົບຜ່ານຊ່ອງທາງດັ່ງກ່າວຖືເປັນອຸປະສັກໃນການດຶງດູດການລົງທຶນແລະການເຕີບຕົວຂອງຂະແໜງການກະສິກຳຂອງປະເທດ. ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃນວັນພຸດນີ້ວ່າ ພາກສ່ວນລັດຖະບານຄວນເອົາໃຈໃສ່ໃນການຈັດການສິນຄ້ານຳເຂົ້າ.ອ່ານຕໍ່ ...

ວຽງຈັນທາມສ໌

ຄຳມ່ວນພະຍາຍາມຮັກສາກຳແພງເມືອງຍັກ

ອຳນາດການປົກຄອງແຂວງຄຳມ່ວນດຳເນີນການຮັກສາກຳແພງຫີນຍັກທີ່ເກົ່າແກ່ ທີ່ເອີ້ນກັນວ່າ ກຳແພງເມືອງຍັກ ເຊິ່ງຕັ້ງຢູ່ລຽບແຄມຖະໜົນໃນເມືອງທ່າແຂກ ແລະໄດ້ຖືກເສຍຫາຍຈາກການກະທຳຂອງປະຊາຊົນທ້ອງຖິ່ນ. ທ່ານ ຈັນ ບຸບຜາລີວັນ ເຈົ້າເມືອງທ່າແຂກ ໄດ້ກ່າວເປີດເຜີຍຕໍ່ນັກຂ່າວວຽງຈັນທາມສ໌ວ່າ “ຮ່ອງຮອຍຂອງກຳແພງຍັກນີ້ ແມ່ນຕັ້ງຢູ່ລຽບແຄມທາງ ເຊິ່ງມີຄວາມຍາວ 10 ກມ ໃນໃຈກາງເມືອງທ່າແຂກ. ມີຄວາມສູງ 5-10 ແມັດ. ອ່ານຕໍ່ ...

ວຽງຈັນທາມສ໌

ລັດຖະບານດຳເນີນການເພື່ອເພີ່ມປະສິດທິພາບຂອງການຊ່ວຍເຫຼືອ

ລັດຖະບານຈະດຳເນີນການເພີ່ມປະສິດທິພາບຂອງການຊ່ວຍເຫຼືອໂດຍຜ່ານການບໍລິຫານຈັດການທີ່ເໝາະສົມ ເພື່ອເຮັດໃຫ້ການຊ່ວຍເຫຼືອຢ່າງເປັນທາງການໃນການພັດທະນາ ມີປະສິດທິພາບສູງສຸດ ເພື່ອພັດທະນາປະເທດຊາດ. ກະຊວງແຜນການ ແລະ ການລົງທຶນໄດ້ເປີດນຳໃຊ້ລະບົບຂໍ້ມູນຂ່າວສານເພື່ອບໍລິຫານ ການຊ່ວຍເຫຼືອຢ່າງເປັນທາງການໃນການພັດທະນາ (ODA-MIS.Gov.LA) ເພື່ອເປັນສູນກາງໃນການຈັດການການຊ່ວຍເຫຼືອ ເພື່ອຮັບປະກັນປະສິດທະພາບສູງສຸດໃນການນຳໃຊ້ອ່ານຕໍ່ ...

ວຽງຈັນທາມສ໌

ຖວທ ແຂວງສາລະວັນ ສຳຫລວດແຫລ່ງທ່ອງທ່ຽວ ຜາແຕ້ມ-ພູລະຫິດ

ຂປລ. ​ເມື່ອ​ບໍ່​ດົນ​ຜ່ານ​ມາ, ທ່ານ ສົມໃຈ ອຸ່ນຈິດ ຫົວໜ້າ ພະແນກ ຖວທ ແຂວງສາລະວັນພ້ອມຄະນະ ໄດ້ລົງສຳຫລວດ ເກັບກຳຂໍ້ມູນຕົວຈິງ ເພື່ອເປັນຂໍ້ມູນພື້ນຖານ ໃຫ້ແກ່ການທ່ອງທ່ຽວ,  ສ້າງເງື່ອນໄຂ ໃຫ້ແກ່ນັກທ່ອງທ່ຽວຕື່ມອີກ ໃນການທ່ຽວຊົມ  ແລະ ເພື່ອພັດທະນາແຫລ່ງທ່ອງທ່ຽວຜາແຕ້ມ  ພູລະຫິດ ເມືອງຄົງເຊໂດນ  ​ໃຫ້ກາຍເປັນຈຸດທ່ຽວຊົມ  ແລະ ຈຸດແວ່ຂອງນັກທ່ອງທ່ຽວທັງພາຍໃນ  ແລະ ຕ່າງປະເທດ.More ...

ຂປລ

ຊຸກຍູ້ໃຫ້ລັດຖະບານລາວເລັ່ງຫັນລັດວິສາຫະກິດເປັນເອກະຊົນ

ນັກເສດຖະສາດລາວຊຸກຍູ້ລັດຖະບານໃຫ້ເລັ່ງມືຂະບວນການຫັນລັດວິສາຫະກິດໃຫ້ເປັນເອກະຊົນ ເຊິ່ງເປັນສ່ວນໜຶ່ງຂອງມາດຕະການປັບປຸງສະຖານະພາບທາງການເງິນ.ນັກເສດຖະສາດທີ່ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດໃຫ້ຄຳແນະນຳດັ່ງກ່າວຈາກການຄົ້ນຄວ້າເສດຖະກິດໃນເດືອນມິນາ ແນໃສ່ຊ່ວຍຫຼຸດຜ່ອນເງິນອຸດໜູນຈາກພາກລັດ.ອ່ານຕໍ່ ...

ເດີເນເຊິນ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

BAJcx
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!